ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຈັບ ຊາວອະເມຣິກັນເຊື້ອຊາດໄທ ໃນຂໍ້ຫາ ໝິ່ນປະໝາດກະສັດໄທ


ປະຊາຊົນໄທທໍາການປະທ້ວງຕໍ່ຕ້ານການຈັບກຸມອາຈານສອນມະຫາວິທະຍາໄລຄົນນຶ່ງ ໃນຂໍ້ຫາໝີ່ນປະໝາດ ພະມະຫາກະສັດ ຫລື "lese majeste" ຢູ່ສະຖານີຕໍາຫລວດແຫ່ງນຶ່ງໃນບາງກອກ, ວັນທີ 11 ພຶດສະພາ 2011. REUTERS/Chaiwat Subprasom
ປະຊາຊົນໄທທໍາການປະທ້ວງຕໍ່ຕ້ານການຈັບກຸມອາຈານສອນມະຫາວິທະຍາໄລຄົນນຶ່ງ ໃນຂໍ້ຫາໝີ່ນປະໝາດ ພະມະຫາກະສັດ ຫລື "lese majeste" ຢູ່ສະຖານີຕໍາຫລວດແຫ່ງນຶ່ງໃນບາງກອກ, ວັນທີ 11 ພຶດສະພາ 2011. REUTERS/Chaiwat Subprasom

ຕໍາ​ຫລວດ​ໄທ​ກ່າວ​ວ່າ ຊາຍສັນຊາດອາ​ເມ​ຣິກັນ​ເຊື້ອ​ຊາດ​ໄທ​ຄົນ​ນຶ່ງ ທີ່​ຖືກ​ຈັບ​ກຸມ​ໃນ​ຂໍ້​ຫາ​ໝິ່ນ​ປະໝາດພະ​ມະຫາ​ກະ​ສັດ​ໄທ​ທາງ​ອິນ​ເທີ​ເນັທ ​ເມື່ອ​ສີ່​ປີຜ່ານມາ​ແລ້ວນັ້ນ ຈະ​ຖືກ​ດໍາ​ເນີນ​ຄະດີ​ໃນ​ຖານະ​ເປັນ​ຄົນສັນຊາດ​​ໄທ ​ເຖິງ​ແມ່ນ​​ຜູ້ກ່ຽວ​ໄດ້ອາໃສຢູ່​ໃນ​ສະຫະລັດ​ອາ​ເມຣິກາໃນ​ເວລານັ້ນ​ກໍ​ຕາມ. ພວກ​ນັກ​ເຄຶ່ອນ​ໄຫວ​ເພື່ອສິດທິ​ກ່າວ​ວ່າ ການ​ຕັ້ງ​ຂໍ້​ຫາ​ໃສ່ຜູ້ກ່ຽວຜ່ານລະບົບ ອິນ ​ເທີ​ເນັດແລະວັນເວລາທີ່ລ່ວງເລີຍມາດົນແລ້ວນັ້ນ ​​​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້ແກ່ ​ພາບ​ພົດ​ຂອງ ປະເທດ​ໄທ ແລະຈະ​ສົ່ງຜົນ​ກະທົບ​ອັນ​ໜ້າ​ຢ້ານກົວ​ຕໍ່ເສລີພາບ​ຂອງ​ການສະ​ແດງຄວາມ​ຄິດຄວາມ​ເຫັນ. ທອງ​ປານມີ​ລາຍ​ລະອຽດ​ມາສະ​ເໜີທ່ານຈາກລາຍງານ ຂອງ Daniel Schearf ຜູ້ສື່ຂ່າວວີໂອເອທີ່ບາງກອກ.

ເມື່ອ​ວັນ​ສຸກ​ທີ່ 3 ເດືອນ​ນີ້ ກົມ​ສືບສວນ​ພິ​ເສດ​ຂອງ​ໄທ ​ໄດ້​ຢືນຢັນ​ຕໍ່ວີ​ໂອ​ເອວ່າ ນາຍ
ເລີ​ພົງ ວິ​ໄຊ​ຄໍາ​ມາດ ອາຍຸ 54 ປີ ທີ່​ມີ​ຊື່​ອະເມ​ຣິກັນ​ວ່າ Joe Gordon ຈະ​ຖືກ​ດໍາ​ເນີນ​
ຄະດີ​ໃນ​ຖານະ​ເປັນຄົນ​ສັນຊາດ​ໄທ ​ເຖິງ​ແມ່ນ​ຜູ້ກ່ຽວ​ຈະ​ເປັນ​ສັນ​ຊາດອາ​ເມຣິກັນ​ຕາມ​ກົດ ໝາຍ​ແລ້ວ​ ກໍ​ຕາມ.

ກົມ​ສືບສວນ​ພິ​ເສດ​ຂອງ​ໄທ ຫລື DSI ​ໄດ້​ຈັບ​ກຸມ​ນາຍກໍຣ໌ດອນ​ ​ເມື່ອ​ທ້າຍ​ເດືອນ​ພຶດສະພາແລະ​ຕັ້ງ​ຂໍ້​ຫາ​ຜູ້ກ່ຽວ​ວ່າ​ ດູ​ໝິ່ນ​ພະ​ມະ ຫາ​ກະສັດ ຊຶ່ງ​ຖື​ວ່າ​ເປັນ​ຄວາມຜິດ​ທີ່​ມີສິດຖືກ​ລົງ​ໂທດ​ຈໍາ​ຄຸກ​ໄດ້ດົນ​ເຖິງ 15 ປີ.

ຕໍາຫລວດ​ໄທ​ກ່າວ​ວ່າ ນາຍ​ກໍຣ໌ດອນຖືກຂໍ້​ຫາຫລາຍ​ຢ່າງດ້ວຍກັນ ໂຮມທັງການເອົາປື້​ມ​ ເລຶ່ອງ “ກະສັດ​ບໍ່​ເຄີຍ​ຍິ້ມ” ທີ່ຖືກ​ຫ້າມ​ຂາຍໃນ​ປະ​ເທດ​ໄທນັ້ນ ໄປລິງຄ໌ໃສ່ໜ້າເວັບໄຊ້ທ໌ນຶ່ງ​ໃນ​ປີ 2007.

ລາຍ​ງານ​ຕ່າງໆ​ໃນ​ເບຶ້ອງຕົ້ນ ​ເວົ້າວ່າ ​ໃນ​ເວລານັ້ນ ນາຍກໍ​ຣ໌ດອນ ອາ​ໃສ​ຢູ່​ໃນ​ສະຫະລັດ ​ແລະ​ຜູ້ກ່ຽວ​ໄດ້ຍ້າຍ​ກັບ​ຄືນ​ໄປ​ຢູ່​ໃນ​ໄທເມື່ອປະມານ ນຶ່ງປີຜ່ານມາ ​ຫລັງຈາກ​ໜີ​ອອກ​ຈາກ​ໄທ​ໄປໄດ້ 30 ປີ.

ທ່ານຢະນະພອນ ຢັ້ງຢືນ ເອກອະທິບໍດີກົມສືບສວນ ພິເສດຂອງໄທ, ບາງກອກວັນທີ 3 ມິຖຸນາ 2011.
ທ່ານຢະນະພອນ ຢັ້ງຢືນ ເອກອະທິບໍດີກົມສືບສວນ ພິເສດຂອງໄທ, ບາງກອກວັນທີ 3 ມິຖຸນາ 2011.

ເອກອະທິບໍດີ​ກົມ​ສືບສວນ​
ພິ​ເສດ​ ​ຢະນະພອນ​ ຢັ້ງຢືນ
ໄດ້ໂຕ້​ແຍ້​ງລາຍ​ງານ​ເຫລົ່ານັ້ນ ​
ໂດຍກ່າວ​ວ່າ ນາຍ​ກໍຣ໌ດອນ​
ໄດ້​ມາອາ​ໃສ​ຢູ່​ໃນ​ປະ​ເທດ​ໄທ​
ໄດ້ 3 ປີແລ້ວ ​ແຕ່​ປະຕິ​ເສດ​ທີ່
ຈະ​ກ່າວວ່າ ຜູ້ກ່ຽວໄດ້ກະທໍາ
ຄວາມຜິດ​ທີ່​ຖືກ​ກ່າວ​ຫາ​ນັ້ນ​
ຢູ່​ໃນດິນໄທ ຊຶ່ງທ່ານ​ກ່າວຕໍ່ໄປ
ວ່າ ​ເລຶ່ອງທີ່​ວ່າ​ນາຍ​ກໍຣ໌ດອນ
ຈະ​ອາ​ໃສ​ຢູ່​ໃນ​ປະ​ເທດ​ໃດນັ້ນ
ມັນ​ບໍ່​ກ່ຽວ​ກັນ​ເລີຍ. ທ່ານເອກ
ອະທິບໍດີ​ ​ຢະ​ນະ​ພອນ ກ່າວ​ວ່າ:

“ລະບົບ​ອິນ​ເທີ​ເນັທມາ​ເຖິງ​ປະ​
ເທດໄທ ​ແລະ​ກໍ​ສາມາດ​ເຫັນ​
ໄດ້ ຫລື​ເຂົ້າ​ໄປ​ເບິ່ງໄດ້ຢູ່​ໃນ​
ໄທ​ເຊັ່ນ​ກັນ ​ເພາະວ່າ​ເປັນ cyberspace ກໍຄື ລະບົບ​ເຄືອ​ຂ່າຍ​ອິນ​ເທີ​ເນັທ ແລະ
ລະບົບ​ເຄືອ​ຂ່າຍອິນ​ເທີ​ເນັທນີ້​ບໍ່​ມີ​ພົມ​ແດນ ຫລື​ປ​ະ​ເທດ​ ແຕ່​ກໍມີຜົນກະທົບ​ຕໍ່​ຄວາມ
ໝັ້ນຄົງແຫ່ງຊາດຂອງໄທ ແລະມັນກໍໄດ້ຖືກຕີຄວາມໝາຍໄວ້ຢ່າງແຈ່ມແຈ້ງ
ຢູ່​ໃນ
ກະບວນ​ກົດໝາຍ​ຂອງ​ໄທ
.”

ເອກອະທິບໍດີ ​ຢະນະ​ພອນ ກ່າວ​ວ່າ ທໍາ​ອິດ​ນາຍ​ກໍຣ໌ດອນ​ໄດ້ຍອມຮັບ​ການ​ກໍ່ອາ​ຊະ​ຍາ​ກໍາ​
ທີ່​ຖືກ​ກ່າວ​ຫາ​ນັ້ນ​ ຢູ່​ໃນເທບ​ວີ​ດີ​ໂອ ​ແຕ່​ຕໍ່​ມາ​ຜູ້ກ່ຽວ​ໄດ້ປິ້ນຄວາມ.

ບໍ່​ເປັນ​ທີ່​ແຈ້ງ​ຂາວວ່າ ເປັນຫຍັງພວກ​ເຈົ້າໜ້າ​ທີ່​ໄທ​ຈຶ່ງທໍາການຈັບ​ກຸມ​ນາຍ​ກໍຣ໌ດອນໃນເວ​ລາ​ນີ້​ ​ແຕ່​ພວກ​ກຸ່ມ​ເຄຶ່ອນ​ໄຫວ​ເພື່ອສິດທິ​ກ່າວ​ວ່າ ​ໄທ​ໄດ້​ນໍາໃຊ້ກົດ​ໝາຍ​ຫ້າມການ​ດູ​ໝິ່ນ​ພະ​ມະ ຫາ​ກະສັດ​ນັ້ນ ຫລາຍ​ເພີ່ມ​ຂື້ນ​ນັບ​ມື້ ​ເພື່ອ​ປິດປາກ​ພວກຝ່າຍຄ້ານ.

ທ່ານ Benjamin Zawacki ຜູ້​ຄົ້ນຄວ້າ​ພາກ​ພື້ນ​ເອ​ເຊຍ ປະ​ຈໍາ​ອົງການນິລະ​ໂທດ​ກໍາ​ສາ
ກົນ​ ກ່າວ​ວ່າ ກົມ​ສອບ​ສວນ​ພິ​ເສດ​ໄທ ຫລື DSI ແມ່ນກໍາລັງ​ນໍາ​ໃຊ້​ກົດໝາຍ​ນີ້ຢ່າງ​ກວມ
ກວ້າງ ​ແລະ​ການ​ຈັບ​ກຸມນາຍກໍຣ໌ດອນ​ກໍ​ເປັນ​ອີກບາດກ້າວ​ນຶ່ງ ໃນການກວາດລ້າງປາບ
ປາມ​ ທີ່ໄດ້​ບີບຮັດເສລີ​ພາບ​ໃນ​ການສະແດງ​ຄວາມ​ຄິດ​ຄວາມ​ເຫັນ ​ໃນ​ປະ​ເທດ​ໄທ. ທ່ານ Zawacki ກ່າວວ່າ:

“ຂ້າພະ​ເຈົ້າໝາຍ​ເຖິງ​ວ່າ ຖ້າ​ຫາກ​ມັນສາມາດເກີດ​ຂື້ນໄດ້ກັບ​ບຸກຄົນໃດນຶ່ງ ທີ່ຖື
ສອງ​ສັນຊາດ
ແລະກ່ຽວ​ພັນ​ກັບ​ເຫດການທີ່ເກີດ​ຂື້ນ​ເມື່ອ​ສີ່​ປີຜ່ານມາແລ້ວ ແລະ
ຜູ້ກ່ຽວກໍໄດ້
ກະທໍາຄວາມຜິດນັ້ນຢູ່​ໃນ​ສະຫະລັດ ຊຶ່ງ​ນັບ​ວ່າ​ໄກ​ຫລາຍ ທີ່ສຸດແລ້ວ
ຈາກ​ປະ​ເທດ​ໄທ
ຖ້າເວົ້າໃນທາງພູມິສາດ​ ມັນ​ຈຶ່ງພາໃຫ້ພວກເຮົາອົດຄິດບໍ່​ໄດ້​ວ່າ
ແມ່ນ​ຫຍັງ​ອາດ
ສາມາດເກີດ ຂຶ້ນໄດ້ໃນຂັ້ນ​ຕໍ່​ໄປ ​ແລະ​ການ​ປາກ​ເວົ້າ​ແບບ​ໃດ​ແດ່
ທີ່​ຖືກ​ປົກ​ປ້ອງ​ຄຸ້ມ​ຄອງ
.”

ທ່ານ Zawacki ກ່າວ​ຕໍ່​ໄປ​ວ່າ ຖ້າ​ຫາກ​ວ່າ​ນາຍ​ກໍຣ໌ດອນ​ຖືກ​ຕັດສິນ​ວ່າ ກະທໍາ​ຜິດແທ້​ແລະ
ຖືກ​ຈໍາ​ຄຸກ ຜູ້ກ່ຽວ​ກໍຈະ​ຖືກ​ຈັດ​ວ່າ​ເປັນ​ນັກ​ໂທ​ດການ​ເມືອງ.

ເອກອະທິບໍດີ​ຢະ​ນະ​ພອນ ​ແຫ່ງ​ກົມ​ສືບ​ສວນ​ພິ​ເສດ​ກ່າວ​ວ່າ ນາຍ​ກໍ​ຣ໌ດອນ​ໄດ້​ຂຽນຂໍ້ຄວາມ
ລົງ​ໃນ​ເວ​ບ​ໄຊ້ຂອງກຸ່ມທີ່​ຕໍ່ຕ້ານ​ລັດຖະບານ​ໄທ ກໍ​ຄື​ກຸ່ມ ນ.ປ.ຊ. ສະຫະລັດ​ ທີ່​ສະໜັບສະ
ໜຸນ​ການ​ປະທ້ວງ​ຄັ້ງ​ໃຫຍ່ຂອງຊາວໄທຕາມ​ຖະນົນ​ຫົນ​ຫລາຍ​ໆ​ບັ້ນ​ໃນ​ນະຄອນຫລວງ​ບາງ
ກອກ​ເມື່ອ​ປີຜ່ານມາ. ແຕ່ແນວ​ໃດ​ກໍ​ຕາມ ທ່ານຢະນະພອນກ່າວ​ວ່າການ​ຈັບ​ກຸມນາຍກໍຣ໌ດອນ
ບໍ່ໄດ້​ກ່ຽວ​ກັບການ​ເມືອງ.

ໃນ​ເດືອນ​ມີນາ​ຜ່ານ​ມາ ​ແກນ​ນໍາ​ກຸ່ມ ນ.ປ.ຊ. ແລະຜູ້ຈັດຕັ້ງ ນ.ປ.ຊ. ສະຫະລັດ ນາຍທັນ
ທະ​ວຸດ ທະວີ​ວະໂຣດົມ​ກຸນ ຖືກ​ຕັດສິນ​ຈໍາ​ຄຸກ 13 ປີ ​ໃນ​ຂໍ້​ຫາ​ດູ​ໝິ່ນ​ພະ​ມະຫາ​ກະສັດ​ແລະ
ກໍ່ອາ​ຊະ​ຍາ​ກໍາທາງ​ຄອມພິວ​ເຕີ.

ທ່ານ David Streckfuss ​ເປັນ​ນັກວິຊາການ​ຄົນ​ນຶ່ງ​ທີ່​ກໍາລັງ​ສຶກສາ​ວັທະນະ​ທໍາ​ການ​ເມືອງ​
ໄທ​ແລະ​ໄດ້​ຂຽນ​ເລຶ່ອງ​ກ່ຽວ​ກັບ​ການ​ດູ​ໝິ່ນ​ພະ​ມະຫາ​ກະສັດ. ລາວກ່າວ​ວ່າ ກ່ອນ​ໜ້າການ​ລັດ​ຖະ​ປະຫານ​ເມື່ອ​ປີ 2006 ນັ້ນ ມີ​ບໍ່​ເທົ່າ​ໃດ​ຄົນ​ທີ່​ຖືກດໍາ​ເນີນ​ຄະດີ​ໃນ​ແຕ່ລະ​ປີ ​ແຕ່​ຈາກປີ 2006 ຫາ ປີ 2009 ນັ້ນ ປາກົດ​ວ່າ​ມີ​ຜູ້​ຖືກ​ດໍາ​ເນີນ​ຄະດີ​ຫລາຍ​ເກືອບ​ເຖິງ 400 ຄົນ. ທ່ານ Streckfuss ກ່າວ​ວ່າ:

ຄະດີແບບນີ້ ແມ່ນເປັນໄພຂົ່ມຂູ່ ຢ່າງ​ເລິກ​ເຊິ່ງ ​ຕໍ່ພາບ​ພົດ​ຂອງ​ໄທ ໃນເວລານີ້ ແລະພາບພົດຂອງໄທໃນເມື່ອກ່ອນ ຊຶ່ງກໍຄືການເປັນ​ບ່ອນ​ທີ່​ຖື​ວ່າ​ມີ​ເສລີພາບ​ໂດຍ ທັນທີ​ນັ້ນ.

ລັດ​ຖະ​ປະຫານ ປີ 2006 ໄດ້​ໂຄ່ນ​ລົ້ມ​ນາຍົກລັດຖະມົນຕີ​ທັກສິນ ຊິນນະ​ວັດ. ​ພວກຝ່າຍ​
ຄ້ານ​ທ່ານ​ທັກສິນ​ກ່າວ​ຫາ​ວ່າ ທ່ານຍັງມີຄວາມ​ຄິດ​ຕໍ່ຕ້ານ​ກະສັດຢູ່ ​ແຕ່​ທ່ານ​ທັກສິນປະຕິ​ ເສດ​ຂໍ້​ກ່າວ​ຫາ​ດັ່ງກ່າວ.

ທ່ານ Streckfuss ກ່າວ​ຕໍ່​ໄປ​ວ່າ ຢ່າງ​ໜ້ອຍ​ໄດ້ມີ​ຄະດີ​ນຶ່ງທີ່ຄ້າຍຄືກັນ​ກັບຄະດີ​ຂອງ​ນາຍ​
ກໍຣ໌ດອນ ຊຶ່ງທ່ານ​ເລົ່າຕໍ່ໄປວ່າ ເມື່ອບໍ່​ເທົ່າ​ໃດ​ປີຜ່ານມາ ພວກ​ເຈົ້າໜ້າ​ທີ່​ໄທໄດ້ບອກຄົນສັນ
ຊາດ​ອະ​ເມຣິກັນ​ເຊື້ອ​ສາຍ​ໄທ​ຄົນ​ນຶ່ງ​ວ່າ ​ຂໍ້ຄວາມທີ່​ລາວຂຽນລົງ​ໃນເວ​ບ​ໄຊ້ຂອງ​ລາວ​ນັ້ນ
ແມ່ນຖືວ່າ​ເປັນການ​ກະທໍາຜິດກົດໝາຍໄທ ​ແລະ​ກໍ​ໄດ້​ຖືກ​ຕຸກ​ເຕືອນຜູ້ກ່ຽວ​ວ່າ ຢ່າ​ກັບໄປ​
ເມືອງ​ໄທ​ອີກ ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ຖືກ​ຈັບ​ກຸມ.

ໂຄສົກ​ສະຖານທູດ​ສະຫະລັດ​ໃນ​ບາງກອກ​ກ່າວ​ວ່າ ພວ​ກ​ເຈົ້າໜ້າທີ່ກົງ​ສຸນ​ສະຫະລັດ​ໄດ້​ໄປ
ຢ້ຽມຢາມ​ນາຍ​ກໍຣ໌ດອນ​ເປັນ​ປະ​ຈໍາ ​ແລະ​ພ້ອມດຽວ​ກັນ​ ກໍ​ຮຽກຮ້ອງ​ໃຫ້​ພວກ​ເຈົ້າໜ້າ​ທີ່​ໄທ​
ຈົ່ງ​ເຄົາລົບ​ນັບຖື​ເສລີພາບ​ໃນການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ.

XS
SM
MD
LG