ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອະດີດເຈົ້າໜ້າທີ່ສືບລັບມຽນມ້າ ເຕືອນວ່າ ໄທຈະຕົກຢູ່ໃນ ສະພາບອ່ອນແອ


ອະດີດ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂັ້ນ​ອາວຸ​ໂສ​ຂອງ​ມຽນມາ​ທ່ານ​ນຶ່ງເຕືອນ​ວ່າ ໄທ​ຈະ​ຕົກ​ຢູ່​ໃນ​ສະພາບ ​ທີ່​ອ່ອນ​ແອ​ ​ຕໍ່ຄວາມ​ກົດດັນ​ດ້ານ​ການ​ເມືອງ​ຈາກ​ມຽນມາ ​ເວລາ​ໃດ​ລັດຖະບານ​ພາຍ​ໃຕ້​ການ ​ນໍາພາ​ຂອງ​ພວກທະຫານ​ ຫາກສໍາ​ເລັດ​ເສັດ​ສິ້ນການ​ວາງ​ທໍ່​ແກ​ສທໍາ​ມະ​ຊາດ ຂອງ​ມຽນມາ​ ໄປ​ຍັງ​ຈີນ​ນັ້ນ.


ທ່ານ Aung Lynn Htut ທີ່ໂຕນ​ໜີ​ຈາກ​ມຽນມ້າ​ມາ​ອາ​ໄສ​ຢູ່​ໃນ​ສະຫະ ລັດ​ໃນ​ປີ 2005 ກ່າວ ຢູ່​ໃນ​ບົດໃຫ້​ສໍາພາດ​ທີ່ຖືກນໍາອອກ​ພິມ​ເຜີຍ​ແຜ່ໃນວັນ​ພຸດ​ວານ​ນີ້​ວ່າ ທ່ານ Than Shwe ຜູ້​ນໍາ​ລັດຖະບານ​ທະຫານມຽນມາ ມັກ​ກ່າວ​ອວດ​ອ້າງ​ຢູ່​ເລື້ອຍໆ​ວ່າ ຕົນ​ມີ​ຄວາມ​ສາມາດ​ທີ່​ຈະເຂົ້າ​ແຊກ ​ແຊງ​ໃນ​ການ​ເມືອງ​ຂອງ​ໄທ​ນັ້ນ.


ອະດີດ​ເຈົ້າ​ໜ້າ​ທີ່ສືບ​ລັບ​ມຽນມ້າ​ທ່ານ​ນີ້ກ່າວ​ຕໍ່ວີ​ໂອ​ເອພະ​ແນ​ກພາສາມຽນມາວ່າ ​ເວລາ​ໃດ​ ການ​ວາງ​ທໍ່ແກ​ສທໍາ​ມະ​ຊາດ​ໄປ​ຍັງ​ຈີນ​ສໍາ​ເລັດ​ແລ້ວ ທ່ານ Than Shwe ກໍຈະ​ມີ​ອໍານາດ
ງັດ​ງ້າງ​ຫລາຍ​ຂຶ້ນ​ຕໍ່​ປະ​ເທດ​ໄທ​ ທີ່​ອ​າ​ໃສ​ກາງຕໍ່ແກ​ສທໍາ​ມະ​ຊາດ​ຈາກ​ມຽນມາ ຢ່າງ​ຫລວງ
ຫລາຍ​ແລະ​ໃນ​ອາທິດ​ແລ້ວ​ນີ້ ກໍ​ໄດ້​ລົງ​ນາມ​ໃນ​ສັນຍາ​ທີ່ຈະ​ຊື້ແກສທໍາ​ມະ​ຊາດ​ຈາກມຽນມ້າ
ຕື່ມ​ອີກ​ເປັນ​ເວລາ 30 ປີ. ມີ​ການ​ອ້າງ​ຄໍາ​ເວົ້າ​ຂອງລັດຖະມຸນຕີ​ກະຊວງ​ພະລັງງານຂອງໄທ​ວ່າ ສັນຍາຊື້​ຂາຍ​ກັນ​ນີ້ຈະ​ຮັບປະກັນ​ຄວາມ​ໝັ້ນຄົງດ້ານ​ພະລັງງານ​ຂອງ​ໄທ. ແຕ່​ມຽນມາ ໄດ້​ ເລີ້ມ​ທໍາການ​ວາງ​ທໍ່​ລໍາລຽງ​ແກ​ສທໍາ​ມະ​ຊາດໃໝ່ໄປ​ຫາ​ຈີນ​ ໃນ​ເດືອນ​ມິຖຸນາຜ່ານ​ມາ ຊຶ່ງ ຈະລຸດ​ຜ່ອນ​ການ​ກາງ​ຕໍ່​ຂອງມຽນມາ​ຕໍ່​ການ​ຂາຍແກ​ສຂອງ​ຕົນ​ໃຫ້​ໄທ​ນັ້ນ​ລົງ.

XS
SM
MD
LG