ຄະນະລັດຖະບານໄທໄດ້ຕົກລົງທີ່ຈະຍົກເລີກພາວະສຸກເສີນ
ແລະກົດໄອຍະການເສິກຢູ່ໃນຫົວເມືອງນຶ່ງທາງພາກໃຕ້ຂອງ
ໄທຊຶ່ງປະຊາຊົນສ່ວນໃຫຍ່ນັບຖືສາສະໜາອິສລາມ ບ່ອນທີ່
ການກໍ່ກະບົດໃນລະດັບຕໍ່າໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ
ຫຼາຍພັນຄົນ.
ເຈົ້າໜ້າທີ່ໄທກ່າວໃນວັນອັງຄານມື້ນີ້ວ່າພາວະສຸກເສີນທີ່ໄດ້ມີການປະກາດໃຊ້ມາໄດ້ 5 ປີ
ແລ້ວນັ້ນ ຈະຖືກຍົກໃນທັນທີ ເພື່ອເປັນການທົດລອງຢູ່ທີ່ເມືອງແມ່ລານໃນຈັງຫວັດປັດຕະ
ນີ.ແຕ່ວ່າການຍົກເລີກພາວະສຸກເສີນນີ້ ຈະຕ້ອງໄດ້ຮັບການອະນຸມັດຈາກສະພາປ້ອງກັນ
ປະເທດ ແລະຕ້ອງມີພະລາດຊະດຳຣັດອອກມາ.
ເຈົ້າໜ້າທີ່ເວົ້າວ່າ ກຳລັງຮັກສາຄວາມສະຫງົບຢູ່ໃນເຂດດັ່ງກ່າວຈະສືບຕໍ່ໃຊ້ອຳນາດທີ່ມີ
ຄວາມຮ້າຍແຮງໜ້ອຍລົງ ພາຍໃຕ້ກົດໝາຍວ່າດ້ວຍຄວາມໝັ້ນຄົງພາຍໃນແລະວ່າ ການຕັດສິນໃຈດັ່ງກ່າວແມ່ນສະທ້ອນໃຫ້ເຫັນເຖິງສະພາບການທີ່ດີຂຶ້ນຢູ່ໃນເຂດພາກໃຕ້
ແລະອາດຈະຂະຫຍາຍໄປຍັງເຂດອື່ນໆອີກ ຖ້າຫາກປະສົບກັບຄວາມສຳເລັດ.
ມີທະຫານ 30,000 ກວ່າຄົນປະຕິບັດໜ້າທີ່ ຢູ່ໃນຈັງຫວັດປັດຕະນີແລະອີກ 2 ຈັງຫວັດ
ທີ່ມີຊາວມຸສລິມເປັນຄົນກຸ່ມໃຫຍ່ ຊຶ່ງຕັ້ງຢູ່ຕິດກັບຊາຍແດນມາເລເຊຍ ບ່ອນທີ່ໄດ້ມີຜູ້ເສຍ
ຊີວິດໄປແລ້ວ ຫຼາຍກວ່າ 4,400 ຄົນໃນການກໍ່ກະບົດທີ່ເລີ້ມມາແຕ່ປີ 2004.
ບັນດາກຸ່ມປົກປ້ອງສິດທິມະນຸດໄດ້ກ່າວຫາພວກທະຫານວ່າ ທໍາການລ່ວງລະເມີດສິດທິ
ຫຼາຍໆຢ່າງ. ໃນຕົ້ນເດືອນນີ້ ລັດຖະບານໄທກໍໄດ້ຍົກເລີກພາວະສຸກເສີນ ທີ່ໄດ້ປະກາດ ໃຊ້ມາແຕ່ເດືອນເມສາເພື່ອຮັບມືກັບການປະທ້ວງຕໍ່ຕ້ານລັດຖະບານທີ່ເຮັດໃຫ້ເຂດນະຄອນ
ຫຼວງຂອງໄທເປັນອຳມະພາດໄປເປັນເວລາຫຼາຍໆອາທິດນັ້ນ.