ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັກຝ່າຍຄ້ານໄທສະເໜີຍັດຕິ ຟ້ອງນາຍົກລັດຖະມົນຕີ


ທ່ານ ອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີໄທ
ທ່ານ ອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີໄທ

ພັກຝ່າຍຄ້ານທີ່ສຳຄັນຂອງໄທກ່າວວ່າ ພວກຕົນໄດ້ນຳ
ສະເໜີຍັດຕິໃຫ້ຟ້ອງຮ້ອງນາຍົກລັດຖະມົນຕີທ່ານ ອະ
ພິສິດເວດຊາຊີວະແລະລັດຖະມົນຕີອີກ 8 ທ່ານ ໃນຂໍ້ຫາ
ສໍ້ລາດບັງຫຼວງແລະໃຊ້ກໍາປາບປາມພວກປະທ້ວງຝ່າຍ
ຄ້ານ. ສະມາຊິກອະວຸໂສຂອງພັກ ເພື່ອໄທ ທ່ານ ມິ່ງ
ຂັວນ ແສງສຸວັນ ໄດ້ຍືນສະເໜີຍັດຕິດັ່ງກ່າວຕໍ່ປະທານ
ສະພາສູງໃນວັນຈັນວານນີ້. ກຸ່ມຝ່າຍຄ້ານໄດ້ກ່າວວ່າ
ຕົນຈະຍື່ນຍັດຕິບໍ່ໄວ້ວາງໃຈລັດຖະບານ ອີກຕ່າງຫາກຕໍ່
ສະພາແຫ່ງຊາດຂອງໄທ ໃນວັນອັງຄານມື້ນີ້ນໍາ.

ຮອງນາຍົກລັດຖະມົນຕີໄທ ທ່ານສຸເທບ ເທືອກສຸບັນ ບອກ
ກັບໜັງສືພິມ Bangkok Post ວ່າມັນເປັນເລື່ອງປົກກະຕິ
ທີ່ທາງຝ່າຍຄ້ານໄດ້ນຳສະເໜີຍັດຕິຕຳໜິຕິຕຽນລັດຖະ
ບານ ແລະທ່ານເວົ້າວ່າ ມັນກໍຈະເປັນໂອກາດຂອງທາງລັດ
ຖະບານທີ່ຈະນຳສະເໜີໃນອັນທີ່ເອີ້ນວ່າ "ການໃຫ້ຂໍ້ມູນ
ຖືກຕ້ອງ" ກ່ຽວກັບການກ່າວຫາຕ່າງໆ.

ພັກ ເພື່ອໄທ ແມ່ນໄດ້ສ້າງຕັ້ງຂຶ້ນ ໃນປີ 2008 ແທນ ພັກພະລັງປະຊາຊົນ ຊຶ່ງພັກ
ດັ່ງກ່າວ ໄດ້ໃຫ້ການສະໜັບສະໜຸນຕໍ່ອະດີດນາຍົກລັດຖະມົນຕີທ່ານ ທັກສິນ ຊິນນະວັດ.
ພັກພະລັງປະຊາຊົນ
ໄດ້ຖືກຍຸບ ຫຼັງຈາກສານລັດຖະທຳມະນູນຂອງໄທໄດ້ພົບເຫັນວ່າ
ສະມາຊິກຂອງພັກດັ່ງກ່າວ ໄດ້ກະທໍາຜິດໃນການສໍ້ໂກງການເລືອກຕັ້ງ.

XS
SM
MD
LG