ສານໄທໄດ້ຕັດສິນໃຫ້ ບັນນາທິການເວັບໄຊ້ຄົນນຶ່ງ ມີຄວາມຜິດໃນຖານກໍ່ອາຍາຊະຍາກໍາທາງຄອມພິວເຕີ ຍ້ອນບໍ່ໄດ້ລຶບອອກຢ່າງໄວ ຂໍ້ຄວາມຕ່າງໆທາງອິນເທີແນັດ ທີ່ຖືວ່າມີເນື້ອໃນ ໝິ່ນປະໝາດກະສັດໄທນັ້ນ.
ໃນວັນພຸດວານນີ້ ສານອາຍາທີ່ບາງກອກ ໄດ້ຕັດສິນຝາກໂທດຈໍາຄຸກ ແປດເດືອນຕໍ່ ນາງຈີຣະນຸດ ເປຣມໄຊພອນ ຍ້ອນບໍ່ໄດ້ປະຕິບັດຕາມຄໍາສັ່ງຂອງສານ ທີ່ໃຫ້ລືບຄວາມເຫັນຕ່າງໆທີ່ຄົນອື່ນໆຂຽນເຂົ້າມາລົງໃນເວບ ໄຊ້ ຂ່າວ “ປຣະຊາໄທ” ຂອງລາວທີ່ໄດ້ຮັບຄວາມນິຍົມຫລາຍນັ້ນ .
ຜູ້ພິພາກສາ ກໍາພົນ ຣຸ່ງຣັດ ໄດ້ບອກສານວ່າ ຄວາມເຫັນນັ້ນແມ່ນໄດ້ສ້າງຄວາມຄວາມເສຍຫາຍ ໃຫ້ແກ່ຊື່ສຽງຂອງກະສັດ ພະຣາຊິນີ ແລະລັດຊະທາຍາດ ແລະເພາະສະນັ້ນ ການທີ່ນາງບໍ່ໄດ້ລຶບອອກ ຈຶ່ງຖືວ່າເປັນ ການຝ່າຝືນກົດໝາຍອາຍາທາງຄອມພິວເຕີ ທີ່ເປັນບັນຫາໂຕ້ແຍ້ງກັນນັ້ນ.
ໃນເບື້ອງຕົ້ນ ນາງ ຈີຣະນຸດ ທີ່ຍັງໄດ້ຖືກປັບໃໝ 630 ໂດລາອີກນັ້ນ ໄດ້ຖືກຕັດສິນຈໍາຄຸກນຶ່ງປີ ແຕ່ລົດລົງມາເຫຼືອແປດເດືອນ ແລະກໍໄດ້ຖືກຝາກໂທດໄວ້ ຍ້ອນຜູ້ກ່ຽວໃຫ້ຄວາມຮ່ວມມືກັບສານເປັນຢ່າງດີ.
ນາງຈີຣະນຸດ ບອກຜູ້ສື່ຂ່າວຫຼັງຈາກການຕັດສິນຂອງສານວ່າ ລາວຄິດວ່າການຝາກໂທດນັ້ນ ພໍຮັບເອົາໄດ້ຢູ່ ແຕ່ວ່າລາວອາດຍື່ນອຸທອນ ຄໍາຕັດສິນນັ້ນ ໂດຍກ່າວວ່າ
“ຂ້າພະເຈົ້າບໍ່ພໍໃຈ ນໍາການທີ່ສານຕັດສິນວ່າຂ້າພະເຈົ້າມີຄວາມຜິດ. ຂ້າພະເຈົ້າຈະປຶກສາກັບທະນາຍຄວາມຂອງຂ້າພະເຈົ້າວ່າ ຈະຂໍຍື່ນອຸທອນຫຼືບໍ່?”
ບາງຄົນຄິດວ່າ ຄໍາຕັດສິນໂທດນາງ ເປັນການຜ່ອນຜັນໃຫ້ຫລາຍແລ້ວ ໃນເມື່ອວ່ານາງສາມາດປະເຊີນກັບການຖືກຈໍາຄຸກດົນເຖິງ 20 ປີ ໄດ້ໃນ ຂໍ້ຫາເຫຼົ່ານັ້ນ.
ແຕ່ກຸ່ມສິ້ງຊອມສິດທິມະນຸດກ່າວໃນຖະແຫຼງການສະບັບນຶ່ງວ່າ ການຕັດສິນໃຫ້ນາງມີຄວາມຜິດດັ່ງກ່າວ ແມ່ນເປັນການເພີ່ມທະວີສ້າງບັນຍາກາດ ແຫ່ງຄວາມຢ້ານກົວ ແລະການກວດກາຕົນເອງ ຂຶ້ນໄປອີກ ໃນສື່ມວນຊົນໄທ.