ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄົນອະເມຣິກັນ ເຊື້ອສາຍໄທ ຖືກຕັດສິນໂທດ ຈໍາຄຸກຢູ່ໄທ


ນາຍ Joe Gordon ຍົກນິ້ວມື້ເປັນຮູບໂຕ V ຂະນະທີ່ຜູ້ກ່ຽວໄປ ຮອດສານອາຍາຂອງໄທ ທີ່ບາງກອກ (8 ທັນວາ 2011)
ນາຍ Joe Gordon ຍົກນິ້ວມື້ເປັນຮູບໂຕ V ຂະນະທີ່ຜູ້ກ່ຽວໄປ ຮອດສານອາຍາຂອງໄທ ທີ່ບາງກອກ (8 ທັນວາ 2011)

ສານຂອງໄທໄດ້ຕັດສິນໂທດໃຫ້ພົນລະເມືອງອະເມຣິກັນຄົນນຶ່ງຈຳຄຸກເປັນເວລາ 2 ປີເຄິ່ງ
ຍ້ອນໝິ່ນປະໝາດກະສັດຂອງປະເທດ ໂດຍໄດ້ແປແລະພິມເຜີຍແຜ່ທາງອິນເຕີແນັດຊີວະ
ປະວັດທີ່ຖືກຫ້າມຂອງກະສັດໄທ.

ນາຍ Joe Gordon ຄົນອະເມຣິກັນເຊື້ອສາຍໄທໄດ້ພິມເຜີຍແຜ່ເລື່ອງລາວດັ່ງກ່າວທາງ
ອິນເຕີແນັດເມື່ອສອງປີກ່ອນ ຈາກເຮືອນຂອງລາວທີ່ລັດໂຄໂລຣາໂດ ໃນເຂດພາກກາງ
ຂອງສະຫະລັດ. ຄົນຂາຍລົດອາຍຸ 55 ປີຜູ້ນີ້ ໄດ້ຖືກຈັບໃນເດືອນພຶດສະພາຜ່ານມາໃນ
ລະຫວ່າງທີ່ຜູ້ກ່ຽວເດີນທາງໄປຢ້ຽມຢາມປະເທດໄທ.

ສານໄດ້ຕັດສິນໂທດ ໃຫ້ຈຳຄຸກຜູ້ກ່ຽວເປັນເວລາ 5 ປີ ແຕ່ໄດ້ຫຼຸດຜ່ອນໂທດໃຫ້ເຄິ່ງນຶ່ງ
ຍ້ອນນາຍ Gordon ຍອມຮັບຜິດໃນເດືອນຕຸລາຜ່ານມາ ໃນຄວາມພະຍາຍາມເພື່ອຈະ
ໄດ້ຮັບການຜ່ອນຜັນໂທດໃຫ້.

ກົງສຸນໃຫຍ່ຂອງສະຫະລັດ ທ່ານນາງ Elizabeth Pratt ກ່າວເຖິງການຕັດສິນໂທດ
ໃນຄັ້ງນີ້ວ່າ “ຮ້າຍແຮງ”. ທ່ານນາງກ່າວຕໍ່ວີໂອເອວ່າ ທ່ານນາງມີຄວາມວິຕົກກັງວົນ
ກ່ຽວກັບການກ່າວຫາ ທີ່ມີເພີ່ມຂຶ້ນຕໍ່ພວກທີ່ກ່າວກັນວ່າ ໄດ້ໝິ່ນປະໝາດຕໍ່ພະບໍລົມວົງ
ສານຸວົງຂອງໄທນັ້ນ.

ທ່ານນາງ Pratt ເວົ້າວ່າ ສະຫະລັດໃຫ້ການເຄົາລົບ ຕໍ່ກະສັດຂອງໄທແຕ່ໃນຂະນະ
ດຽວກັນກໍໃຫ້ການສະໜັບສະໜຸນຕໍ່ອິດສະຫຼະພາບໃນການປາກເວົ້າ ສຳລັບປະຊາຊົນ
ຊາວໄທ.

ທະນາຍຄວາມຂອງນາຍ Gordon ຄືນາຍ Arnon Nampa ກ່າວຕໍ່ວີໂອເອວ່າ
ການຕັດສິນໂທດທີ່ວ່ານີ້ແມ່ນຕໍ່າກວ່າຄະດີອື່ນໆທີ່ຄ້າຍຄືກັນ. ທ່ານເວົ້າວ່າທ່ານຈະ
ບໍ່ຂໍອຸທອນ ແຕ່ມີແຜນການທີ່ຈະສົ່ງຄຳຮ້ອງຮຽນເພື່ອຂໍໃຫ້ກະສັດໄທຊົງໃຫ້ອະໄພ
ຍະໂທດ.

XS
SM
MD
LG