ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມບັນເທົາທຸກຊ່ອຍເຫຼືອ ຜູ້ປະສົບໄພໄທ-ກຳປູເຈຍ


ທະຫານກຳປູເຈຍຄົນນຶ່ງ ຍ່າງຜ່ານລົດຫຸ້ມເກາະ ໃນລະຫວ່າງ ທີ່ສະມາຊິກສະພາແຫ່ງຊາດ ໄປຢ້ຽມຢາມ ພວກທະຫານທີ່ຄ້າຍແຫ່ງນຶ່ງ ໃກ້ໆປາສາດຫີນວັດເຂົາພະວິຫານ (9 ກຸມພາ 2011)
ທະຫານກຳປູເຈຍຄົນນຶ່ງ ຍ່າງຜ່ານລົດຫຸ້ມເກາະ ໃນລະຫວ່າງ ທີ່ສະມາຊິກສະພາແຫ່ງຊາດ ໄປຢ້ຽມຢາມ ພວກທະຫານທີ່ຄ້າຍແຫ່ງນຶ່ງ ໃກ້ໆປາສາດຫີນວັດເຂົາພະວິຫານ (9 ກຸມພາ 2011)

ບັນດາກຸ່ມບັນເທົາທຸກນາໆຊາດພວມພາກັນເລັ່ງລັດນຳ
ເອົາການຊ່ອຍເຫຼືອທາງດ້ານອາຫານການກິນແລະປັດໄຈ
ຕ່າງໆໄປໃຫ້ພວກຊາວບ້ານ ທີ່ຕ້ອງໄດ້ອົບພະຍົບຫຼົບໜີ
ໄປຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ຍ້ອນ​ໄດ້​
ເກີດການປະທະກັນໃນບໍລິເວນຊາຍແດນລະຫວ່າງກຳປູ​ເຈຍ ແລະໄທນັ້ນ.

ສຳນັກງານກິດຈະການມະນຸດສະທຳຂອງອົງການສະຫະ
ປະຊາຊາດປະມານວ່າ ມີ 15,000 ຄົນຢູ່ໃນແຕ່ລະຟາກ
ຂອງຊາຍແດນ ຕ້ອງໄດ້ອົບພະຍົບຫຼົບໜີຊຶ່ງຈຳນວນຫຼວງ
ຫຼາຍ ໄດ້ພາກັນ ໄປອາໄສຢູ່ຕາມໂຮງຮຽນ ແລະວັດແຫ່ງ
ຕ່າງໆ.

ບໍ່ໄດ້ມີການສູ້ລົບກັນຄັ້ງໃໝ່ເກີດຂຶ້ນ ນັບແຕ່ມື້ວັນຈັນເປັນ
ຕົ້ນມາແລະເຈົ້າໜ້າທີ່ໄທກ່າວວ່າ ມີຊາວບ້ານທີ່ຢູ່ໄກຈາກ
ບໍລິເວນທີ່ມີການສູ້ລົບກັນນັ້ນ ຈຳນວນນຶ່ງໄດ້ພາກັນເດີນ
ທາງກັບຄືນບ້ານເດີມຂອງພວກເຂົາເຈົ້າແລ້ວ.

ແຕ່ທີ່ເມືອງສຽມຣຽບໃນເຂດກຳປູເຈຍນັ້ນ ຊາວບ້ານໄດ້ກ່າວຕໍ່ຜູ້ສື່ຂ່າວວີໂອເອ ພາກພາ
ສາຂະແມວ່າພວກຕົນຈະບໍ່ກັບຄືນບ້ານເທື່ອ ຈົນກວ່າເປັນທີ່ແນ່ນອນວ່າໄດ້ມີຄວາມປອດ
ໄພແລ້ວ.

ເຈົ້າໜ້າທີ່ກຳປູເຈຍກ່າວວ່າ ຊາວບ້ານບາງຄົນມີພຽງແຕ່ຜ້າຢາງທໍ່ນັ້ນໃຊ້ສຳລັບປ້ອງກັນ
ແດດແລະຝົນ.

ມີຊາວກຳປູເຈຍຢ່າງນ້ອຍ 8 ຄົນແລະຊາວໄທ 3 ຄົນໄດ້ເສຍຊີວິດໃນການຍິງຕອບໂຕ້ກັນ
ດ້ວຍປືນນ້ອຍແລະປືນໃຫຍ່ຢູ່ໃນບໍລິເວນອ້ອມແອ້ມປາສາດຫີນເຂົາພະວິຫານ ຊຶ່ງເປັນວັດ ເກົ່າແກ່ຂອງສາສະໜາຮິນດູອາຍຸ 900 ປີທີ່ຫ້ອມລ້ອມດ້ວຍດິນ ທັງຝ່າຍໄທແລະກຳປູເຈຍ
ຕ່າງກໍອ້າງກຳມະສິດນັ້ນ.

ເປັນທີ່ຄາດກັນວ່າລັດຖະມົນຕີການຕ່າງປະເທດຂອງປະເທດທັງສອງ ຈະໄປໃຫ້ການອະທິ ບາຍກ່ຽວກັບການກະທຳຂອງຕົນຕໍ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກໃນມື້
ວັນຈັນຈະມານີ້.

XS
SM
MD
LG