ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານໄທຕັດສິນ ໃຫ້ສົ່ງນັກຄ້າອາວຸດ ໃຫ້ສະຫະລັດ


ສານອຸທອນຂອງໄທ ໄດ້ຕັດສິນວ່າ ຊາວຣັດເຊຍ ທີ່ຖືກກ່າວ ຫາວ່າ ເປັນນັກຄ້າອາວຸດສົງຄາມ ນາຍ Viktor Bout ຄວນຖືກສົ່ງໂຕ ໃຫ້ສະຫະລັດ.

ສານອຸທອນຂອງໄທ ໄດ້ອອກຄຳພິພາກສາ ໃນວັນສຸກມື້ນີ້ ຕ່າວປີ້ນການຕັດສິນ ຂອງສານຊັ້ນຕົ້ນ ທີ່ໄດ້ປະຕິເສດ ຕໍ່ການຮ້ອງຂໍ ຂອງສະຫະລັດ ທີ່ຢາກໃຫ້ສົ່ງນາຍ Bout ໃຫ້ແກ່ຕົນນັ້ນ.

ລັດຖະບານສະຫະລັດ ໄດ້ຊອກຫາຊ່ອງທາງ ເພື່ອຢາກໃຫ້ ໄທສົ່ງໂຕນາຍ Bout ໃຫ້ແກ່ຕົນ ໃນຂໍ້ຫາ ລັກລອບຄ້າຂາຍອາວຸດ ຂ້າມຊາດ. ພາຍໃຕ້ການຕັດສິນ ຂອງສານອຸທອນຂອງໄທ ໃນວັນສຸກມື້ນີ້ ນາຍ Bout ຈະຖືກສົ່ງໂຕ ໃຫ້ສະຫະລັດ ພາຍໃນເວລາ 3 ເດືອນ.

ນາຍ Bout ທີ່ມີຊື່ຫຼິ້ນວ່າ “ພໍ່ຄ້າມໍລະນະ” ນັ້ນ ໄດ້ຖືກຈັບ ທີ່ປະເທດໄທ ໃນປີ 2008 ຫຼັງຈາກໄດ້ຖືກຟ້ອງ ຢູ່ທີ່ສະຫະລັດ ຊຶ່ງເປັນຜົນ ເນື່ອງມາຈາກ ການປະຕິບັດງານລັບ ຂອງເຈົ້າໜ້າທີ່ສະຫະລັດ. ເຂົາເຈົ້າເວົ້າວ່າ ນາຍ Bout ໄດ້ສະເໜີ ທີ່ຈະຂາຍອາວຸດ ທີ່ທັນສະໄໝ ຮວມທັງລູກສອນໄຟ ທີ່ຍິງຈາກພາກພື້ນ ດິນສູ່ອາກາດ ໃຫ້ແກ່ກຸ່ມກະບົດ FARC ໃນໂຄລອມເບຍ.

ຣັດເຊຍ ໄດ້ສະແດງການຄັດຄ້ານ ຕໍ່ການຕັດສິນ ຂອງສານອຸທອນໄທ ແລະປະກາດວ່າ ຈະສືບຕໍ່ຊອກຫາຊ່ອງທາງ ເພື່ອໃຫ້ມີການສົ່ງໂຕ ນາຍ Bout ໄປຍັງຣັດເຊຍ. ລັດຖະມົນຕີ ການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ເອີ້ນ ການຕັດສິນຂອງສານໄທ ໃນວັນສຸກມື້ນີ້ວ່າ “ບໍ່ຖືກຕ້ອງຕາມກົດໝາຍ” ແລະເວົ້າວ່າ ການຕັດສິນທີ່ວ່ານີ້ ແມ່ນເປັນຜົນ ຂອງການກົດດັນຢ່າງແຮງ ຈາກພາຍນອກ.

XS
SM
MD
LG