ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາຍໄທຄົນນຶ່ງ ອາດຈະຖືກຄຸກ 15 ປີ ໃນຂໍ້ຫາໝິ່ນປະໝາດກະສັດ


ກະສັດໄທແລະມະເຫສີ
ກະສັດໄທແລະມະເຫສີ

ກະສັດໄທແລະມະເຫສີ
ກະສັດໄທແລະມະເຫສີ


ຊາຍຜູ້ນຶ່ງໃນປະເທດໄທ ອາດຈະຖືກຈໍາຄຸກ 15 ປີ ຍ້ອນ
ໄດ້ຂາຍວີດິໂອສາລະຄະດີຂອງຊາວອອສເຕເລຍກ່ຽວກັບ ເຊື້ອພະວົງຂອງໄທ.

ທະນາຍຄວາມຂອງນາຍ ເອກກະໄຊ ຫົງກັງວານ ກ່າວວ່າ
ລູກຄວາມຂອງລາວຖືກຈັບເກືອບ 2 ອາທິດແລ້ວ ໃນຂໍ້ຫາ
ພາຍໃຕ້ກົດໝາຍໝິ່ນປະໝາດຫຼືບໍ່ເຄົາລົບຕໍ່ກະສັດ. ນາຍ ເອກກະໄຊໄດ້ຖືກປ່ອຍດ້ວຍການປະກັນຕົວໃນວັນສຸກແລ້ວນີ້.

ລາວໄດ້ຖືກຈັບ ໃນຂໍ້ຫາຂາຍແຜ່ນວີດິໂອຂອງລາຍການຂ່າວອອສເຕເລຍ ທີ່ອອກອາກາດ
ໄປໃນປີທີ່ແລ້ວນີ້ ທີ່ໄດ້ກວດສອບເບິ່ງກະສັດ ພູມິພົນ ອະດຸນຍະເດດ ແລະເຊື້ອພະວົງ.
ການຕໍາໜິຕິຕຽນ ຢ່າງເປັນການເປີດເຜີຍຕໍ່ກະສັດນັ້ນ ແມ່ນເປັນສິ່ງທີ່ຕ້ອງຫ້າມໃນໄທ
ບ່ອນທີ່ກະສັດໄດ້ເປັນທີ່ເຄົາລົບຮັກຂອງປະຊາຊົນແລະເປັນຜູ້ສ້າງຄວາມປຸ້ມລຸມສາມັກຄີ ຢູ່ໃນປະເທດ ທີ່ມີຫຼາຍຂົ້ວການເມືອງນັ້ນ.

XS
SM
MD
LG