ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດນາຍົກໄທ ໃຫ້ສໍາພາດກັບ ວິທະຍຸອອສເຕຣເລຍ


ທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ.
ທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ.

ອະດີດ​ນາຍົກລັດຖະມົນຕີ​ໄທ ທ່ານ​ທັກສິນ​ຊິນນະ​ວັດກ່າວ
ວ່າທ່ານ​ຢາກ​ກັບ​ຄືນ​ປະ​ເທດ​ໄທຖ້າ​ນ້ອງ​ສາວ​ຂອງ​ທ່ານ​ຊະ
ນະ​ການ​ເລືອກ​ຕັ້ງໃນ​ຕົ້ນ​ເດືອນ​ກໍລະກົດ​ປີ​ນີ້​ແຕ່​ວ່າ​ທ່ານ​ຍັງ
ບໍ່​ທັນ​ໄດ້​ຕັດສິນ​ໃຈ​ເທື່ອ​ວ່າທ່ານ​ຈະ​ຢູ່​ໃນ​ໄທ​ຕໍ່​ໄປ​ຫລື​ບໍ.

ໃນ​ການ​ໃຫ້​ສໍາພາດ​ຕໍ່​ວິທະຍຸ​ອອສ​ເຕຣ​ເລຍ​ ທີ່​ບ້ານ​ພັກທີ່​
ຫລູຫລາ​ຂອງ​ທ່ານ​ທີ່​ປະ​ເທດ Dubai ທ່ານ​ທັກສິນ​ກ່າວ​
ວ່າ ທ່ານ​ບໍ່​ມີ​ຄວາມ​ທະ​ເຍີທະຍານ​ໃດໆ​ທີ່ຈະກັບ​ຄືນ​ໄປ​ມີ​
ອໍານາດ​ທາງ​ດ້ານ​ການ​ເມືອງ ​ແລະ​ເຫັນ​ວ່າມັນ​ສະດວກ​ດີ​
ທີ່​ຈະ​ດໍາ​ເນີນທຸລະ​ກິດ​ ລະຫວ່າງ​ຊາດຂອງທ່ານ ​ຈາກ​ປະ​
ເທດ​ໃນ​ເຂດອ່າວ​ເປີ​ເຊຍ​ແຫ່ງ​ນີ້.

ແຕ່​ທ່ານ​ທັກສິນ​ກ່າວ​ຕື່ມ​ວ່າ ທ່ານ​ຢາກ​ຈະ​ກັບ​ຄືນ​ໄປ​ໄທ
​ໃນ​ທ້າຍ​ປີ​ນີ້​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ກະສັດ​
ໃນ​ວັນ​ຄ້າຍ​ວັນ​ປະສູດ​ຄົບຮອບ 84 ພັນ​ສາ​ຂອງ​ພະ​ອົງ
​ແລະ​ກ່າວ​ຕໍ່​ໄປ​ວ່າ ຖ້າ​ສະພາບ​ການ​ຫາກ​ອໍານວຍ​ໃຫ້​
ທ່ານ​ຢູ່​ໃນ​ໄທ​ຕໍ່​ໄປ​ໄດ້ ທ່ານ​ຈະ​ໄປ​ໃຫ້​ປາຖະກະຖາ
ຫລິ້ນ​ກອຟ​ ແລະ​ໃຫ້​ຄໍາ​ແນະ​ນໍາ​ແກ່​ພວກລູກໆ ຂອງທ່ານ.

ທ່ານ​ທັກສິນ ທີ່​ປະ​ເຊີນ​ໜ້າ​ກັບ​ການ​ລົງ​ໂທດ​ຈໍາ​ຄຸກ​ເປັນ​ເວລາ 2 ປີ ​ໃນ​ຂໍ້​ຫາ​ຖານ​ທໍາ​ການ​
ສໍ້​ລາດ​ບັງ​ຫລວງ​ຖ້າ​ທ່ານ​ເດີນທາງ​ກັບ​ຄືນ​ໄທ​ນັ້ນ ຍັງ​ກ່າວ​ຕື່ມ​ວ່າ ທ່ານ​ຈະ​ຍິນ​ດີ​ຮັບ​ເອົາ​
ການ​ນິລະ​ໂທດ​ກໍາ​ຈາກ​ລັດຖະບານ​ຊຸດ​ຕໍ່​ໄປ ​ແຕ່​ວ່າ ສິ່ງ​ສໍາຄັນ​ກວ່າ​ນັ້ນ​ແມ່ນ​ຟື້ນຟູຄວາມ​
ສາມັກຄີ​ພາຍ​ໃນ​ປະ​ເທດຄືນໃໝ່.

XS
SM
MD
LG