ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນໍາເສື້ອແດງໄປໃຫ້ການ ທີ່ສານອາຍາບາງກອກ


ບັນດາ​ຜູ້​ນໍາ​ຂະ​ບວນການປະ​ທ້ວງຕໍ່ຕ້ານ​ລັດຖະບານ​ຂອງ​ພວກ​ເສື້ອ​ແດງ ຫລື​ ນປຊ ​ໄດ້ໄປ​ປາກົດໂຕ​ຢູ່​ສານ​ໃນ​ວັນ​ຈັນ​ມື້​ນີ້ ​ແລະໃຫ້ການ​ວ່າ ພວກ​ຕົນບໍ່​ຍອມຮັບ​ຜິດ​ ຕໍ່​ຂໍ້ຫາ​ຖານ​ທໍາ​ການກໍ່​ການ​ຮ້າຍ​ນັ້ນ.


ພວກ​ຈໍາ​ເລີຍ17 ຄົນ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຫລາຍ​ກະ​ໂທ​ງ ​ທີ່​ສານ​ອາຍາ​ທີ່​ບາງກອກ​ ອັນ​ມີ​ໂຮມ​ທັງ​ການຍຸຍົງ​ສົ່ງ​ເສີມ​ໃຫ້​ກໍ່​ຄວາມ​ຮຸນ​ແຮງ​ ​ຂົ່ມຂູ່ພວກ​ເຈົ້າ​ໜ້າ​ທີ່ລັດຖະບານ​ ແລະ​ທໍາ​ການເຄື່ອນ​ໄຫວ​ແບບ​ກໍ່​ການ​ຮ້າຍ​ ໃນ​ລະຫວ່າງ​ການ​ປະ​ທ້ວງ​ເປັນ​ເວລາ 10 ສັບປະດາ​ໃນ​ຕົ້ນ​ປີ​ນີ້. ການ​ຮັບ​ຟັງ​ຄະດີ​ເທື່ອ​ໜ້າ​ກໍານົດ​ຈະ​ມີ​ຂຶ້ນ ​ໃນ​ວັນ​ທີ 27 ກັນຍາ.


ໃນ​ຂະນະ​ດຽວ​ກັນ ທາງ​ການ​ໄທ​ໄດ້​ຍົກ​ເລີກພາວະ​ສຸກ​ເສີນ​ ຢູ່ໃນ​ 2 ຈັງຫວັດ​ພາກ​ເໜືອ​ ຄື ຈັງຫວັດ​ຊຽງ​ໃໝ່​ແລະ​ຊຽງຣາຍ ​ແລະ​ຈັງຫວັດ​ອຸບົນຣາດຊະ​ທານີ​ໃນ​ພາກອິສານ​ຂອງ​ໄທ ​ແຕ່​ຍັງ​ໃຊ້​ຢູ່ ຢູ່​ໃນ​ບາງກອກ​ ແລະ​ອີກ 6 ຈັງຫວັດ. ໄດ້​ມີ​ການ​ປະກາດ​ໃຊ້​ກົດໝາຍ​ເຂັ້ມ​ງວດ ດັ່ງກ່າວ ​ທີ່​ບາງກອກເມື່ອ​ວັນ​ທີ 7 ເມສາຜ່ານ​ມາ ​ເພື່ອ​ຕອບ​ໂຕ້​ຕໍ່ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຄັ້ງ​ໃຫຍ່ ທີ່​ພາ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 90 ຄົນ ​ແລະ​ປະມານ 1900 ຄົນ ໄດ້​ຮັບ​ບາດ​ເຈັບ.

XS
SM
MD
LG