ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເສື້ອແດງໂຮມຊຸມນຸມ ປະທ້ວງອີກ ຢູ່ໄທ


ພວກ​ເສື້ອ​ແດງ​ຕໍ່ຕ້ານ​ລັດຖະບານ​ ​ໄດ້ພາກັນ​ທ້າ​ທາຍ​ຕໍ່ກົດ​ພາວະ​ສຸກ​ເສີນ​ທີ່ລັດຖະບານ​ຍັງ​ປະກາດ​ໃຊ້​ຢູ່ໃນ​ປັດຈຸບັນ​ແລະ​ໄປ​ໂຮມ​ຊຸມນຸມ​ກັນ​ທີ່​ບາງກອກ ໃນ​ວັນ​ອາທິດ​ມື້​ນີ້​ ເພື່ອ​ເປັນ​ຂີດ​ໝາຍ​ຄົບຮອບ 4 ປີ​ນັບ​ແຕ່​ທະຫານ​ໄດ້ກໍ່​ລັດຖະປະ ຫານໂຄ່ນ​ລົ້ມ​ທ່ານ​ທັກສິນ ຊິນນະ​ວັດ ​ອອກ​ຈາກ​ຕໍາ​ແໜ່ງ ນາຍົກລັດຖະມຸນຕີ ​ແລະ​ເພື່ອ​ລະນຶກ​ເຖິງ​ດວງ​ວິນ​ຍານ​ຂອງ ສະມາຊິກ​ຂອງ​ພວກ​ເສື້ອ​ແດງ ຫລື ນປຊ ​ທີ່ໄດ້​ເສຍ​ຊີວິດ​ ໄປໃນ​ການ​ປາບ​ປາມ​ຂອງ​ລັດຖະບານ​ ​ໃນ​ເດືອນ​ພຶດສະພາ ​ຜ່ານ​ມາ​ນັ້ນ.

ທາງ​ການ​ໄທ​ໄດ້​ເອົາ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ຮັດ​ເຄັ່ງ​ໃນຂະນະ​ທີ່​ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ​ ພາກັນໄປ​ໂຮມ​ຊຸມນຸມ​ຢ່າງສັນຕິ ​ໄປ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ເຂດ​ສີ່​ແຍກຣາດຊະ​ປຣະສົງ ​ເຂດ​ການ​ຄ້າ​ຊັ້ນ​ສູງ​ໃນ​ນະຄອນຫລວງ​ ຊຶ່ງ​ເປັນ​ບ່ອນ​ທີ່​ພວກ​ປະ​ທ້ວງໄດ້ຍຶດຄອງ​ເປັນ​ເວລາ​ຫລາຍ​ສັບປະດາ​ ​ເມື່ອ​ຕົ້ນ​ປີນັ້ນ.

ພວກ ນປຊ ໄດ້​ກໍານົດ​ໄວ້​ວ່າ​ຈະ​ຈັດການ​ປະ​ທ້ວງ​ຄັ້ງ​ໃຫຍ່​ອີກບັ້ນນຶ່ງ​ ໃນ​ຕອນແລງ​ມື້​ນີ້ທີ່ ນະຄອນ​ຊຽງ​ໃໝ່​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ຊຶ່ງເປັນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ທັກສິນ ​ແລະ​ເປັນນຶ່ງ​ໃນ​ບັນດາ​ທີ່​ໝັ້ນດ້ານ​ການ​ເມືອງ​ຂອງ​ທ່ານ​.

ເວລາ​ນີ້ ບາງກອກ​ຍັງ​ຢູ່​ພາຍ​ໃຕ້​ພາວະ​ສຸກ​ເສີນ​ຢູ່ ຊຶ່ງ​ອໍານວຍ​ໃຫ້​ພວກ​ທະຫານມີ​ອໍາ​ນາດຢ່າງ​ກວ້າງຂວາງໃນ​ການທັບ​ມ້າງ​ການ​ໂຮມຊຸມນຸມ​ຕ່າງໆ​ແລະຈັບ​ກຸມ​ຜູ້​ຄົນ​ໄດ້.

XS
SM
MD
LG