ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຕະບານ ເດັກນ້ອຍ ຈຸທຳອິດ 4 ຄົນ ຖືກຊ່ອຍ ອອກມາ ຈາກຖ້ຳແລ້ວ


ຕຳຫຼວດຍາມຮັກສາການ ຫົນທາງທີ່ນຳໄປສູ່ໂຮງໝໍ ຫຼັງຈາກລົດໄດ້ນຳສົ່ງພວກນັກເຕະບານເດັກນ້ອຍຈຳນວນນຶ່ງ ແລະ ຄູຝຶກອອກມາຈາກຖ້ຳຫຼວງ ຂຸນນ້ຳນາງນອນ ທີ່ຈັງຫວັດຊຽງຣາຍ.
ຕຳຫຼວດຍາມຮັກສາການ ຫົນທາງທີ່ນຳໄປສູ່ໂຮງໝໍ ຫຼັງຈາກລົດໄດ້ນຳສົ່ງພວກນັກເຕະບານເດັກນ້ອຍຈຳນວນນຶ່ງ ແລະ ຄູຝຶກອອກມາຈາກຖ້ຳຫຼວງ ຂຸນນ້ຳນາງນອນ ທີ່ຈັງຫວັດຊຽງຣາຍ.

ໜ່ວຍກູ້ໄພກອງທັບເຮືອ ຫຼື ເນວີຊີລ ຂອງໄທ​ກ່າວວ່າ ມີເດັກນ້ອຍ ຕໍ່ຕ່ຳກວ່າ 4 ຄົນ ໃນ
ຈຳນວນທັງໝົດ 12 ຄົນ ແລະຄູຝຶກ ໄດ້ຖືກຊ່ອຍອອກມາ ຈາກຖ້ຳ ທີ່ເຂົາເຈົ້າຕົກຄ້າງຢູ່
ດົນກວ່າ 2 ອາທິດແລ້ວນັ້ນ.

ຜູ້ວ່າຣາຊະການຈັງຫວັດຊຽງຣາຍ ທ່ານນະຣົງສັກ ໂອຊະທະນາກອນ ຫົວໜ້າໜ່ວຍປະ
ຕິບັດງານກູ້ໄພ ກ່າວວ່າ ມະນຸດກົບ ຕ້ອງການເວລາ ປະມານ 10 ຊົ່ວໂມງ ເພື່ອກະກຽມ
ການກູ້ໄພຄັ້ງຕໍ່ໄປ ແຕ່ແນວໃດກໍຕາມ ການກູ້ໄພແມ່ນໄດ້ດຳເນີນໄປ ດີກວ່າທີ່ຄາດຄິດໄວ້.

ເດັກນ້ອຍທີ່ຖືກຊ່ອຍອອກມາ ໃນວັນອາທິດມື້ນີ້ ໄດ້ຖືກສົ່ງເຂົ້າໂຮງໝໍ.

ມະນຸດກົບ ຊາວຕ່າງປະເທດ 13 ຄົນ ແລະ ໄທ 5 ຄົນ ເຂົ້າຮ່ວມ ໃນການປະຕິບັດ
ງານກູ້ໄພໃນຄັ້ງນີ້. ເດັກນ້ອຍແຕ່ລະຄົນ ຈະມີມະນຸດກົບ 2 ຄົນ ເປັນຜູ້ໃຫ້ການຊ່ອຍ
ເຫຼືອແລະກຳກັບນຳ.

ເຈົ້າໜ້າທີ່ກ່າວວ່າ ມັນອາດຈະໃຊ້ເວລາ 2 ຫາ 4 ມື້ ກ່ອນທີ່ພວກເດັກນ້ອຍທັງໝົດ
ຈະໄດ້ຮັບການຊ່ອຍເຫຼືືອອອກມາ.

ຕຳຫູວດຄົນນຶ່ງ ພວມຍາມຢູ່ໃກ້ໆຖ້ຳຫຼວງ ຂະນະທີ່ຝົນກຳລັງຕົກໜັກ
ຕຳຫູວດຄົນນຶ່ງ ພວມຍາມຢູ່ໃກ້ໆຖ້ຳຫຼວງ ຂະນະທີ່ຝົນກຳລັງຕົກໜັກ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ສົ່ງທວີດເຕີ້ ໃນວັນອາທິດມື້ນີ້ ກ່າວ
ວ່າ ລັດຖະບານສະຫະລັດ ກຳລັງເຮັດວຽກຢ່າງໃກ້ຊິດ ກັບເຈົ້າໜ້າທີ່ໄທ ເພື່ອຊ່ອຍ
ເດັກນ້ອຍ ອອກມາຢ່າງປອດໄພ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG