ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ໃນໄທ ກ່າວຫາ ທ່ານທັກສິນ ວ່າ ເຮັດວຽກ ຕໍ່ຕ້ານ ກະສັດ (ສະໄລດ໌/ວີດີໂອ)


ຜູ້ຊາຍທີ່ສູງອາຍຸຄົນນຶ່ງ ພວມຟັງການໃຫ້ ພະຣາຊະໂອວາດ ຂອງກະສັດພູມີພົນ ອະດຸນຍະເດດ ທາງໂທລະພາບຈໍໃຫຍ່ ເນື່ອງໃນໂອກາດ ວັນສະເຫລີມພະຊົນ ຄົບຮອບ 86 ພັນສາ ໃນວັນທີ 5 ທັນວາ 2013 ຜ່ານມານີ້.
ຜູ້ຊາຍທີ່ສູງອາຍຸຄົນນຶ່ງ ພວມຟັງການໃຫ້ ພະຣາຊະໂອວາດ ຂອງກະສັດພູມີພົນ ອະດຸນຍະເດດ ທາງໂທລະພາບຈໍໃຫຍ່ ເນື່ອງໃນໂອກາດ ວັນສະເຫລີມພະຊົນ ຄົບຮອບ 86 ພັນສາ ໃນວັນທີ 5 ທັນວາ 2013 ຜ່ານມານີ້.
ໃນຂະນະທີ່ສະພາບການບໍ່ໄປບໍ່ມາທາງດ້ານການເມືອງຂອງໄທ
ຍັງດຳເນີນຕໍ່ມາຢູ່ນັ້ນ ພວກປະທ້ວງຕໍ່ຕ້ານລັດຖະບານ ໄດ້ກ່າວ
ຫາທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີແລະຜູ້ໃຫ້
ການໜຸນຫລັງ ຕໍ່ພັກລັດຖະບານວ່າ ເຮັດວຽກຕໍ່ຕ້ານກະສັດ ຊຶ່ງ ເປັນທີ່ເຄົາລົບແລະເທີດທູນຂອງປະເທດຊາດ. ການບໍ່ຈົງຮັກພັກ
ດີຕໍ່ກະສັດຖືວ່າ ເປັນຄວາມຜິດຮ້າຍແຮງ ຢູ່ໃນປະເທດໄທ ແລະ ພວກສະໜັບສະໜຸນທ່ານທັກສິນກ່າວວ່າ ຂໍ້ຫາດັ່ງກ່າວບໍ່ມີຫຍັງ
ເລີຍ ນອກເໜືອໄປຈາກ ການໃສ່ຮ້າຍປ້າຍສີ ທາງການເມືອງ.
Daniel Schearf ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບເລື່ອງນີ້
ຈາກບາງກອກ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ພວກນິຍົມກະສັດ ໃນຂະບວນການພວກປະທ້ວງຕໍ່ຕ້ານລັດຖະບານໄທ ໄດ້ກ່າວຫາ ອະ ດີດນາຍົກລັດຖະມົນຕີທັກສິນ ຊິນນະວັດ ມາເປັນເວລາດົນນານແລ້ວວ່າ ບ່ອນທຳລາຍ ກະສັດ ຊຶ່ງເປັນບຸກຄົນ ທີ່ໄດ້ຮັບການເຄົາລົບຮັກ ແລະເທີດທູນບູຊາທີ່ສຸດ ຂອງປະເທດ ຊາດ.

ທ່ານສຸເທບ ເທືອກສຸບັນ ຜູ້ນຳໃນການປະທ້ວງ ກ່າວວ່າ ທ່ານທັກສິນຕ້ອງການຢາກໃຊ້ ນ້ອງສາວຂອງທ່ານ ຄື ນາຍົກລັດຖະມົນຕີຄົນປັດຈຸບັນຂອງປະເທດ ເພື່ອສະຖາປະນາ
ໃຫ້ໄທເປັນສາທາລະນະລັດ ໂດຍມີທ່ານເອງ ເປັນປະທານາທິບໍດີ.

ການກ່າວຫາໃນທຳນອງນີ້ ແມ່ນມັກໄດ້ຍິນກັນເປັນປະຈຳ ຈາກພວກປະທ້ວງ ເຊັ່ນນາງ ດວງໃຈ ອາມາດຕະຍາກຸນ ທີ່ໄດ້ສະແດງຄວາມເຫັນອອກມາ.

ນາງດວງໃຈເວົ້າວ່າ “ແມ່ນແລ້ວ ຂ້ອຍເຫັນພ້ອມ ກັບທ່ານສຸເທບ ກໍຄື ຊາວບາງ ກອກສ່ວນໃຫຍ່. ເຫດຜົນທີ່ມີມີ ຊາວບາງກອກ ໃນຈຳນວນເພີ້ມຂຶ້ນ ອອກມາ
ຮ່ວມການປະທ້ວງ ຫລືມີປະຊາຊົນມາຮ່ວມ ຈາກທົ່ວປະເທດຫຼາຍຂຶ້ນ ກໍແມ່ນ ຍ້ອນເຫດຜົນດັ່ງກ່າວນີ້. ທ່ານຄົງຮູ້ດີທັກສິນໄດ້ພະຍາຍາມຫາທາງທີ່ຈະໂຄ່ນ
ລົ້ມກະສັດ.”


ການບໍ່ເຄົາລົບ ຫຼືໝິ່ນປະໝາດຕໍ່ກະສັດ ພູມີພົນ ອະດຸນຍະເດດຂອງໄທ ສາມາດໄດ້ຮັບ ໂທດໜັກເຖິງຈຳຄຸກ 15 ປີ ພາຍໃຕ້ການລົງໂທດ ຂອງກົດໝາຍໝິ່ນປະໝາດ ຕໍ່ກະສັດ. ກະສັດພູມີພົນ ຍັງສືບຕໍ່ເປັນທີ່ເຄົາລົບຮັກແລະເທີດທູນຂອງປະຊາຊົນຢ່າງກວ້າງຂວາງ ແລະເຄີຍຖືກເບິ່ງມາເປັນເວລາດົນນານແລ້ວວ່າ ພະອົງຢູ່ເໜືອການຂັດແຍ້ງ ທາງດ້ານ ການເມືອງໃດໆຂອງໄທ.



ທ່ານນົບພະດົນ ປັດທະມະ ນຶ່ງໃນພວກທະນາຍຄວາມຂອງທ່ານທັກສິນທັງເປັນສະມາ ຊິກສະພາຂອງພັກລັດຖະບານເວົ້າວ່າ ຍ້ອນຄວາມເທີດທູນພະອົງຢ່າງກວ້າງຂວາງນັ້ນ ພວກນັກການເມືອງ ເຊັ່ນທ່ານສຸເທບ ຈຶ່ງເອົາຂໍ້ຫາໃນຖານໝິ່ນປະໝາດກະສັດນັ້ນ ມາ
ອ້າງ ເພື່ອຈຸດປະສົງທາງດ້ານການເມືອງ.

ທ່ານນົບພະດົນກ່າວວ່າ “ທ່ານສຸເທບ ຢາກດຶງດູດເອົາຝູງຊົນ ເຂົ້າມາຮ່ວມການ ໂຮມຊຸມນຸມຂອງທ່ານຍ້ອນປະຊາຊົນໄທຮັກກະສັດ. ຜູ້ໃດກໍຕາມທີ່ຕໍ່ຕ້ານກະ
ສັດ ແມ່ນຈະໄດ້ຮັບການປະນາມແບບເສຍຫາຍ ຫລືບໍ່ກໍຖືກຂະໜານນາມວ່າ ເປັນສັດຕູຂອງໄທ. ດຣ. ທັກສິນນັ້ນ ແມ່ນຮັກກະສັດ.”


ເຖິງແມ່ນກະສັດໄທບໍ່ໄດ້ເຂົ້າແຊກແຊກໃນສະພາບການບໍ່ໄປບໍ່ມາທາງດ້ານການເມືອງ ທີ່ເປັນຢູ່ໃນເວລານີ້ກໍຈິງ ແຕ່ພະອົງກໍໄດ້ຊົງເຫັນພ້ອມນຳກັບການກໍ່ລັດຖະປະຫານຂອງ ພວກທະຫານທີ່ໂຄ່ນລົ້ມທ່ານທັກສິນ ໃນປີ 2006.

ນັບແຕ່ນັ້ນມາ ການໂຮມຊຸມນຸມຕໍ່ຕ້ານທ່ານທັກສິນ ຈຶ່ງມີເສື້ອເຫລືອງຂອງພວກປະທ້ວງ ແລະເຄື່ອງໝາຍອື່ນໆຂອງກະສັດ ເປັນຂີດໝາຍຫລືສັນຍາລັກ.

ແຕ່ທ່ານວິຣະພັດ ປາຣິຍະວົງນັກຊ່ຽວຊານດ້ານວິຊາການແລະດ້ານກົດໝາຍອິດສະຫຼະ ໃຫ້ຂໍ້ສັງເກດວ່າ ໃນການປະເຊີນໜ້າກັນ ໃນປັດຈຸບັນນີ້ ພວກປະທ້ວງໄດ້ພາກັນໃສ່ເສື້ອ ເຫຼືອງໜ້ອຍລົງແລະປະກົດວ່າບໍ່ໄດ້ພາກັນສະແດງເຄື່ອງໝາຍຂອງກະສັດຢ່າງຫຼວງຫຼາຍ ແຕ່ຢ່າງໃດ.

ທ່ານວິຣະພັດເວົ້າວ່າ “ຂ້າພະເຈົ້າຄິດ ແລະຂ້າພະເຈົ້າຢາກຈະທຳນາຍວ່າ ທາງ ພະລາດຊະວັງໄດ້ສົ່ງສັນຍານບາງຢ່າງໄປໃຫ້ພວກຜູ້ນຳການປະທ້ວງຮູ້ວ່າ ພະ ອົງບໍ່ຕ້ອງການຢາກຈະຖືກໃຊ້ເປັນສັນຍາລັກຂອງພວກເຂົາເຈົ້າອີກຕໍ່ໄປແລ້ວ. ຖ້າພວກເຂົາເຈົ້າ ຕ້ອງການຢາກຕໍ່ສູ້ ກໍໃຫ້ຕໍ່ສູ້ ແຕ່ຢ່າໃຊ້ຮູບ ຂອງກະສັດ. ແຕ່ ຂ້າພະເຈົ້າບໍ່ສາມາດເວົ້າໄດ້ຍ້ອນຂ້າພະເຈົ້າບໍ່ມີມູນຄວາມຈິງທີ່ຈະມາໃຫ້ການ ສະໜັບສະໜຸນ ແລະຖ້າຂ້າພະເຈົ້າມີຄວາມຈິງທີ່ຈະມາສະໜັບສະໜຸນ ຂ້າພະ ເຈົ້າຈຶ່ງຈະເວົ້າມັນອອກໄປ ຖ້າວ່າບໍ່ມີກົດໝາຍໝິ່ນປະໝາດກະສັດ.”

ກະສັດພູມີພົນທີ່ມີພະຊົນມາຍຸ 86 ພັນສາແລະມີພະວໍລະກາຍບໍ່ຄ່ອຍເຂັ້ມແຂງປານໃດ ນັ້ນບໍ່ເຄີຍໃຫ້ຄວາມເຫັນໂດຍກົງຫຼືຢ່າງເປັນການເປີດເຜີຍໃດໆກ່ຽວກັບຄວາມວຸ້ນວາຍ ຢູ່ໄທ ໃນໄລຍະຫລັງໆນີ້ ຍົກເວັ້ນໃນວັນສະເຫຼີມພະຊົນພັນສາຂອງພະອົງ ເວລາພະອົງ ຊົງຮຽກຮ້ອງໃຫ້ຊາວໄທ ຈົ່ງມີຄວາມປຸ້ມລຸມສາມັກຄີກັນ.

Thailand Protestors Accuse Former Prime Minister of Disloyalty to King
please wait

No media source currently available

0:00 0:02:34 0:00
ລິງໂດຍກົງ
XS
SM
MD
LG