ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການປະທ້ວງທີ່ໄທ


ຄວັນກຸ້ມຕຶກດາດຟ້າໃນໃຈກາງບາງກອກ ວັນທີ16 ພຶດສະພາ
ຄວັນກຸ້ມຕຶກດາດຟ້າໃນໃຈກາງບາງກອກ ວັນທີ16 ພຶດສະພາ

ກອງທັບ​ໄທ​້​ລົບ​ລ້າງ​ແຜນການຫ້ານ​ຜູ້​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ​ໃນ​ພາກສ່ວນ​ຕ່າງໆ​ໃນ​ບາງກອກ ບ່ອນ​ທ່ີ​ພວກ​ທະຫານ​ຍັງ​ປະ​ເຊີນ

ໜ້າ​ກັນ​ຢ່າງ​ເຄັ່ງ​ຂຶມກັນ​ກັບ​ພວກ​ຊຸມນຸມ​ປະ​ທ້ວງ​ລັດຖະບານ​. ບັນດາ​ນາຍ​ທະຫານ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ທາງລັດຖະບານ ບໍ່​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ອີກ​ແລ້ວ​ທ່ີ​ຈະ​ໃຊ້​ມາດ​ຕະການ​ຫ້າມ​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ​ນັ້ນ. ກ່ອນ​ໜ້າ​ນີ້ ທາງ​ກອງທັບກ່າວ​ວ່າ ຕົນ​ຈະ​ ຫ້າມ​ຜູ້​ຄົນ​ສັນຈອນ​ໄປ​ມາຍາ​ມກາງຄືນ​ໃນ​ແລງ​ວັນ​ອາທິດ​ມື້​ນີ້​ເປັນ​ຕົ້ນ​ໄປ ​ແຕ່​ທາງກອງທັບ​ບໍ່​ໄດ້ໃຫ້​ຄຳ​ຊີ້​ແຈງ​ໃດໆ​ກ່ຽວ​ກັບການ​ຕ່າວ​ປີ້ນ​ ແຜນການ​ດັ່ງ​ກ່າວ​ນີ້.
ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທ່ີ​ປະກາດ​ໃຫ້​ຮູ້​ໃນ​ວັນ​ອາທິດ​ມື້​ນີ້​ວ່າພວກ​ໂຮງ​ຮຽນ​ແຫ່ງ​ຕ່າງໆ​ໃນ​ບາງກອກ​ຈະ​ບໍ່ໄຂ​ຄືນໃນ​ວັນ​ຈັນ​ມື້​ອື່ນ ຫລັງ​ຈາກ​ພັກ​ລະດູ​ຮ້ອນ ​ຍ້ອນ​ການ​ປະ​ທະ​ກັນ​ຕ່າງໆ​ທີ​ອັນຕະລາຍ​ເຖິງ​ຕາຍ ຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປຢ່າງ​ນ້ອຍ 25 ຄົນ​ແລ້ວ​ນັ້ນ. ທາງ​ການ​ກ່າວ​ວ່າ ພວກ​ໂຮງຮຽນ​ເຫລົ່າ​ນີ້​ຈະ​ເປີດ​ຮຽນ​ຄືນ​ ໃນ​ວັນ​ທີ 24 ພຶດສະພາ​ນີ້.

ນາຍົກລັດຖະມຸນຕີ ອະພິສິດ​ ເວດ​ຊາ​ຊີວະ ກ່າວ​ຖ້ອຍ​ຖະ​ແຫລ​ງທາງໂທລະພາບ​ຕໍ່​ປະ​ເທດ​ຊາດ​ໃນ​ຄືນ​ວັນ​ເສົາ​ຜ່າ​ນມາ​ນີ້​ວ່າ ລັດຖະບານ​ຂອງ​ທ່ານ​ຈະບໍ່​ຢຸດ​ເຊົາ​ທຳ​ການ​ປະ​ເຊີນ​ໜ້າ​ກັນ​ກັບ​ພວກ​ຊຸມນຸມ​ປະ​ທ້ວງເສື້ອ​ແດງ​ຕໍ່ຕ້ານ​ລັດຖະບານ​ ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ແຜນການຂອງ​ລັດຖະບານແມ່ນການ​ກັບ​ຄືນ​ໄປ​ສູ່​ສະພາບ​ປົກກະຕິ ​ໃນ​ອັນ​ທ່ີ​ເອີ້ນ​ວ່າ ມີການສ້າງຄວາມ​ເສຍ​ຫາຍ​ນ້ອຍ​ທ່ີ​ສຸດ ແລະ​ໃນ​ເວລາ​ອັນ​ໄວ​ ເທົ່າ​ທ່ີ​ຈະເປັນ​ໄປ​ໄດ້.

ກ່ຽວຂ້ອງກັນ

XS
SM
MD
LG