ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫລວດ ປາບຈາລະຈົນໄທ ປະທະກັນ ກັບພວກປະທ້ວງ (ສະໄລດ໌/ວີດີໂອ)


ທະຫານຢືນຍາມ ພວກປະທ້ວງຕໍ່ຕ້ານລັດຖະບານ ບໍ່ໃຫ້ເຂົ້າໄປ ສະຖານີວິທະຍຸແຫ່ງຊາດໄທ
ທະຫານຢືນຍາມ ພວກປະທ້ວງຕໍ່ຕ້ານລັດຖະບານ ບໍ່ໃຫ້ເຂົ້າໄປ ສະຖານີວິທະຍຸແຫ່ງຊາດໄທ
ຕຳຫລວດ​ປາບ​ຈາລະ​ຈົນ​ໄທ ​ໄດ້ໃຊ້​ແກັສນຳ້ຕາ ​ເພື່ອ​ຂັບ
​ໄລ່​ພວກ​ປະ​ທ້ວງຕໍ່ ຕ້ານລັດຖະບານຫລາຍ​ພັນ​ຄົນ ທີ່
ໂຮມຊຸມນຸມ ຢູ່ຕາມຖະໜົນ​ຫົນ​ທາງ​ ໃນບາງກອກ ຫລັງ
​ຈາກສານ​ ໄດ້ສັ່ງ​ໃຫ້ນາຍົກລັດຖະມົນຕີຍິ່ງ​ລັກ ຊີ​ນນະ​
ວັດລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ອົງການຕໍ່​ຕ້ານການ​ທຸ
ຈະລິດ​ໄດ້​ກ່າວ​ຫາທ່ານນາງວ່າ​ ລະ​ເລີຍຕໍ່ໜ້າທີ່.

ຜູ້ນຳໃນການ​ປະ​ທ້ວງ ທ່ານ​ສຸ​ເທບ ​ເທຶອກສຸບັນ ກ່າວ​ຕໍ່​
ບັນດາ​ຜູ້​ສະໜັບສະໜູນ​ ​ໃນ​ສວນ​ສາທາລະນະ​ແຫ່ງນຶ່ງ
​ໃນ​ວັນ​ສຸກ​ມື້​ນີ້ ຮຽກຮ້ອງ​ໃຫ້​ເຂົາ​ເຈົ້າໄປໂຮມຊຸມ ນຸມກັນ
​ຢູ່​ນອກ​ສະພາ ສຳນັກງານນາຍົກລັດຖະມົນຕີ ​ແລະ​ສະຖານີ​ໂທລະພາບ​ຫ້າ​ແຫ່ງເພື່ອ​
ປ້ອງ​ກັນບໍ່​ໃຫ້​ລັດຖະບານນຳໃຊ້ສະຖານີເຫຼົ່ານີ້.

​ໃນ​ວັນ​ພຸດ​ຜ່ານມາ​ນີ້ ສານລັດຖະທຳ​ມະນູນ​ໄທ ​ໄດ້​ປົດທ່ານ​ນາງ ຍິ່ງ​ລັກ ​ແລະ​ລັດຖະ
ມົນຕີ​ເກົ້າ​ຄົນ ​ອອກ​ຈາກຕຳແໜ່ງ ຍ້ອນ​ຄະດີ​ນຶ່ງ ທີ່​ພົວພັນ​ກັບ​ການ​ແຕ່ງ​ຕັ້ງ ລັດ​ຖະ​
ກອນອະວຸ​ໂສ​ຄົນ​ນຶ່ງ.

ລັດຖະມົນຕີ​ການ​ຄ້າ ທ່າ​ນນິວັດທຳຣົງ ບຸນ​ສົງ​ໄພສານ ຜູ້​ທີ່​ເປັນ​ພັນທະ​ມິດ​ໃກ້​ຊິດ​ກັບ
ທ່ານນາງຍິ່ງ​ລັກ ​ແລະ​ອ້າຍ​ຂອງ​ທ່ານ​ນາງ ຄືອະດີດນາຍົກລັດຖະມົນຕີ ທັກສິນຊິນ
ນະ​ວັດນັ້ນ ໄດ້ເຂົ້າຮັບໜ້າທີ່ ເປັນນາຍົກລັດຖະມົນຕີຮັກສາການຊົ່ວຄາວ ແທນທ່ານ
ນາງ.

​ເຖິງ​ແມ່ນ​ວ່າ​ໄດ້ມີ​ການ​ຕັດສິນໃຫ້ທ່ານນາງອອກຈາກຕຳແໜ່ງກໍຕາມ ແຕ່ພວກ​ປະ​
ທ້ວງ​ຫລາຍ​ຄົນຍັງ​ພາກັນ​ບໍ່ພໍ​ໃຈໃນເມື່ອວ່າລັດຖະບານ​ຂອງ ທ່ານ​ນາງຍິ່ງ​ລັກ.
THAILAND POLITICS CNPK
please wait

No media source currently available

0:00 0:01:42 0:00
XS
SM
MD
LG