ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບາງກອກກັບຄືນສູ່ສະພາບເດີມ


ພວກພະນັກງານທຳຄວາມສະອາດໃນບາງກອກ ຫລັງຈາກການປະທ້ວງຕໍ່ຕ້ານລັດຖະບານ ວັນທີ 20 ພຶດສະພາ
ພວກພະນັກງານທຳຄວາມສະອາດໃນບາງກອກ ຫລັງຈາກການປະທ້ວງຕໍ່ຕ້ານລັດຖະບານ ວັນທີ 20 ພຶດສະພາ

ນະຄອນຫລວງ​ຂອງ​ໄທ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ແລ້ວ​
ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ເກີດ​ຄວາມ​ວຸ້ນວາຍທີ່ີ​ຮ້າຍ​ແຮງ
ມາ​ເປັນ​ເວລາ 6 ສັບປະດາ ຊຶ່ງ​ພວກ​ວົງ​ການ​ທຸລະ​ກິດ
ຕະຫລາດ​ຂາຍ​ຮຸ້ນ​ແລະ​ໂຮງຮຽນ​ແຫ່ງ​ຕ່າງໆ​ໄດ້ໄຂ​ຄືນ​ແລ້ວ.
ປະຊາຊົນ​ຫລາຍ​ພັນ​ຄົນ​ພາກັນສະໝັກ​ໃຈ​ໄປ​ທຳ​ຄວາມ​ສະອາດ
ຢ່າງ​ໃຫຍ່​ໃນ​ວັນ​ອາທິດ​ວານ​ນີ້ໃນ​ເຂດ​ຍ່ານ​ການ​ຄ້າ​ທ່ີ​ຖືກ​ຈູດ
ເປັນ​ເຖົາ​ຖ່ານໃນ​ບາງກອກຫລັງ​ຈາກ​ການວາງ​ເພີງ​ໃສ່​ຕຶກ​ອາຄານ
ແລະ​ຮ້ານ​ຄ້າ​ຮ້ານ​ຂາຍ​ຕ່າງໆແລະ​ການ​ຍິງ​ປືນ​ຕໍ່ສູ້​ກັນ

ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ສັບປະດາຜ່ານ​ມາ ທ່ີ​ໄດ້​ເຮັດ
ໃຫ້ສູນ​ການ​ຄ້າ​ໃນ​ຕົ​ວ​ເມືອງ​ເປັນ​ເຖົາ​ຖ່ານ​ນັ້ນ
ລະ​ບົບ​ການ​ຂົນ​ສົ່ງ​ມວນ​ຊົນ​ທ່ີ​ສຳຄັນ 2 ລະ​ບົບ​ໃນ​ບາງກອກ ຄື
ລະບົບ​ລົດ​ໄຟ​ລອຍ​ຟ້າ​ຫລື Skytrain​ແລະ​ລະບົບ

ລົດ​ໄຟ​ໄຕ້​ດິນໄດ້​ເປີດ​ການ​ບໍລິການ​ຄືນ​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ
ຖືກ​ອັດ​ລົງ​ເປັນ​ເວລາ 1 ສັບປະດາ.
ຢ່າງ​ໜ້ອຍ​ປະຊາຊົນ 83 ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ 1800 ຄົນ

ນັບ​ແຕ່​ພວກ​ເສື້ອ​ແດງ​ຕໍ່ຕ້ານ​ລັດຖະບານ​ເລີ້ມ​ທຳ​ການ​ເດີນ​ຂະ​ບວນປະ​ທ້ວງ

ໃນ​ເດືອນ​ມີນາ​ຜ່ານ​ມາ.
ທ່ານອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມຸນຕີ​ໄທ​ຮຽກຮ້ອງ​ໃຫ້​ມີການ​
ປອງ​ດອງ​ຊາດ​ໃນ​ວັນ​ສຸກ​ຜ່ານ​ມາ ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ

ລັດຖະບານ​ຈະ​ປະ​ເຊີນໜ້າ​ກັບ​ການ​ທ້າ​ທາຍທ່ີ​ໃຫຍ່​ຫລວງຕ່າງໆໃນ​ຂັ້ນ​ຕໍ່​ໄປ
ໃນ​ຂະນະ​ທ່ີ​ທາງ​ລັດຖະບານ​ຈະ​ພະຍາຍາມ​ປົວ​ແປງ

ຄວາມ​ແຕກ​ແຍກ​ກັນ​ທາງ​ດ້ານ​ການ​ເມືອງ​ທ່ີ​ມີ​ຂຶ້ນຢ່າງ​ໜັກໜ່ວງນັ້ນ.

XS
SM
MD
LG