ພວກເຈົ້າໜ້າທີ່ສຸກເສີນໃນປະເທດໄທກ່າວວ່າ ລະເບີດ ລູກນຶ່ງທີ່ແຕກຂື້ນໃນວັນອາທິດວານນີ້ ໄດ້ເຮັດໃຫ້ມີຜູ້ ເສຍຊີວິດຄົນນຶ່ງແລະບາດ ເຈັບອີກຢ່າງໜ້ອຍ 10 ຄົນ ທີ່ບາງກອກ ຫລືກຸງເທບ ເມືອງຫລວງຂອງໄທ.
ທາງການໄທກ່າວວ່າ ຜູ້ຕາຍເປັນຊາຍ ອາຍຸ 51 ປີທີ່ໄດ້ໄປເສຍຊີວິດຢູ່ໂຮງໝໍ ຍ້ອນບາດແຜທີ່ໄດ້ຮັບຈາກເຫດ ລະເບີດຢູ່ປ້າຍຈອດລົດເມ ກົງຂ້າມກັບ ສູນການຄ້າແຫ່ງນຶ່ງໃນໃຈກາງເມືອງຫລວງ ຊຶ່ງເປັນເຂດດຽວກັນກັບ ພວກທີ່ ເອີ້ນວ່າ ກຸ່ມເສື້ອແດງ ຫລື ນປຊ ຫລາຍພັນຄົນໄດ້ເຂົ້າຄອບ ຄອງເພື່ອ ທຳການປະທ້ວງຕໍ່ຕ້ານລັດຖະບານເມື່ອຕົ້ນປີນີ້.
ເຫດລະເບີດເກີດຂື້ນບໍ່ດົນ ຫລັງຈາກການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຄັ້ງພິເສດ ໄດ້ປິດລົງ ທີ່ຖືວ່າເປັນການເລືອກຕັ້ງເພື່ອທົດສອບ ຄະແນນນິຍົມຂອງ ລັດຖະບານ. ການປ່ອນບັດເລືອກຕັ້ງຄັ້ງນີ້ ເປັນການແຂ່ງຂັນກັນລະຫວ່າງຜູ້ສະໝັກ ເລືອກຕັ້ງຈາກພັກປະຊາທິປັດຂອງນາຍົກລັດຖະມົນຕີອະພິສິດ ເວດຊາຊີວະ ກັບນາຍ ກໍ່ແກ້ວ ພິກຸນທອງ ຜູ້ສະໝັກເລືອກຕັ້ງຈາກພັກເພື່ອໄທທີ່ເປັນແກນນຳກຸ່ມເສື້ອແດງ ທີ່ຍັງຖືກຈຳຄຸກ ມາຕະຫລອດໄລຍະເວລາໂຄສະນາຫາສຽງ.
ທາງການຕຳຫລວດໄທບໍ່ໄດ້ເວົ້າວ່າ ເຫດລະເບີດທີ່ປ້າຍຈອດລົດເມດັ່ງກ່າວນັ້ນ ແມ່ນ ກ່ຽວພັນກັບການ ກໍ່ຄວາມບໍ່ສະຫງົບດ້ານການເມືອງໃນໄທ ຫລືບໍ່.
ການຕໍ່ສູ້ກັນລະຫວ່າງກຳລັງຮັກສາຄວາມປອດໄພຂອງໄທ ແລະພວກ ກຸ່ມ ນປຊ ຍັງຜົນ ໃຫ້ມີຜູ້ເສຍຊີວິດ 90 ຄົນແລະບາດເຈັບອີກປະມານ 1,900 ຄົນ ໃນລະຫວ່າງການຍືດຄອງ ເຂດໃຈກາງເມືອງບາງກອກ ເປັນເວລາ 10 ອາທິດຂອງພວກປະທ້ວງນັ້ນ. ກຳລັງທະຫານໄດ້ເຂົ້າທັບມ້າງຄ້າຍປະທ້ວງ ຂອງພວກກຸ່ມ ເສື້ອແດງ ເມື່ອວັນ ທີ່ 19 ເດືອນພຶດສະພາຜ່ານມາ.