ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຕັດສິນໃຫ້ສົ່ງພໍ່ຄ້າອາວຸດ ໄປຍັງສະຫະລັດ


ສານ​ອຸທອນ​ຂອງ​ໄທ​ໄດ້​ຕັດສິນ​ວ່າ ນາຍ ວິກຕໍ ບຸດ ທີ່​ຖືກ​ກ່າວ​ຫາ​ເປັນ​ພໍ່ຄ້າ​ອາວຸດນັ້ນ ຄວນ​ຈະ​ຖືກ​ສົ່ງ​ໄປ​ຍັງ​ສະຫະລັດ​ເພື່ອ​ປະ​ເຊີນກັບ​ການ​ດໍາ​ເນີນ​ຄະດີ​ຢູ່​ທີ່​ນັ້ນ. ນາຍ ບຸດ ຖືກ​ກ່າວ​ຫາ​ວ່າ ຂາຍ​ອາວຸດ​ທີ່​ກະ​ຕຸ້ນ​ໃຫ້​ເກີດການ​ຕໍ່ສູ້​ກັນ​ຢູ່​ໃນ​ເຂດ​ຕ່າງໆ​ ແລະ​​ສົ່ງ​​ເສີມພວກ ຜະ​ເດັດ​ການປະກອບ​ອາວຸດຢູ່​ໃນ​ທົ່ວ​ທະວີບ​ອະ​ຟຣິກາແລະ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ.

ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ສານ​ອຸທອນ​ຂອງ​ໄທ​ກ່າວ​ວ່າ ນາຍ ວິກຕໍ ບຸດ ຈະ​ຕ້ອງ​ຖືກ​ສົ່ງ​ໄປໃຫ້​ສະຫະລັດ​ ພາຍ​ໃນ 3​ ເດືອນ ​ຂ້າງ​ໜ້າ​ນີ້. ນາຍບຸດ ປະ​ເຊີນ​ກັບ​ການ​ລົງ​ໂທດ ໜັກ​ເຖິງ​ຂັ້ນ​ຈໍາ​ຄຸກ​ຕະຫລອດ​ຊີວິດໄດ້ ໃນ​ຂໍ້​ຫາ​ຖານ​ສົມຮູ້​ຮ່ວມ​ຄິດ​ ໃນ​ການ​ສັງຫານ​ຄົນ​ອາເມຣິກັນ​ ແລະ​ຂາຍ​ອາວຸດ​ໃຫ້​ກຸ່ມ​ກໍ່​ການ​ຮ້າຍ​ກຸ່ມ​ນຶ່ງ. ​ແຕ່​ນາຍບຸດໄດ້ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ ໄດ້​ຕັ້ງ​ຂໍ້​ສົງ​ໃສ​ກ່ຽວ​ກັບຄໍາ​ຕັດສິນດັ່ງກ່າວ ຂອງ​ສານ​ໄທ ​ແລະທ່ານ Sergei Lavrov ລັດຖະມຸນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ ກໍ​ໄດ້ກ່າວໃນ​ວັນ​ສຸກ​ຜ່ານ​ມາ​ວ່າ ທາງ​ລັດຖະບານ​ກຸງ​ມອສກູ​ຈະ​ສືບ​ຕໍ່​ ຮຽກຮ້ອງ​ໃຫ້ມີ​ການ​ປ່ອຍ​ໂຕ​ນາຍບຸດ.

ຫລັງ​ຈາກ​ສານ​ຕັດສິນ​ແລ້ວ ນາຍບຸດ ຊຶ່ງ​ຖືກ​ມັດ​ໂສ້​ລ່າມ​ຂາ​ແລະ​ນຸ່ງຊຸດ​ນັກ​ໂທດ​ສີ​ໝາກ ກ້ຽງ ​ໄດ້​ເຂົ້າສ​ວມກອດ​ເມຍແລະ​ລູກ​ສາວ​ດ້ວຍ​ຄວາມ​ດີ​ໃຈ. ເມຍຂອງ​ຜູ້ກ່ຽວ ນາງອານ​ລາ ບຸດ ກ່າວ​ຕໍ່ ​ບັນດາ​ນັກ​ຂ່າວ​ວ່າ ຄໍາຕັດສິນ​ດັ່ງກ່າວບໍ່​ຍຸຕິ​ທໍາ:

ນາງ ອານ​ລາ ກ່າວ​ວ່າ ມັນ​ເປັນ​ທີ່​ຈະ​ແຈ້ງວ່າ​ ເລື້ອງ​ນີ້​ເປັນ​ເລື້​ອງການ​ເມືອງ​ ແລະ​ຄົນ​ທັງ​ໂລກເຂົ້າ​ໃຈ​ກ່ຽວ​ກັບ​ເລື້ອງ​ນີ້ດີ​ ​ແລະ​ກ່າວ​ຕໍ່​ໄປ​ວ່າ ລັດຖະບານ​ອາ​ເມຣິກັນ​ໄດ້ໃຊ້​ຄວາມ​ກົດ​ດັນ​ຢ່າງ​ໜັກ​ໃສ່​ສານໄທ. ນາງ​ເວົ້າອີກ​ວ່າ ລັດຖະບານ​ສະຫະລັດເອງເຄີຍໄດ້ກ່າວ​ມາ​ກ່ອນ ວ່າ ຕົນ​ຈະ​ໃຊ້​ຄວາມ​ກັດ​ດັນ​ໃສ່​ສານ​ໄທ​ ຈົນ​ກ່ວາ​ນາຍບຸດ ຈະ​ຖືກ​ສົ່ງ​ໄປໃຫ້ສະຫະລັດ​.

ນາຍບຸດ ຖືກ​ຈັບ​ກຸມ​ທີ່​ບາງກອກ​ໃນ​ປີ 2008 ​ໃນ​ການ​ປະຕິບັດ​ງານ​ລັບແບບ​ປອມ​ໂຕ ​ທີ່​ມີ​ທັງເຈົ້າ​ໜ້າ​ທີ່​ສະຫະລັດ​ແລະ​ໄທ​ ເຂົ້າປະກອບ ສ່ວນ​ນໍາ ຄື​ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດຂອງ​ສະຫະລັດທີ່ປອມ​ໂຕ​ເປັນ​ສະມາຊິກ​ຂອງ​ກອງກໍາລັງ​ປະກອບ​ອາວຸດ​ປະຕິວັດ​ຂອງ​ໂຄ​ລົມ​ເບຍ​ ຫລື​ກຸ່ມ FARC ນັ້ນ ​ໄດ້ເຂົ້າໄປຕິດ​ຕໍ່​ພົວພັນ​ກັບ​ນາຍບຸດ. ເຂົາ​ເຈົ້າ​ກ່າວ​ຫາ​ນາຍບຸດວ່າ ສະ​ເໜີ​ຂາຍ​ລູກ​ສອນ​ໄຟ​ແລະ​ພວກ​ອາວຸດ​ອື່ນໆ​ໃຫ້ເຂົາ​ເຈົ້າ ຊຶ່ງ​ເປັນ​ອາວຸດທີ່​ຈະ​ໃຊ້ໂຈມ​ຕີ ​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ຂອງ​ສະຫະລັດ.

ກຸງ​ວໍ​ຊິງ​ຕັນ​ຊຶ່ງຖື​ວ່າກຸ່ມ FARC ​ເປັນ​ອົງການ​ກໍ່​ການ​ຮ້າຍນັ້ນ​ ສະໜັບສະໜຸນ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ຂອງ​ກອງທັບ​ໂຄ​ລົມ​ເບຍ​ ​ເພື່ອ ປາບ​ກຸ່ມ​ດັ່ງກ່າວ. ຄໍາ​ຕັດສິນ​ຂອງ​ສານ​ອຸທອນ​ຂອງ​ໄທ ໃນ​ວັນ​ສຸກ​ຜ່ານ​ມາ ແມ່ນ​ຕ່າວ​ປີ້ນ​ຄໍາ​ປະຕິເສດ​ຂອງ​ສານ​ຊັ້ນ​ຕົ້ນ​ຕໍ່​ຄໍາ​ຮຽກ ຮ້ອງ​ໃຫ້​ສົ່ງ​ນາຍບຸດ ​ໄປ​ໃຫ້​ສະຫະລັດ​ໃນ​ປີຜ່ານມາ ຊຶ່ງ​ທາງ​ສານ​ຊັ້ນ​ຕົ້ນ​ຂອງ​ໄທໃຫ້​ເຫດ ຜົນວ່າ ບໍ່​ສາມາດສັ່ງ​ໃຫ້​ສົ່ງ ນາຍ ບຸດ ​ໄປ​ຍັງ​ສະຫະລັດ​ໄດ້ ​ເພາະວ່າໄທ​ບໍ່ຮັບ​ຮູ້​ກຸ່ມ FARC ວ່າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​. ທາງກຸງ​ວໍ​ຊິງ​ຕັນ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາຄໍາ​ຕັດສິນ ຫລ້າ​ສຸດຂອງ​ສານ​ອຸທອນ​ຂອງ​ໄທ.

ກ່ອນ​ໜ້າ​ນັ້ນ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້ຮຽກ​ໂຕ​ເອກ​ອັກຄະ​ລັດຖະທູດ​ໄທ​ ປະ​ຈໍາ​ກຸງ​ວໍ​ຊິງ​ຕັນ ​ເຂົ້າ​ພົບ​ເພື່ອ​ເນ້ນ​ວ່າ ຄະດີ​ນີ້​ເປັນ​ບູລິ​ມະ​ສິດ​ສູງສຸດ​ຂອງ​ຕົນ. ພວກ​ສະມາ ຊິກລັດຖະ​ສະພາ​ສະຫະລັດ​ກຸ່ມ​ນຶ່ງ​ກໍ​ໄດ້ກ່າວ​ວ່າ ຖ້າ​ນາຍບຸດ ຖືກ​ປ່ອຍ​ໂຕ ກໍມີ​ທ່າ​ທາງ​ວ່າ​ຜູ້ກ່ຽວ​ຈະ​ກັບ​ຄືນ​ໄປ​ຂາຍ​ອາວຸດ​ຕື່ມ​ອີກ ​ແລະວ່າການ​ປະຕິ​ເສດ​ຕໍ່​ການ​ສົ່ງ​ໂຕ​ຜູ້ກ່ຽວ​ໃຫ້​ສະຫະລັດ ສາມາດ ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ​ສະຫະລັດແລະໄທ ໄດ້. ໃນ​ດ້ານເຈົ້າ​ໜ້າ​ທີ່ຣັດ​ເຊຍນັ້ນ ກໍ​ໄດ້ປະນາມ​ການ​ຈັບ​ກຸມນາຍບຸດນີ້.

ກ່ອນ​ໜ້າ​ນີ້ ຜູ້​ພິພາກສາ​ໄທທ່ານ​ນຶ່ງ​ທີ່​ດໍາ​ເນີນ​ຄະດີ​ນີ້ ​ໄດ້​ສະ​ແດງ​ຄວາມເປັນ​ຫ່ວງ​ອອກ​ມາ ​ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ສາຍ​ພົວພັນ​ຂອງ​ໄທກັບ​ສະຫະລັດ ​ຫລືຣັດ​ເຊຍ. ທ່ານ​ລັກ ​ນິດ​ວັດທະ ນາ​ວິ​ຈອນ ທະນາຍ​ຄວາມ​ຂອງ​ນາຍບຸດ ກ່າວວ່າ​ ເຂົາ​ເຈົ້າ​ຈະ​ອຸທອນ​ຕໍ່​ລັດຖະບາ​ນໄທ​ເປັນ​ຄັ້ງ​ສຸດ​ທ້າຍ​ ​ເພື່ອ​ໃຫ້ປ່ອຍ​ໂຕຜູ້ກ່ຽວ ​ຊຶ່ງ​ທ່ານ​ກ່າວ​ວ່າ:

“​ລັດຖະບານ​ມີອໍານາດກ່ຽວ​ກັບ​ເລື້ອງ​ນີ້ ເພາະວ່າ​ມັນແມ່ນຂໍ້ຕົກລົງກັນ ລະຫວ່າງ ລັດຖະບານໄທແລະສະຫະລັດກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ ​ເພາະສະ​ນັ້ນ ການຕັດສິນໃຈບັ້ນສຸດທ້າຍ ແມ່ນຂຶ້ນ​ກັບລັດຖະ ບານເທົ່ານັ້ນ.”

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ນາຍບຸດ ​ເຄີຍ​ໄດ້ປ້ອນອາວຸດ​ໃຫ້ສົງ ຄາມທີ່​ຮ້າຍ​ກາດ​ທີ່​ສຸດ​ຂອງ​ໂລກ ທີ່​ຮວມທັງ​ສົງຄາມ​ໃນ​ອັຟກາ​ນິສຖານ ອັງ​ໂກລາ ຄອງ​ໂກ, ​ໄລ​ບີ​ເລຍ, ຣວັນ​ດາ, ຊີ​ແອຣາ ​ເລ​ອອນ ​ແລະ ຊູ​ດານ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ນາຍ ບຸດ ​ເປັນ​ເພື່ອນໃກ້​ຊິດ​ກັບ​ຜະ​ເດັດ​ການຫລາຍ​ຄົນ ຮວມທັງ​ອະດີດ​ປະທານາທິບໍດີ Charles Taylor ​ແຫ່ງປະ​ເທດ ​ໄລ​ເບ​ເລຍ ຊຶ່ງ​ເວລາ​ນີ້​ ກໍາລັງ​ຖືກ​ດໍາ​ເນີນ​ຄະດີ​ໃນ​ສານອາດຊະຍາ​ກໍາສົງຄາມ​ຂອງ​ສະຫະ​ປະຊາ​ຊາດ.

XS
SM
MD
LG