ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຳຫຼວດໄທ ຈັບພວກແຮກເກີ້ ໄດ້ຕື່ມອີກ ທີ່ແນເປົ້າໝາຍໃສ່ ເວັບໄຊລັດຖະບານ


ທ້າວ Natdanai Kongdee, ຄົນທີ 3 ຈາກຂວາ, ໃຫ້ສຳພາດ ຢູ່ທີ່ກອງບັນຊາການ ຕຳຫຼວດ ທີ່ບາງກອກ ປະເທດໄທ, ວັນທີ 26 ທັນວາ 2016.
ທ້າວ Natdanai Kongdee, ຄົນທີ 3 ຈາກຂວາ, ໃຫ້ສຳພາດ ຢູ່ທີ່ກອງບັນຊາການ ຕຳຫຼວດ ທີ່ບາງກອກ ປະເທດໄທ, ວັນທີ 26 ທັນວາ 2016.

ຕຳຫຼວດ ໃນປະເທດໄທ ໄດ້ຈັບກຸມຕື່ມອີກ 9 ຄົນ ​ໃນການລັກເຈາະຂໍ້ມູນຄອມພິວເຕີ ຂອງລັດຖະບານ ຫຼັງຈາກມີຄື້ນຟອງການໂຈມຕີທາງໄຊເບີ ທີ່ເປັນເປົ້າໝາຍແນໃສ່​ເພື່ອປະທ້ວງຕໍ່ກົດໝາຍສະບັບໃໝ່ ທີ່ຈຳກັນການນຳໃຊ້ອິນເຕີເນັດ.

ເຈົ້າໜ້າທີ່ຕຳຫຼວດ ກ່າວວ່າ ໜຶ່ງໃນພວກທີ່ຖືກຈັບ ນັ້ນ ແມ່ນທ້າວ Natdanai
Kongdee ທີ່ໄດ້ຖືກກ່າວຟ້ອງວ່າ ມີສ່ວນກ່ຽວຂ້ອງກັບການໂຈມຕີທັງຫຼາຍ ທີ່ສົ່ງຜົນໃຫ້ເວັບໄຊຈຳນວນໜຶ່ງຂອງລັດຖະບານເຂົ້າ​ເຖິງ​ບໍ່​ໄດ້ ພ້ອມກັນນັ້ນ ເຮັດໃຫ້ຂໍ້ມູນຂອງລັດຖະບານຮົ່ວໄຫຼ. ພວກຕຳຫຼວດກ່າວວ່າ ທ້າວ Natdanai ຜູ້ທີ່ມີອາຍຸ 19 ປີ ແມ່ນເປັນນັກລັກເຈາະຂໍ້ມູນ ຫຼື hacker ລະດັບຕ່ຳ ແທນທີ່ຈະ ເປັນຫົວໜ້າຂອງການໂຈມຕີທັງຫຼາຍນັ້ນ ຜູ້ທີ່ໄດ້ສາລະພາບວ່າ ໄດ້ປະຕິບັດ ການລັກເຈາະຂໍ້ມູນ.

ທ້າວ Natdanai ໄດ້ໄປປາກົດໂຕ ຢູ່ທີ່ກອງປະຊຸມຖະແຫລງຂ່າວໃນວັນຈັນວານນີ້ ພ້ອມກັນກັບ ບັນດາເຈົ້າໜ້າທີ່ຕຳຫຼວດຂອງໄທ ຜູ້ທີ່ໄດ້ອະທິບາຍວ່າ ຜູ້ກ່ຽວ ແລະ ພວກແຮກເກີ້ ຄົນອື່ນໆ ນັ້ນ ແມ່ນບໍ່​ມີ​ຄວາມ​ຜິດ ຍ້ອນໄດ້ຖືກຕົວະຕົ້ມ ໃຫ້ພວກເຂົາ
ເຈົ້າກະທຳເຊັ່ນນັ້ນ.

ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີປ້ອງກັນປະເທດ ທ່ານ Prawit
Wongsuwan ໄດ້ກ່າວວ່າ “ຈະມີການຈັບກຸມ ເພີ່ມຕື່ມອີກ.”

ພວກແຮກເກີ້ ກ່າວວ່າ ພວກເຂົາເຈົ້າ ພວມປະທ້ວງ ການດັດ​ແກ້ ກົດໝາຍອາຍາ ດ້ານຄອມພິວເຕີ້ ຂອງປະເທດ ຊຶ່ງບັນດານັກເຄື່ອນໄຫວ ກ່າວວ່າ ຈະເປັນການ
​ຖອຍຫລັງ ຕໍ່ຊື່ສຽງຂອງປະເທດໄທ ທີ່ເປັນຜູ້ນຳ ດ້ານເສລີພາບໃນການປາກເວົ້າ ຢູ່ໃນຂົງເຂດ.

ການດັດແກ້ກົດໝາຍໃໝ່ນີ້ ຈະອະນຸຍາດໃຫ້ລັດຖະບານໄທ ກວດກາເວັບໄຊຕ່າງໆ
ແລະ ສະກັດການສື່ສານທີ່ເປັນສ່ວນຕົວໂດຍປາດສະຈາກຄຳສັ່ງຂອງສານ. ພວກກົດ ໝາຍໃໝ່ ຍັງຈະວາງຄ່າປັບໄໝ ຢ່າງໜັກ ແລະ ມີໂທດຈຳຄຸກ ໃນກໍລະນີຕ່າງໆ ທີ່ກ່ຽວ ພັນກັບຄວາມໝັ້ນຄົງແຫ່ງຊາດ ການໝິ່ນປະມາດ ແລະ ການສໍ້ໂກງທາງອອນລາຍ ໂດຍຈະຖືກຈຳຄຸກ ຫຼາຍເຖິງ 5 ປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG