ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການປະທ້ວງ ໃນໄທ


ໂຮງພະຍາບານ ທີ່ສຳຄັນແຫ່ງນຶ່ງ ໃນບາງກອກ ໄດ້ຖືກບັງຄັບ ໃຫ້ຍົກຍ້າຍ ພວກຄົນເຈັບອອກໄປ ແລະໂຈະ ການປະຕິບັດງານ ຊົ່ວຄາວ ຫລັງຈາກ ພວກປະທ້ວງ ຕໍ່ຕ້ານລັດຖະບານ ຈຳນວນຫລາຍຄົນ ໄດ້ບຸກເຂົ້າໄປ ໃນຕຶກອາຄານ ຂອງ ໂຮງພະຍາບານ ດັ່ງກ່າວ ໃນຕອນແລງ ຂອງມື້ວານນີ້. ພວກປະທ້ວງ ເສື້ອແດງ ໄດ້ພາກັນບຸກ ເຂົ້າໄປ ໃນໂຮງພະຍາບານ ຈຸລາລົງກອນ ຊຶ່ງຕັ້ງຢູ່ໃກ້ໆ ບໍລິເວນປະທ້ວງ ຂອງພວກເສື້ອແດງ ໃນເຂດ ຮ້ານສັບພະສິນຄ້າ ແລະ ສູນກາງທ່ອງທ່ຽວ ຂອງຄຸ້ມຄົນຮັ່ງ ເພື່ອຊອກຫາ ກຳລັງຮັກສາຄວາມສະງົບ ຂອງລັດຖະບານ ທີ່ພວກເຂົາເຈົ້າ ເຊື່ອວ່າ ຫລົບລີ້ ຢູ່ທີ່ນັ້ນ. ໃນເວລາຕໍ່ມາ ພວກປະທ້ວງ ເສື້ອແດງ ໄດ້ຖອນອອກໄປ ຫລັງຈາກ ບໍ່ໄດ້ພົບເຫັນ ພວກທະຫານ ລີ້ຢູ່ໃນນັ້ນ ແຕ່ປະການໃດ. ນາຍເຫວງ ໂຕຈິຣາການ ນຶ່ງໃນບັນດາຜູ້ນຳ ຂອງພວກປະທ້ວງ ເສື້ອແດງ ໄດ້ຂໍຂະມາໂທດ ໃນເວລາຕໍ່ມາ ກ່ຽວກັບ ການບຸກເຂົ້າໄປ ໃນໂຮງພະຍາບານ ດັ່ງກ່າວ ໂດຍເວົ້າວ່າ ມັນເປັນການກະທຳ ທີ່ບໍ່ເໝາະສົມ. ໃນການກ່າວຄຳປາໄສ ທາງໂທຣະພາບ ຕໍ່ປະເທດຊາດນັ້ນ ນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ ກ່າວວ່າ ທ່ານຈະບໍ່ຕຳໜິຕິຕຽນ ໂດຍກົງ ຕໍ່ພວກປະທ້ວງ ຍ້ອນວ່າ ສັງຄົມໄທ ແລະປະຊາຄົມ ນາໆຊາດ ໄດ້ປະນາມ ຕໍ່ການບຸກເຂົ້າໄປ ໃນໂຮງພະຍາບານ ດັ່ງກ່າວນີ້ແລ້ວ. ການປະທ້ວງ ທີ່ດຳເນີນມາ ເປັນເວລາ 7 ອາທິດ ໂດຍພວກເສື້ອແດງ ເຮັດໃຫ້ບາງກອກ ຕົກຢູ່ໃນສະພາບ ເກືອບເປັນອຳມະພາດ ແລະສ້າງຄວາມເສຍຫາຍ ຮ້າຍແຮງ ໃຫ້ແກ່ພາກສ່ວນ ການທ່ອງທ່ຽວ ຂອງໄທ ຊຶ່ງປະກອບເປັນ 6% ຂອງເສດຖະກິດ ແຫ່ງຊາດ ຂອງໄທນັ້ນ. ມີຜູ້ເສຍຊີວິດແລ້ວ ຢ່າງນ້ອຍ 27 ຄົນ ແລະເກືອບ 1 ພັນຄົນ ໄດ້ຮັບບາດເຈັບ ນັບແຕ່ການປະທ້ວງ ໄດ້ເລີ້ມຂຶ້ນ.

ກ່ຽວຂ້ອງກັນ

XS
SM
MD
LG