ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄທ ກັບ ຈີນ ບັນລຸຂໍ້ຕົກລົງ ກ່ຽວກັບ ໂຄງການກໍ່ສ້າງ ທາງລົດໄຟ ຄວາມໄວສູງ


 ລັດຖະບານ ໄທ ແລະ ຈີນ ລົງນາມໃນສັນຍາຮ່ວມມື ເພື່ອກໍ່ສ້າງທາງ ລົດໄຟຄວາມໄວສູງ.
ລັດຖະບານ ໄທ ແລະ ຈີນ ລົງນາມໃນສັນຍາຮ່ວມມື ເພື່ອກໍ່ສ້າງທາງ ລົດໄຟຄວາມໄວສູງ.

ທາງການ ໄທ ກັບ ຈີນ ບັນລຸຂໍ້ຕົກລົງ ກ່ຽວກັບ ໂຄງການກໍ່ສ້າງທາງລົດໄຟຄວາມໄວ
ສູງໃນ ໄທ ເພື່ອເຊື່ອມຕໍ່ກັບ ລາວ ແລະ ຈີນ ໃນປີ 2022 ໂດຍການກໍ່ສ້າງຈະໃຊ້ຜູ້ຮັບ
ເໝົາ ໄທ ທັງໝົດ.

ທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງ
ໄທ ຢືນຢັນວ່າການກໍ່ສ້າງທາງລົດໄຟຄວາມໄວສູງໃນ ໄທ ເພື່ອເຊື່ອມຕໍ່ກັບ ລາວ ແລະ
ຈີນ ນັ້ນໄດ້ເລີ່ມການກໍ່ສ້າງນັບແຕ່ວັນທີ 21 ທັນວາ 2017 ເປັນຕົ້ນໄປ ໂດຍມີກຳນົດ
ການກໍ່ສ້າງແລ້ວສຳເລັດ ເພື່ອເຊື່ອມຕໍ່ກັບ ລາວ ແລະ ຈີນ ໃຫ້ໄດ້ພາຍໃນປີ 2022 ຈຶ່ງ
ໄດ້ແບ່ງການກໍ່ສ້າງໃນ ໄທ ອອກເປັນ 2 ໄລຍະ ກໍຄືໄລຍະທີ 1 ເປັນເສັ້ນທາງຈາກ
ບາງກອກ ໄປໂຄຣາດ ແລະ ໄລຍະທີ 2 ເປັນເສັ້ນທາງຈາກ ໂຄລາດ ໄປໜອງຄາຍ
ເພື່ອເຊື່ອມຕໍ່ກັບທາງລົດໄຟໃນ ລາວ ທີ່ນະຄອນຫຼວງ ວຽງຈັນ.

ໂດຍທາງລົດໄຟໄລຍະທີ 1 ຈາກ ບາງກອກ ໄປ ໂຄຣາດ ນັ້ນມີກຳນົດການກໍ່ສ້າງໃຫ້
ແລ້ວສຳເລັດໃນ 36 ເດືອນນັບຈາກການລົງນາມໃນສັນຍາຮ່ວມມື ເພື່ອກໍ່ສ້າງທາງ
ລົດໄຟລະຫວ່າງ ລັດຖະບານ ໄທ ກັບ ຈີນ ໃນເດືອນກັນຍາ 2017 ຊຶ່ງຈະເຮັດໃຫ້
ການກໍ່ສ້າງແລ້ວສຳເລັດ ແລະ ເປີດໃຫ້ບໍລິການໃນຕົ້ນປີ 2021 ໂດຍທີ່ລັດຖະບານ
ໄທ ຈະໃຊ້ເງິນທຶນ 179,412 ລ້ານບາດ ຫຼື ປະມານ 5,437 ລ້ານໂດລາ ແລະ ໃຊ້ຜູ້
ຮັບເໝົາລວມເຖິງວັດສະດຸອຸປະກອນຂອງ ໄທ ທັງໝົດ ສ່ວນສິດທິໃນການບໍລິຫານ
ແລະ ການຈັດການທາງທຸລະກິດຕ່າງໆກໍເປັນສິດຂອງ ໄທ ດ້ວຍເຊັ່ນກັນ ດັ່ງທີ່ ທ່ານ
ອາຄົມໄດ້ຢືນຢັນວ່າ.

"ການກໍ່ສ້າງນີ້ໃຊ້ຜູ້ຮັບເໝົາ ໄທ ໃຊ້ວັດສະດຸອະປະກອນໃນປະເທດ ໄທ ເພາະສະນັ້ນ
ໃນໂຄງການ 179,412 ລ້ານນີ້ ສ່ວນທີ່ເປັນການກໍ່ສ້າງນີ້ຈະຢູ່ທີ່ປະມານ 135,000
ລ້ານ ເພາະສະນັ້ນ ວັດສະດຸອຸປະກອນທັງຫຼາຍນີ້ 100 ເປີເຊັນຈະຢູ່ທີ່ບ້ານເຮົາ ແຕ່
ສ່ວນການອອກແບບ ວິສະວິກອນ ແລະ ສະຖາປະນິກ ແລ້ວກໍລາງ ແລ້ວກໍອານັດສັນ
ຍານ ລະບົບລົດໃຊ້ເທັກໂນໂລຈີນຂອງ ຈີນ ແລ້ວກໍສິດທິໃນການພັດທະນາສະຖານີ
ກັບເຊີງພານິດນີ້ເປັນຂອງປະເທດ ໄທ."

ສ່ວນໄລຍະທີ 2 ນັ້ນ ທາງການ ໄທ ແລະ ຈີນ ກໍຈະເຈລະຈາຕົກລົງກັນໃຫ້ໄດ້ໃນຕົ້ນປີ
2018 ເພື່ອທີ່ວ່າຈະເຮັດໃຫ້ການກໍ່ສ້າງແລ້ວສຳເລັດຕະຫຼອດເສັ້ນທາງ ເພື່ອເຊື່ອມຕໍ່
ກັບ ລາວ ແລະ ຈີນ ໃຫ້ໄດ້ຢ່າງສົມບູນພາຍໃນປີ 2022 ຕໍ່ໄປ ໂດຍການເຊື່ອມຕໍ່ທາງ
ລົດໄຟ ໄທ, ລາວ ແລະ ຈີນ ດັ່ງກ່າວກໍຄືເສັ້ນທາງລົດໄຟທີ່ ລາວ ເປັນສູນກາງການ
ເຊື່ອມຕໍ່ນັ້ນເອງ ຊຶ່ງການກໍ່ສ້າງທາງລົດໄຟໃນ ລາວ ນັ້ນກໍມີກຳນົດການກໍ່ສ້າງແລ້ວ
ສຳເລັດພາຍໃນ 60 ເດືອນ ນັບຈາກພິທີເປີດການກໍ່ສ້າງທີ່ຈັດຂຶ້ນຢ່າງເປັນທາງການ
ເມື່ອວັນທີ 25 ທັນວາ 2016 ທີ່ຜ່ານມາທີ່ແຂວງຫຼວງພະບາງ.

ທັງນີ້ໂດຍຄະນະບໍລິຫານບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ
11 ບໍລິສັດ ຈີນ ໃຫ້ເປັນພາກສ່ວນຮັບຜິດຊອບການກໍ່ສ້າງທີ່ຈະຕ້ອງນຳໃຊ້ແຮງງານ
ທີ່ມີປະສົບການຈາກ ຈີນ ຫຼາຍກວ່າ 10,000 ຄົນ ເຊັ່ນຢູ່ທີ່ແຂວງອຸດົມໄຊ ຈະຕ້ອງນຳ
ໃຊ້ແຮງງານຈາກ ຈີນ 5,000 ກວ່າຄົນເນື່ອງຈາກທາງລົດໄຟຈະຕ້ອງຜ່ານເຂດແຂວງ
ອຸດົມໄຊ ເຖິງ 126.6 ກິໂລແມັດ ຄິດເປັນ 1 ໃນ 3 ຂອງເສັ້ນທາງທັງໝົດໃນ ລາວ ທັງ
ຍັງຈະຕ້ອງກໍ່ສ້າງສະພານ ແລະ ເຈາະອຸໂມງ ຄິດເປັນ 40 ເປີເຊັນຂອງທາງລົດໄຟໃນ
ແຂວງນີ້ ສ່ວນຢູ່ແຂວງຫຼວງພະບາງ ກໍຈະໃຊ້ແຮງງານ ຈີນ 3,000 ກວ່າຄົນໂດຍທາງ
ລົດໄຟຈະຜ່ານເມືອງຫຼວງພະບາງ, ຈອມເພັດ ແລະ ຊຽງເງິນ ລວມໄລຍະທາງ 80 ກິ
ໂລແມັດໂດຍມີ 1 ສະຖານີໃຫຍ່ກັບ 4 ສະຖານີຍ່ອຍ, ຂົວຂ້າມນໍ້າຂອງ 1 ແຫ່ງ ແລະ
ເຈາະອຸໂມງ 6 ແຫ່ງ.

ສ່ວນທ່ານ ຫວງ ຫົງ ຫົວໜ້າຝ່າຍຄວບຄຸມການກໍ່ສ້າງຂອງບໍລິສັດ China Railaway
Group ຢືນຢັນວ່າ ການກໍ່ສ້າງທາງລົດໄຟໃນ ລາວ ຈະແລ້ວສຳເລັດໃນທ້າຍປີ 2021
ແລະ ຈະເລີ່ມໃຫ້ບໍລິການໃຈຕົ້ນປີ 2022 ໂດຍແຮງງານ ລາວ ສາມາດປະກອບສ່ວນ
ໃນການກໍ່ສ້າງພຽງ 10 ເປີເຊັນເທົ່ານັ້ນ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນການຮ່ວມທຶນລະຫວ່າງລັດຖະບານ ລາວ
ກັບ ຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງມູນຄ່າການລົງທຶນລວມ 6,000
ລ້ານໂດລາທີ່ກູ້ຢືມຈາກສະຖາບັນການເງິນຂອງ ຈີນ ມີໄລຍະທາງ 417 ກິໂລແມັດ
ຈາກດ່ານບໍ່ເຕັນ ແຂວງຫຼວງນໍ້າທາ, ຜ່ານອຸດົມໄຊ-ຫຼວງພະບາງ, ວຽງຈັນ ແລະ ນະ
ຄອນຫຼວງ ວຽງຈັນ ໂດຍລາງລົດໄຟກວ້າງ 1.435 ແມັດທີ່ຂະບວນຂົນສົ່ງສິນຄ້າ ແລະ
ໂດຍສານແລ່ນດ້ວຍຄວາມໄວ 120 ແລະ 160 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ.

XS
SM
MD
LG