ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທ ສະໜັບສະໜູນ ການສຳຫຼວດ ເພື່ອເປີດ ທາງເດີນຂອງເຮືອ ໃນແມ່ນ້ຳຂອງ


ເຮືອບັນທຸກສິນຄ້າຂອງຈີນ ລ່ອງໄປຕາມແມ່ນ້ຳຂອງ ຢູ່ໃກ້ໆກັບ ເຂດຊາຍແດນ ສາມຫລ່ຽມຄຳ ລະຫວ່າງ ລາວ ມຽນມາ ແລະ ໄທ, ວັນທີ 1 ມີນາ 2016.
ເຮືອບັນທຸກສິນຄ້າຂອງຈີນ ລ່ອງໄປຕາມແມ່ນ້ຳຂອງ ຢູ່ໃກ້ໆກັບ ເຂດຊາຍແດນ ສາມຫລ່ຽມຄຳ ລະຫວ່າງ ລາວ ມຽນມາ ແລະ ໄທ, ວັນທີ 1 ມີນາ 2016.

ລັດຖະບານໄທ ສະໜັບສະໜູນແຜນການຂອງຈີນ ທີ່ຈະລະເບີດແກ້ງ ແລະໜໍ່ໂຂ້ນ
ຫີນ ຢູ່ຕາມລຳແມ່ນ້ຳຂອງອອກ ອັນເປັນພາກສ່ວນຂອງໂຄງການໄລຍະຍາວ ເພື່ອ ສົ່ງເສີມການເດີນເຮືອ ຈາກແຂວງຢຸນໜ່ານຂອງຈີນ ລົງມາຫາແຂວງຫຼວງພະບາງ ໃນລາວ.

ໂຄງການນີ້ ຮູ້ຈັກກັນວ່າ ແຜນພັດທະນາເພື່ອການເດີນເຮືອສາກົນ ຢູ່ລ້ານຊ້າງ ຫາ ແມ່ນ້ຳຂອງ ສົກປີ 2015-2025 ແມ່ນຈັດຕັ້ງເປັນ 3 ຂັ້ນຕອນ ໂດຍໃນເບື້ອງຕົ້ນ ຈະມີການສຳຫຼວດ ການອອກແບບ ແລະ ການປະເມີນຜົນກະທົບ ຕໍ່ສະພາບແວດ
ລ້ອມ ແລະ ສັງຄົມ.

ຊາຍຊາວກຳປູເຈຍ ກຳລັງແປງດາງແຫຂອງລາວ ໃນລະຫວ່າງ ລະດູແລ້ງ ຢູ່ທີ່ແຄມຝັ່ງແມ່ນ້ຳຂອງ, ວັນທີ 28 ກຸມພາ 2012
ຊາຍຊາວກຳປູເຈຍ ກຳລັງແປງດາງແຫຂອງລາວ ໃນລະຫວ່າງ ລະດູແລ້ງ ຢູ່ທີ່ແຄມຝັ່ງແມ່ນ້ຳຂອງ, ວັນທີ 28 ກຸມພາ 2012

“ການປັບປຸງ” ເສັ້ນທາງເດີນເຮືອ ມີລວງຍາວ 630 ກິໂລແມັດ ຈາກຈີນ ລົງໄປຫາ ຫລັກໝາຍເຂດແດນ ຍາວ 243 ກິໂລແມັດ ຂອງມຽນມາ ຈົນຮອດ ຫລວງພະບາງ. ເປົ້າໝາຍ ກໍເພື່ອເຮັດໃຫ້ເຮືອບັນທຸກສິນຄ້າ ນ້ຳໜັກ 500 ໂຕນ ສາມາດຜ່ານແມ່ນ້ຳ ໄປໄດ້.

ສ່ວນຂັ້ນຕອນທີສອງ ຈະເລີ້ມຕົ້ນຂຶ້ນໃນປີ 2020 ປະກອບດ້ວຍ ການປັບປຸງເສັ້ນ ທາງເດີນເຮືອ ໄລຍະຄວາມຍາວ 259 ກິໂລແມັດ ພ້ອມກັນກັບ ການກໍ່ສ້າງທ່າຈອດ
ສຳລັບເຮືອ ແລະ ຜູ້ໂດຍສານຫຼາຍແຫ່ງ.

ແຕ່ແຜນການທັງຫຼາຍດັ່ງກ່າວ ໄດ້ຕົກລົງເຫັນດີ ໂດຍຄະນະລັດຖະບານ ໄທ ໃນທ້າຍ ເດືອນທັນວາ ປີກາຍນີ້ ຊຶ່ງໄດ້ກໍ່ໃຫ້ເກີດ ມີການປະທ້ວງຈາກພວກອະນຸລັກ ຜູ້ທີ່ກ່າວວ່າ ການລະເບີດພວກແກ້ງອອກນັ້ນ ຈະສົ່ງ “ຜົນກະທົບທີ່ຮ້າຍແຮງ” ຕໍ່ພວກສັດນ້ຳ ທີ່ີມີ ຄວາມສຳຄັນຍິ່ງຕໍ່ ແມ່ນ້ຳ ແລະ ຊຸມຊົນໃນທ້ອງຖິ່ນ.

ໃນປີ 2015 ໄດ້ມີການກະປະມານວ່າ ຈະມີເຮືອບັນທຸກສິນຄ້າ 3500 ລຳ ສ່ວນໃຫຍ່ ຈະມີນ້ຳໜັກ ລະຫວ່າງ 100 ຫາ 300 ໂຕນ ທີ່ຈະເດີນທາງໃນລຳແມ່ນ້ຳຂອງ ເພື່ອນຳ ເອົາສິນຄ້າໄປຍັງປະເທດໄທ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG