ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ທັບມ້າງເຄືອຂ່າຍ ປອມແປງປັສປອດສາກົນ ໃນໄທ


ປັສປອດທີ່ໄດ້ຖືກນຳອອກເປີດເຜີຍໂດຍ ຕຳຫລວດແຫ່ງຊາດສະເປນ,
ລຸນຫລັງທີ່ຍຶດໄດ້ ໃນເວລາກວດຄົ້ນພວກເປັນເຄືອຂ່າຍປອມແປງປັສ
ປອດສາກົນໃນເມືອງ Barcelona ຂອງສະເປນໃນວັນພຸດ ທີ 1 ທັນວາ
1, 2010, ວານນີ້.
ປັສປອດທີ່ໄດ້ຖືກນຳອອກເປີດເຜີຍໂດຍ ຕຳຫລວດແຫ່ງຊາດສະເປນ, ລຸນຫລັງທີ່ຍຶດໄດ້ ໃນເວລາກວດຄົ້ນພວກເປັນເຄືອຂ່າຍປອມແປງປັສ ປອດສາກົນໃນເມືອງ Barcelona ຂອງສະເປນໃນວັນພຸດ ທີ 1 ທັນວາ 1, 2010, ວານນີ້.

ພວກເຈົ້າໜ້າທີ່​ໄທ ກ່າວ​ໃນ​ມື້ນີ້ວ່າ ປັສ​ປອດຕ່າງໆ​ທີ່​ໄດ້​ຖືກ​ປອມ​ແປງ ຢູ່​ໃນ​ປະ​ເທດ​ໄທ ​ໂດຍ​ພວກກໍ່ອາ​ຊະຍາ​ກຳກຸ່ມ​ນຶ່ງ ທີ່ຖືກທັບມ້າງໃນ​ອາທິດ​ນີ້ ອາດໄດ້​ຖືກ​ນຳໄປໃຊ້​ໂດຍ​ ພວກ​ກໍ່ການຮ້າຍ ທີ່​ມີ​ສ່ວນ​ພົວພັນ​ກັບການວາງ​ລະ​ເບີດ​ໃສ່​ລົດ​ໄຟ​ ຢູ່​ນະຄອນຫລວງ ມາ​ດຣິດ ຂອງ​ສະ​ເປ​ນ ​ໃນ​ປີ 2004 ນັ້ນ.

ພວກ​ເຈົ້າໜ້າທີ່​ສະ​ເປນ ກໍ​ໄດ້​ເອົາ​ພວກກໍ່ອາ​ຊະຍາກຳ​ກຸ່ມນີ້​ ໄປເຊື່ອມ​ຕໍ່ໃສ່​ກັບກຸ່ມ Lashkar-e-Taiba ​ຊຶ່ງ​ເປັນ​ກຸ່ມ​ກໍ່ການຮ້າຍຂອງ​ພວກ​ປາ​ກິ​ສຖານ ທີ່ຖືກກ່າວ​ຫາ​ວ່າ​ເປັນ​ຜູ້​
ໂຈມ​ຕີ​ນະຄອນ​ມັມບາຍທີ່​ໄດ້​ເຮັດ​ໃຫ້ 166 ຄົນ​ເສຍ​ຊີວິດ ​ໃນ​ປີ 2008 ​ນັ້ນ.

ເຈົ້າໜ້າທີ່​ໄດ້​ຈັບ​ກຸ​ມ 10 ຄົນ​ ທີ່​ມີ​ການ​ພົວພັນ​ກັບ​ການ​ເຮັດປັສປອດ​ປອມນັ້ນ. ຄົນ​ປາ​ກິ​ສ ຖານ 6 ຄົນ ​ແລະຄົນໄນ​ຈີ​ເຣຍຜູ້​ນຶ່ງ ​ໄດ້​ຖືກ​ນຳ​ຈັບທີ່​ນະຄອນ Barcelona ຂອງ​ສະ​ເປ​ນ ​ໃນ​ຂະນະ​ທີ່ ຊາວ​ປາ​ກິ​ສຖານ 2​ຄົນ ແລະຄົນສັນຊາດ​ໄທຜູ້​ນຶ່ງ​ ໄດ້​ຖືກ​ຈັບໃນ​ປະ​ເທດ​ໄທ.

ຕຳຫລວດ​ເວົ້າວ່າ ກຸ່ມ​ດັ່ງກ່າວ​ໄດ້​ເອົາ​ປັສປອດ ທີ່​ລັກ​ມາຈາກ​ພວກ​ນັກ​ທ່ອງ​ທ່ຽວທີ່​ສະ​ເປ​ນ ​ແລະຈາກ​ນັ້ນ ກໍສົ່ງ​ໄປໄທ ບ່ອນ​ທີ່​ປັສປອດໄດ້ຖືກປອມ​ແປງເພື່ອ​ຂາຍ​ໃຫ້​ພວກ​ກໍ່ອາຊຍາ​ກຳ ຫລື ບໍ່ກໍສົ່ງຕໍ່​ໄປໃຫ້​ພວກ​ກໍ່ການຮ້າຍທັງຫລາຍ.

XS
SM
MD
LG