ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ​ທະຫານ​ໄທ ຄວບ​ຄຸມ ​ບໍ່​ໃຫ້​ເກີດ ​ການ​ປະ​ທ້ວງ ຕໍ່ຕ້ານ​ການ​ຍຶດອຳນາດ (ສະ​ໄລ​ດ໌/ວີດີໂອ)


ຕຳຫຼວດເຄື່ອນເຂົ້າໄປ ໃນສູນການຄ້າແຫ່ງນຶ່ງ ທີ່ບາງກອກ
ວັນທີ 1 ມິຖຸນາ 2014
ຕຳຫຼວດເຄື່ອນເຂົ້າໄປ ໃນສູນການຄ້າແຫ່ງນຶ່ງ ທີ່ບາງກອກ ວັນທີ 1 ມິຖຸນາ 2014
ລັດຖະບານ​ທະຫານ​ໄທ ​ໄດ້​ສົ່ງ​ທະຫານ​ຈຳນວນ​ເກືອບ 6 ພັນ​
ຄົນ​ໃນ​ວັນອາທິດ​ວານ​ນີ້​ໄປ​ປະຈຳ​ຢູ່​ຕາມ​ຖະໜົນ​ຫົນທາງ​ສາຍ
​ຕ່າງໆ ​ໃນ​ທົ່ວ​ບາງກອກ ​ເພື່ອ​ຄວບ​ຄຸມ​ບໍ່​ໃຫ້​ເກີດ​ການ​ປະ​ທ້ວງ
​ຕໍ່ຕ້ານ​ການ​ຍຶດອຳນາດ​ຂອງລັດຖະບານ ​ໃນ​ເດືອນ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ ໄດ້​ສັ່ງ​ໃຫ້ ​ສູນ​ການ​ຄ້າ​ໃຫຍ່​ແຫ່ງ​ນຶ່ງ​ ໃນ
​ບາງກອກ​ອັດ​ລົງຫຼັງ​ຈາກ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ການ​ລັດຖະ
ປະຫານ ພະຍາຍາມ​ປ້ອງ​ກັນ​ເຈົ້າໜ້າ​ທີ່​ ຄົນ​ນຶ່ງ​ເຂົ້າ​ໄປ​
ຈັບ​ກຸມ​ເພື່ອນ​ປະ​ທ້ວງ​ຄົນ​ນຶ່ງ​ຂອງ​ເຂົາ​ເຈົ້າ. ພວກ​ປະ​ທ້ວງ​
ບາງ​ຄົນ​ຖືກ​ຈັບ​ກຸມ ​ແຕ່​ກໍເກີດມີ​ຄວາມ​ວຸ້ນວາຍ​ແຕ່​ພຽງ​ເລັກ​ນ້ອຍ.

ການ​ປະ​ທ້ວງ​ເລັກ​ໆນ້ອຍໆ​ ພ້ອມ​ທັງ​ມີ​ການສົ່ງ​ສຽງ​ແດ່​ ​ໄດ້​ເກີດ​ຂຶ້ນທຸກໆ​ມື້​ໃນນະຄອນຫຼວງ
ນັບ​ແຕ່​ພົນ​ເອກ​ປຣະຢຸດ ຈັນ​ໂອຊາ ຫົວໜ້າ​ກອງທັບ​ໄທຍຶດອຳນາດ​ ຈາກ​ລັດຖະບານ​ພົນລະ​ເຮືອນ​ໃນ​ວັນ​ທີ 22 ພຶດສະພາ​ຜ່ານ​ມາ​ນີ້. ການ​ປະ​ທ້ວງ​ເຊັ່ນ​ນີ້ ຖື​ວ່າ​ເປັນ​ສິ່ງ​ທີ່​ຜິດ​ກົດໝາຍ​ພາຍ​ໃຕ້​ຄຳ​ສັ່ງ​ ຂອງ​ນາຍ​ພົນ​ປຣະຢຸດ​.

ຜູ້​ປະ​ທ້ວງ​ຄົນ​ນຶ່ງ ກ່າວ​ວ່າ ພວກ​ປະ​ທ້ວງ​ພາກັນ​ພະຍາຍາມ​ດຳ​ເນີນ​ການ​ໄປ​ພາຍ​ໃນ​ຂອບ​ເຂດ​ຂອງ​ຄຳ​ຮຽກຮ້ອງ ຂອງ​ພວກ​ທະຫານ​ທີ່​ໄດ້ວາງ​ອອກ​ນັ້ນ.
ເບິ່ງວີດີໂອເລື້ອງນີ້.
please wait

No media source currently available

0:00 0:00:50 0:00
XS
SM
MD
LG