ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກເຕະບານ ໜຸ່ມນ້ອຍ ໄທ ໃນຖໍ້າ ໄດ້ຮັບ ສະບຽງ ທີ່ມີຄວາມຕ້ອງການ ເປັນຢ່າງສູງ


ພວກເດັກຊາຍ ຈາກທີມເຕະບານອາຍຸບໍ່ເກີນ 16 ປີ ພ້ອມກັບຄູຝຶກ ຂອງເຂົາເຈົ້າ ລໍຖ້າການຊ່ວຍເຫຼືອ ຫຼັງຈາກເຂົາເຈົ້າຕິດຄ້າງ ຢູ່ໃນຖໍ້າໃນ ຈັງຫວັດຊຽງຣາຍ, ປະເທດ ໄທ. 3 ກໍລະກົດ, 2018.
ພວກເດັກຊາຍ ຈາກທີມເຕະບານອາຍຸບໍ່ເກີນ 16 ປີ ພ້ອມກັບຄູຝຶກ ຂອງເຂົາເຈົ້າ ລໍຖ້າການຊ່ວຍເຫຼືອ ຫຼັງຈາກເຂົາເຈົ້າຕິດຄ້າງ ຢູ່ໃນຖໍ້າໃນ ຈັງຫວັດຊຽງຣາຍ, ປະເທດ ໄທ. 3 ກໍລະກົດ, 2018.

ບັນດານັກດຳນໍ້າໄດ້ສົ່ງສະບຽງໄປໃຫ້ ພວກນັກກິລາເຕະບານໜຸ່ມນ້ອຍ 12 ຄົນ ແລະ
ຄູຝຶກຂອງເຂົາເຈົ້າທີ່ຕິດຄ້າງຢູ່ໃນຖໍ້າທີ່ຖືກນໍ້າຖ້ວມ ດ້ວຍເຈລພະລັງງານສູງ ແລະ
ຢາເພື່ອປະຄອງຊີບຂອງເຂົາເຈົ້າໄວ້ ໃນຂະນະທີ່ເຂົາເຈົ້າກຳລັງຫາວິທີເອົາພວກເດັກ
ນ້ອຍກັບບ້ານ.

ທ່ານ ນະຣົງສັກ ໂອສົດທະນາກອນ ຜູ້ວ່າຣາຊະການຈັງຫວັດຊຽງຣາຍ ຜູ້ທີ່ມີຄວາມດີ
ອົກດີໃຈຂຶ້ນມາໃນທັນທີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນ ຈັນວານນີ້ວ່າ “ພວກເຮົາ
ໄດ້ພົບເຫັນເຂົາເຈົ້າ ໝົດທຸກຄົນປອດໄພ. ພວກເຮົາຈະເບິ່ງແຍງເຂົາເຈົ້າ ຈົນກວ່າ
ເຂົາເຈົ້າຈະເຄື່ອນໄຫວໄດ້. ພວກເຮົາຈະນຳເອົາອາຫານໄປໃຫ້ເຂົາເຈົ້າ ພ້ອມກັບ
ແພດໝໍຄົນນຶ່ງ ຜູ້ທີ່ສຳມາດດຳນໍ້າໄດ້. ຂ້າພະເຈົ້າບໍ່ແນ່ໃຈວ່າ ເຂົາເຈົ້າຈະສາມາດກິນ
ເຂົ້າໄດ້ບໍ່ ໃນເມື່ອເຂົາເຈົ້າບໍ່ໄດ້ກິນຫຍັງດົນແລ້ວ.”

ພວກເດັກນ້ອຍເຊິ່ງມີອາຍຸລະຫວ່າງ 11 ຫາ 16 ປີ ແລະ ຄູຝຶກຂອງ ເຂົາເຈົ້າ ໄດ້ຖືກ
ພົບເຫັນນັ່ງນຳກັນເປັນກຸ່ມ ຢູ່ເທິງຊັ້ນຫີນ ເລິກເຂົ້າໄປ ໃນຖໍ້າຫຼວງ ໂດຍກອງກຳລັງພິ
ເສດທະຫານກອງທັບເຮືອ ໄທ.

ບັນດາ ນັກກູ້ໄພໄດ້ພົບເຫັນເດັກນ້ອຍໃນວັນຈັນວານນີ້ ໃນພາກສ່ວນ ຂອງຖໍ້າທີ່ເປັນ
ພື້ນສູງ.

ໃນວິດີໂອຍາວ 5 ນາທີຖ່າຍໂດຍບັນດານັກກູ້ໄພ ແລະ ໄດ້ເປີດເຜີຍຕໍ່ ສື່ມວນຊົນນັ້ນ,
ພວກເດັກຊາຍຈຸດັ່ງກ່າວ ເຊິ່ງຍັງໃສ່ຊຸດເຕະບານຂອງ ເຂົາເຈົ້າຢູ່ນັ້ນ, ໄດ້ສະແດງ
ໃຫ້ເຫັນເຂົາເຈົ້ານັ່ງ ຫຼື ຢືນຢູ່ເທິງພື້ນທີ່ແຫ້ງ ໃກ້ກັບບໍ່ນໍ້າ. ແສງໄຟສາຍຂອງນັກກູ້ໄພ
ເບິ່ງຄືວ່າຈະເຮັດໃຫ້ພວກເດັກ ຊາຍຊຸມນັ້ນເຈັບຕາ.

ນຶ່ງໃນນັກດຳນໍ້າໄດ້ຖາມເຂົາເຈົ້າວ່າ, “ພວກເຈົ້າມີຈັກຄົນຢູ່ຫັ້ນ, 13? ສຸດຍອດຫຼາຍ.”
ສະມາຊິກກຸ່ມກູ້ໄພ ຫຼັງຈາກນັ້ນໄດ້ບອກເຂົາເຈົ້າວ່າ, “ພວກເຈົ້າຢູ່ໃນນີ້ໄດ້ 10 ມື້ແລ້ວ.
ພວກເຂົາເຈົ້າເຂັ້ມແຂງຫຼາຍ.”

ນຶ່ງໃນພວກເດັກນ້ອຍນັ້ນໄດ້ຕອບວ່າ ລາວຫິວເຂົ້າ, ໃນຂະນະທີ່ເດັກ ຊາຍອີກຄົນນຶ່ງ
ໄດ້ເວົ້າຕໍ່ບັນດານັກກູ້ໄພວ່າ, “ຂອບໃຈຫຼາຍ.”

ທ່ານ ນະຣົງສັກ ໄດ້ເວົ້າວ່າ “ເມື່ອບັນດາແພດໄດ້ກວດກາພວກເດັກ ຊາຍ ວ່າສຸຂະ
ພາບຂອງເຂົາເຈົ້າແມ່ນຢູ່ໃນສະພາບດີບໍ່ນັ້ນ, ພວກເຮົາຈະເບິ່ງແຍງເຂົາເຈົ້າ ຈົນ
ກວ່າເຂົາເຈົ້າມີແຮງພຽງພໍ ທີ່ຈະເຄື່ອນໄຫວດ້ວຍຕົນເອງ, ແລະ ຫຼັງຈາກນັ້ນພວກ
ເຮົາກໍຈະປະເມີນສະຖານະການ ກ່ຽວກັບ ການນຳເອົາເຂົາເຈົ້າອອກມາ ຫຼັງຈາກ
ນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG