ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນຜູ້ເສຍຊີວິດໃນໄທ ເພີ່ມຂຶ້ນເປັນ ຫລາຍກວ່າ 500 ຄົນແລ້ວ


ພວກຄົນໄທຈຸນື່ງພາກັນອຸ້ມລູກຍ່າງລຸຍນໍ້າຖ້ວມຖະນົນສາຍນຶ່ງໃນບາງກອກ, ໄທ.
ວັນທີ 6 ພະຈິກ 2011.
ພວກຄົນໄທຈຸນື່ງພາກັນອຸ້ມລູກຍ່າງລຸຍນໍ້າຖ້ວມຖະນົນສາຍນຶ່ງໃນບາງກອກ, ໄທ. ວັນທີ 6 ພະຈິກ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ຈາກ​ໄພ​ນໍ້າ​ຖ້ວມ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​
ໃນ​ຮອບ 50 ປິ​ຜ່ານ​ມາ ​ໄດ້​ເພີ່ມ​ຂຶ້ນ ​ເປັນຫລາຍ​ກວ່າ 500 ຄົນ​ແລ້ວ.

ທາງ​ການ​ໄທ​ກ່າວ​ວ່າ ນໍ້າຖ້ວມ​ກໍາລັງ​ຄຸກ​ຄາມ​ທີ່​ຈະ​ໄຫລ​ເຂົ້າ​ໄປ​ເຂດ​ການ​ຄ້າກາງ​ແຈ້ງ
​ໃຫຍ່​ທີ່ສຸດ​ໃນ​ບາງກອກ ​ກໍ​ຄື ​ຕະຫຼາດຈະຕຸ​ຈັກ​ທີ່​ມີ​ຊື່​ສຽງນັ້ນ.

ອົງການ​ຂ່າວ AP ລາຍ​ງານ​ໃຫ້​ຊາບ​ວ່າ ນໍ້າ​ໄດ້​ຖ້ວມ​ຖະໜົນ​ສາຍ​ນຶ່ງ​ທີ່ມີ​ 2 ເລນ ຢູ່​
ກ້ອງສະຖານ​ນີລົດ​ໄຟ​ລອຍ​ຟ້າ ໝໍຊິດ ​ໃນ​ບາງກອກຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ຊານ​ສາລາ
ຂຶ້ນ​ລົງ​ລົດ​ໄຟ​ທີ່​ສູງໃນ​ບາງກອກ​.

ນາຍົກລັດຖະມົນຕີ​ໄທ​ໄດ້​ກ່າວ​ໃຫ້​ຄວາມ​ໝັ້ນ​ໃຈ​ຕໍ່​ປະຊາຊົນ​ໃນ​ບາງກອກໃນ​ວັນ​ເສົາ​
ວານ​ນີ້​ວ່າ ນໍ້າ​ຖ້ວມ​ໃນ​ໃຈກາງ​ນະຄອນຫລວງບາງກອກນັ້ນ​ຈະ​ບໍ່​ຮ້າຍແຮງ​ແລະ​ຈະ​ເປັນ
ເວລາສັ້ນໆ.

ໃນ​ການ​ກ່າວ​ປາ​ໄສ​ທາງ​ວິທະຍຸ​ປະ​ຈໍາ​ສັບປະດາ​ຂອງ​ທ່ານ​ນາງ ນາຍົກລັດຖະມົນຕີ
ຍິ່ງລັກ ຊິນ​ນະ​ວັດ ກ່າວ​ວ່າ ຄູ​ກັນ​ນ້ຳ​ທີ່​ໃຊ້​ຖົງ​ຂີ້​ຊາຍ​ກອງ​ກັນຂຶ້ນ​ຢ່າງ​ໃຫຍ່​ນັ້ນ​ໄດ້​ສໍາເລັດ
ໄປແລ້ວ ແລະ​ລະບົບ​ຊົນລະປະທານ​ຈະຮັກສາ​ສູນ​ກາງ​ເສດຖະກິດ​ແລະ​ການເມືອງ​ຂອງ​
ບາງກອກ​ນັ້ນ ​ສ່ວນ​ຫລາຍ​ໃນ​ຂ້ອນ​ຂ້າງ​ແຫ້ງ.

ນໍ້າ​ຖ້ວມ​ໃນ​ໄທ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 3 ລ້ານ​ຄອບ​ຄົວ
ເຮືອນໃນ​ທົ່ວ 3 ສ່ວນ 4 ຂອງ​ຈໍານວນ​ຈັງຫວັດ​ທັງ​ໝົດຂອງ​ໄທ. ຄວາມ​ເສັຍ​ຫາຍດ້ານ
ການ​ເງິນກະ​ປະມານ​ກັນ​ແລ້ວ​ວ່າ ​ເປັນ​ມູນ​ຄ່າ​ເປັນ​ຫລາຍ​ຕື້​ໂດ​ລາ. ມາ​ຮອດ​ປັດຈຸບັນ​ນີ້
ນໍ້າ​ໄດ້​ຖ້ວມພວກ​ໂຮງຈັກໂຮງງານຈໍານວນ​ເ​ກື​ອບ 10 ພັນ​ແຫ່ງ​ແລ້ວ ທີ່​ຍັງ​ຜົນໃຫ້​ເສຍ
ໜ້າ​ວຽກ​ໄປ​ 660 ພັນ​ໜ້າ​ວຽກ.

ເຖິງ​ແມ່ນ​ມີ​ຄວາມ​ເສຍ​ຫາຍ​ເຊ່ນ​ນີ້​ກໍ​ຕາມ ທ່ານ ປຣະສານ Trulratvorakul ຜູ້​ອໍາ​ນວຍ​
ການທະນາຄານ​ແຫ່ງ​ຊາດ​ໄທກ່າວ​ວ່າ ການ​ຮື້​ຟື້ນ​ເສດຖະກິດ​ເປັນ​ໄປ​ໄດ້​ຖ້າ​ຫາກ​ນໍ້າ​ລົດ
ລົງ​ພາຍ​ໃນ​ຕົ້ນ​ເດືອນ​ທັນວາ​ໜ້າ​ນີ້ແລະ​ການ​ໃຊ້​ຈ່າຍ​ພາຍ​ໃນ​ປະ​ເທດຟື້ນ​ໂຕ​ຄືນ.

XS
SM
MD
LG