ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ໄທແລະກໍາປູເຈຍຜູກສາຍ ພົວພັນກັນຄືນ


ໄທແລະກໍາປູເຈຍຕັດສິນໃຈຜູກສາຍພົວພັນທາງການທູດຂັ້ນປົກກະຕິກັນຄືນ ຫລັງຈາກ ຕັດຂາດກັນມາwໄດ້ເກືອບ 1 ປີ.

ສາຍພົວພັນລະຫວ່າງໄທແລະກໍາປູເຈຍໄດ້ປະສົບກັບຄວາມ ເຄັ່ງຕຶງໃນປີແລ້ວນີ້ເວລາອະດີດນາຍົກລັດຖະມຸນຕີໄທ ທ່ານທັກສິນ ຊິນນະວັດ ທີ່ທາງການໄທຕ້ອງການໂຕ ມາດໍາ ເນີນຄະດີໃນຂໍ້ຫາຖານສໍ້ລາດບັງຫລວງ ຮັບ​ເອົາ ຕໍາແໜ່ງ​ເປັນທີ່ປຶກສາດ້ານເສດຖະກິດ ໃຫ້ລັດຖະບານ ກຸງພະນົມເປັນ.

ແຕ່ບັດນີ້ ທ່ານທັກສິນໄດ້ລາອອກຈາກຕໍາແໜ່ງນີ້ແລ້ວ ແລະກະຊວງການຕ່າງປະເທດໄທກ່າວວ່າ ພວກເອກອັກຄະ ລັດຖະທູດຂອງສອງປະເທດ ຈະກັບຄືນໄປດໍາລົງຕໍາແໜ່ງ ຂອງຕົນ ໃນປະເທດຂອງກັນແລະກັນ. ລັດຖະມຸນຕີການຕ່າງປະເທດໄທໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ກໍາປູເຈຍເຊ່ນກັນ ສໍາລັບການຮ່ວມໄມ້ຮ່ວມມືຂອງຝ່າຍ​ກໍາປູ​ເຈຍ ເພື່ອ ສົ່ງເສີມສາຍພົວພັນສອງຝ່າຍໃຫ້ແໜ້ນແຟ້ນຂຶ້ນນັ້ນ.


ທ່ານທັກສິນໄດ້ຖືກໂຄ່ນລົ້ມອອກຈາກຕໍາແໜ່ງ​ ໂດຍການກໍ່ລັດຖະປະຫານຂອງ​ກອງທັບໃນປີ 2006 ແລະໄດ້ໄປລີ້ໄພໃນຕ່າງປະເທດຕັ້ງ ແຕ່ປີ 2008 ເປັນຕົ້ນມາ. ທ່ານທັກສິນມີສາຍ ພົວພັນທີ່ໃກ້ຊິດກັບນາຍົກລັດຖະມຸນຕີຮຸນ​ເຊນແຫ່ງກໍາປູເຈຍ ແລະມີຜົນປະໂຫຍດທາງທຸລະ ກິດຫລາຍ​ຢ່າງໃນກໍາປູເຈຍ. ກະຊວງການຕ່າງປະເທດກໍາປູເຈຍກ່າວວ່າ ທ່ານທັກສິກໄດ້ລາ ອອກຈາກຕໍາແໜ່ງຂອງທ່ານ ຍ້ອນເຫດຜົນສ່ວນຕົວຂອງທ່ານເອງ.


ທ່ານ Hang Chhaya ຫົວໜ້າບໍລິຫານສະຖາບັນປະຊາທິປະໄຕຂະເໝນທີ່ກຸງພະນົມເປັນ ກ່າວວ່າ ການລາອອກຂອງທ່ານທັກສິນແລະການຜູກສາຍພົວພັນທາງການທູດກັນຄືນ ເປັນ ບາດກ້າວທີ່ສໍາຄັນໄປສູ່ການເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງສອງຝ່າຍໝົດໄປ ຊຶ່ງທ່ານ
Hang Chhaya ກ່າວວ່າ: “ຂ້າພະເຈົ້າຄິດວ່າ ນີ້ແມ່ນບາດກ້າວໃນທາງບວກອັນນຶ່ງ ໂດຍ ການລາອອກຂອງທ່ານທັກສິນນັ້ນ. ທ່ານສາມາດເຫັນໄດ້ວ່າ ລັດຖະບານໄທໄດ້ຈັດສົ່ງເອກ ອັກຄະລັດຖະທູດຂອງຕົນ ກັບຄືນໄປຍັງນະຄອນຫລວງພະນົມເປັນຢ່າງໄວ ແລະທາງຝ່າຍ ກໍາປູເຈຍ ກໍກະທໍາເຊັ່ນດຽວກັນ. ນີ້ກໍຖືວ່າເປັນສິ່ງທີ່ດີຫລາຍໃນແງ່ທີ່ວ່າ ທັງສອງປະເທດ ສາມາດທີ່ຈະປະຕິບັດງານຮ່ວມກັນໄດ້ ໃນເມື່ອວ່າ ບັດນີ້ ທັງໄທແລະກໍາປູເຈຍ ຕ່າງກໍມີ ຄວາມສໍາພັນທາງການທູດ ແບບປົກກະຕິນໍາກັນແລ້ວ.”

ທ່ານ Hang Chhaya ກ່າວວ່າຄວາມພະຍາຍາມທາງການທູດ ຮວມທັງຄວາມພະຍາ ຍາມ ຂອງກຸ່ມອາຊ່ຽນ ສະຫະລັດແລະຈີນ ໄດ້ຊ່ອຍປັບປຸງສາຍພົວພັນ ລະຫວ່າງ​ສອງ ປະ​ເທດເພື່ອນ​ບ້ານນີ້ໃຫ້ດີຂຶ້ນ ຊຶ່ງທ່ານ Hang Chhaya ກ່າວຊີ້ແຈງດັ່ງນີ້:


“ສະຫລູບໄດ້ວ່າ ສະມາຄົມອາຊ່ຽນນັ້ນສະແດງຕົນເປັນຜູ້ດູແລເບິ່ງແຍງ ຢູ່ໃນຂົງ ເຂດນີ້ ແລະບາງທີ ອາດຈະແມ່ນເພື່ອຊ່ວຍຮັກສາໜ້າໄວ້ກໍໄດ້ ເພາະວ່າ ສົມມຸດ ວ່າ ຖ້າໄທກັບກໍາປູເຈຍເກີດທໍາສົງຄາມກັນແລ້ວ ມັນກໍຈະເປັນຄວາມຫາຍຍະນະ ຫລືເສຍໜ້າ ສຳລັບສະມາຄົມອາຊ່ຽນ.”

ການ​ແຕ່ງ​ຕັ້ງທ່ານ​ທັກສິນ​ໃຫ້​ກໍາ​ຕໍາ​ແໜ່​ງເປັນ​ທີ່​ປຶກສາ​ລັດຖະບານ​ກໍາປູ​ເຈຍ​ ​ໄດ້ພາ​ໃຫ້​ໄທ​ຖອນ​ການ​ສະໜັບສະໜຸນ​ຂອງ​ຕົນ ສໍາລັບຂໍ້​ຕົກລົງ​ ກ່ຽວ​ກັບການ​ກ່າວ​ອ້າງ​ເອົາ​ກໍາມະສິດ​ໃນ​ເຂດ​ນ່ານນໍ້າ​ທີ່​ກວມ​ກັນ ຢູ່​ໃນ​ອ່າວ​ໄທ​ນັ້ນ.

ນອກ​ນີ້​ແລ້ວ ການ​ຜິດ​ຖຽງກັນ​ກ່ຽວ​ກັບ​ເລື້ອງທ່ານ​ທັກສິນ ​ຍັງໄດ້ເຮັດ​ໃຫ້ການ​ຂັດ​ແຍ້​ງກັນ ຮ້າຍ​ແຮງ​ຂຶ້ນ ກ່ຽວ​ກັບແຜນ​ການ​ຂອງ​ກໍາປູ​ເຈຍ​ທີ່​ຈະເປັນ​ຜູ້​ຄຸ້ມ​ຄອງວັດພຣະວິຫານ​ທີ່​ເກົ່າ​ ແກ່ ອາຍຸ 900 ປີໃນເຂດຊາຍ ​ແດນ​ຕິດກັບ​ໄທນັ້ນ.

ພຣະວິຫານ​ທີ່​ວ່າ​ນີ້ ຕັ້ງ​ຢູ່ເທິງ​ພູຜາແຫ່ງ​ນຶ່ງ ໃນ​ດິນ​ແດນ​ຂອງ​ກໍາປູ​ເຈຍ​ແຕ່​ທາງ​ເຂົ້າ​ຫາ​ພຣະວິຫານ​ດັ່ງກ່າວ ສ່ວນ​ໃຫຍ່ແລ້ວແມ່ນ​ຕ້ອງຜ່ານ​ດິນ​ແດນ​ຂອງ​ໄທ​ເທົ່າ​ນັ້ນ.

ໃນ​ປີ 1962 ສານ​ໂລກ​ໄດ້​ຕັດສິນ​ວ່າ ພຣະວິຫານ​ດັ່ງກ່າວ​ແມ່ນ​ຕັ້ງ​ຢູ່ໃນ​ດິນ​ແດນ​ຂອງ​ກໍາປູ​ເຈຍ ​ແຕ່​ບໍ່​ໄດ້​ຕັດສິນ​ວ່າ​ປະ​ເທດ​ໃດ​ມີ​ກໍາມະສິດໃນທີ່​ດິນ​ ຕອນ​ນຶ່ງ​ທີ່ຢູ່ຕິດ​ກັນ​ກັບ​ບໍລິ​ເວນ​ເຂົາ​ພະ​ວິຫານ ​ທີ່ໄທ​ເປັນ​ຜູ້​ຄວບ​ຄຸມ​ນັ້ນ. ​ໄທ​ມີຄວາມ​ໂກດ​ແຄ້ນ​ເວລາ​ກຸງ​ພະນົມ​ເປັນ​ດໍາ​ເນີນ​ການ​ຕາມ​ລໍາພັງ ​ເພື່ອ​ພະຍາຍາມ​ໃຫ້​ສະຫະ​ປະຊາ​ຊາດ​ປະກາດ​ໃຫ້​ພະ​ວິຫານ​ແຫ່ງ​ນີ້ ​ເປັນ​ມູນມໍລະດົກ​ຂອງໂລກ ​ເມື່ອ 2 ປີກ່ອນ.

ນັບ​ແຕ່​ນັ້ນ​ມາ ກໍໄດ້​ມີ​ການ​ປະ​ທະ​ກັນທາງ​ທະຫານແບບ​ເລັກ​ໆນ້ອຍໆ​ຫລາຍ​ຄັ້ງ ​ໃນ​ເຂດ​ອ້ອມ​ແອ້ມ​ພຣະວິຫານ​ດັ່ງກ່າວ. ຄາດວ່າ​ການ​ໂອ້​ລົມ​ເລື້ອງ​ບັນຫາ​ຂັດ​ແຍ່ງກັນກ່ຽວ​ກັບ​ເລື້ອງ​ນີ້​ ຈະ​ມີ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີ​ນີ້.

XS
SM
MD
LG