ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານ​ໄທຕັດ​ສິນ​ຍົກ​ເລີກ​ຄະດີ ຟ້ອງຮ້ອງນາຍົກ ລມຕ ອະພິສິດ ​ເວດ​ຊາ​ຊີວະ​


ນາຍົກລັດຖະມົນຕີ ທ່ານ ອະພິສິດ ​ເວດ​ຊາ​ຊີວະ
ນາຍົກລັດຖະມົນຕີ ທ່ານ ອະພິສິດ ​ເວດ​ຊາ​ຊີວະ

ສານ​ແຫ່ງ​ນຶ່ງ​ໃນ​ໄທ​ໄດ້​ຕັດ​ສິນ​ຍົກ​ເລີກ​ຄະດີ​ນຶ່ງ​ ທີ່​ສາມາດ​
ຍຸບ​ພັກ​ປະຊາ​ທິປັດທີ່ປົກຄອງ​ຄອງ​ປະ​ເທດ​ໃນ​ປັດຈຸບັນນີ້​ໄດ້
ແລະ​ຫ້າມ​ບໍ່​ໃຫ້​ນາຍົກລັດຖະມົນຕີ ອະພິສິດ ​ເວດ​ຊາ​ຊີວະ​
ຫລິ້ນການ​ເມືອງ​ອີກ.

ຄະນະ​ຜູ້​ພິພາກສາ 6 ທ່ານ​ຂອງສານ​ລັດຖະທໍາ​ມະນູນໄດ້
ຕັດສິນດ້ວຍ​ຄະ​ແນນ​ສຽງ​ 4 ຕໍ່ 2 ​ໃນ​ວັນ​ຈັນ​ມື້​ນີ້​ວ່າຄະດີ​
ທີ່​ວ່າ​ນີ້​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ເພາະວ່າຄໍາ​ຟ້ອງ​ຮ້ອງ​
ທີ່​ທາງຄະນະ​ກໍາມາ​ທິການເລືອກ​ຕັ້ງ​ຂອງ​ໄທຍື່ນ​ຕໍ່​ສານ​ນັ້ນ
ໄດ້​ມີ​ຂຶ້ນ​ຫລັງ​ຈາກ​ກໍານົດ​ເສ້ນ​ຕາຍ 15 ມື້ ໄດ້​ຜ່ານໄປ​ແລ້ວ​.

ຄະນະ​ກໍາມາ​ທິການ​ດັ່ງກ່າວ​ໄດ້​ສະ​ເໜີ​ໃຫ້​ຍຸບພັກ​ປະຊາທິປັດ ຍ້ອນ​ມີ​ການ​ກ່າວ​ຫາ​ວ່າ
ພັກ​ດັ່ງ​ກ່າວ​ໃຊ້​ຈ່າຍ​ເງິນຫລວງໄປໃນ​ທາງ​ທີ່ຜິດ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ
ເລືອກ​ຕັ້ງ​ໃນ​ປີ 2005 ນັ້ນ ຊຶ່ງ​ເວລາ​ນັ້ນ ນາຍົກລັດຖະມົນຕີ​ອະພິສິດເປັນ​ຮອງ​ຫົວໜ້າ
ພັກ​ດັ່ງກ່າວ.

ທ່ານ​ອະພິສິດໄດ້ກ່າວ​ກ່ອນ​ໜ້າສານ​ອອກ​ຄໍາ​ຕັດສິນວ່າ ທ່ານ​ຈະລາ​ອອກ​ຈາກ​ຕໍາ​ແໜ່​ງ
ໃນ​ທັນທີ ຖ້າ​ຫາກ​ສານ​ຕັດສິນ​ຕໍ່ຕ້ານ​ທ່ານ​.

ອະດີດນາຍົກລັດຖະມົນຕີ​ໄທ 2 ຄົນ​ກ່ອນ ຊຶ່ງ​ເປັນ​ພັນທະ​ມິດ​ກັບ​ອະດີດ​ນາຍົກລັດຖະ
ມົນຕີທັກສິນ ຊິນນະ​ວັດ ທັງ​ສອງຄົນ​ນັ້ນໄດ້​ຖືກ​ບັງຄັບ​ໃຫ້​ລາອອກ​ຈາກ​ຕໍາ​ແໜ່​ງ​ ຍ້ອນ
ຄໍາ​ຕັດສິນ​ຂອງ​ສານ​. ​ ພວກ​ເສື້ອ​ແດງທີ່ສະໜັບສະໜຸນຂອງ​ທ່ານ​ທັກສິນ ​ແລະມີ​ຄວາມ
ໂມ​ໂຫໂກດ​ແຄ້ນ​ນໍາ​ຄໍາ​ຕັດສິນ​ເຫລົ່າ​ນັ້ນ ໄດ້​ພາກັນ​ທໍາການ​ປະ​ທ້ວງ​ຂຶ້ນ​ຕາມ​ຖະໜົນ
ຫົນທາງ ຊຶ່ງ​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ ໃນ​ຕົ້ນ​ປີ​ນີ້.

XS
SM
MD
LG