ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກປະທ້ວງ ຢູ່ໄທ ກົດດັນ ໃຫ້ຍົກເລີກ ​ຮ່າງ​ກົດໝາຍ​​ ​ອະ​ໄພ​ຍະ​ໂທດ (ວີດີໂອ)


THAILAND PROTEST VO.mov
please wait

No media source currently available

0:00 0:00:32 0:00

ການປະທ້ວງໃນບາງກອກ

ຊາວ​ໄທ​ຈໍານວນ​ຫຼາຍ​ພັນ​ຄົນ ​ໄດ້ລົງ​ສູ່ຖະໜົນຫົນທາງ​ໃນ
​ບາງກອກ ​ໃນ​ວັນ​ພະຫັດ​ມື້​ນີ້ ເພື່ອ​ທຳ ການ​ປະ​ທ້ວງ​ຕໍ່ຕ້ານ​
ຕໍ່​ຮ່າງ​ກົດໝາຍໃຫ້​ອະ​ໄພ​ຍະ​ໂທດທາງ​ການ​ເມືອງນັ້ນ.

ພວກ​ປະ​ທ້ວງ​ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ພວກ​ອາຈານ​ສອນ
ແລະພວກ​ນັກ​ສຶກສາມະຫາວິທະຍາ​ໄລທັງ ຫຼາຍ ​ກ່າວ​ວ່າ
ຮ່າງ​ກົດໝາຍດັ່ງກ່າວນີ້​ ຈະ​ແຜ່ວ​ທາງ​ໃຫ້​ອະດີດ​ນາຍົກ
ລັດຖະມົນຕີ​ທ່ານ ທັກສິນ ຊິນນະວັດ ທີ່​ລີ້​ໄພ​ຢູ່​ໃນ​ຕ່າງ
ປະ​ເທດ​ເວລາ​ນີ້ ສາມາດເລີ້ມຕົ້ນອາຊີບ​ທາງ​ການ​ເມືອງ
​ຂອງ​ຜູ້ກ່ຽວ​ໄດ້​ອີກ.

ນ້ອງ​ສາວ​ຂອງ​ທ່ານ ກໍ​ຄືນາຍົກລັດຖະມົນຕີໄທ​ໃນ​ປະຈຸ​ບັນ​ນີ້ ທ່ານນາງ​ຍິ່ງ​ລັກ ຊິນນະວັດ
​ໄດ້ ກ່າວ​ປ້ອງ​ກັນ​ຮ່າງ​ກົດໝາຍ​ດັ່ງກ່າວນີ້ ​ແຕ່​ກໍກ່າວວ່າ ພັກ​ຂອງ​ທ່ານນາງອາດຈະ​ຍົກ​ເລີກ
ຮ່າງ​ກົດ ໝາຍ​ນີ້ ຖ້າ​ຫາກ​ວ່າມັນຖືກ​ປະຕິ​ເສດໂດຍສະພາສູງ.

ສະພາ​ສູງ​ຂອງ​ໄທ ມີ​ກໍານົດ​ທີ່​ຈະ​ພິຈາລະນາ​ຮ່າງ​ກົດໝ​າຍດັ່ງກ່າວ​ ​ໃນ​ວັນ​ສຸກມື້ອື່ນ​ນີ້.
ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ກໍ່​ລັດຖະປະຫານ​ແລ້ວ ທ່ານ ທັກສິນ ຊິນນະວັດ ​ໄດ້ຫ​ລົບ​ໜີ​ອອກ
​ຈາກປະ​ເທດ​ໃນ​ປີ 2008 ​ເພື່ອ​ຫຼີກ​ລ່ຽງການຕິດ​ຄຸກ 2 ປີ ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ​ນັ້ນ.
XS
SM
MD
LG