ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບຸກ ເຂົ້າໄປກວດຄົ້ນ ຂອງ ເຈົ້າໜ້າທີ່ ເຜີຍໃຫ້ເຫັນ ກຸ່ມຄ້າມະນຸດ ໃນໄທ


ພວກໂຣຮິງຢາ ຈາກມຽນມາ ທີ່ຖືກຊ່ອຍອອກມາຈາກກຳມື ກຸ່ມຄ້າມະນຸດ ທີ່ສູນຄຸມຂັງຄົນເຂົ້າເມືອງ ຈັງຫວັດສົງຂລາ ໃນພາກໃຕ້ຂອງໄທ
ພວກໂຣຮິງຢາ ຈາກມຽນມາ ທີ່ຖືກຊ່ອຍອອກມາຈາກກຳມື ກຸ່ມຄ້າມະນຸດ ທີ່ສູນຄຸມຂັງຄົນເຂົ້າເມືອງ ຈັງຫວັດສົງຂລາ ໃນພາກໃຕ້ຂອງໄທ

ຕຳຫຼວດໄທ ກ່າວວ່າ ຕົນໄດ້ພົບເຫັນຊາວໂຣຮິງຢາ 13 ຄົນ ຈາກ
ມຽນມາ ຊຶ່ງເປັນປະເທດເພື່ອນບ້ານ ຖືກຄຸມຂັງເພື່ອຮຽກຄ່າໄຖ່ທີ່
ສວນປາລມ໌ແຫ່ງນຶ່ງ.

ເຈົ້າໜ້າທີ່ເວົ້າວ່າ ການຄົ້ນພົບດັ່ງກ່າວ ມີຂຶ້ນໃນວັນທ້າຍສັບປະ
ດາຜ່ານມາ ແຕ່ປະກາດໃຫ້ຮູ້ໃນວັນພຸດວານນີ້ແມ່ນໄດ້ເຜີຍໃຫ້
ເຫັນກຸ່ມຄ້າມະນຸດທ່າມກາງທີ່ມີການກ່າວຫາເມື່ອໄວໆມານີ້ກ່ຽວ
ກັບການສົມຮູ້ຮ່ວມຄິດຂອງເຈົ້າໜ້າທີ່ກັບພວກຄ້າມະນຸດໃນໄທ
ແລະມຽນມາ.

ສອງຄົນ ໄດ້ຖືກຈັບ ຫລັງຈາກຖືກກ່າວຫາວ່າ ຮຽກຮ້ອງເອົາເງິນ
1,500 ໂດລາ ຈາກແຕ່ລະຄອບຄົວຂອງພວກຜູ້ຊາຍ 10 ຄົນ ແລະແມ່ຍິງ 3 ຄົນ ທີ່ຫລົບ ຈາກລັດຣາໄຄນ໌ຂອງມຽນມາພ້ອມດ້ວຍບຸກຄົນອື່ນໆອີກ 100 ຄົນ ເມື່ອເດືອນພຶດສະພາ ຜ່ານມາ ເພື່ອເດີນທາງໄປຈີນ ແລະມາເລເຊຍ.

ທ່ານ Kyaw Thaung ນັກເຄື່ອນໄຫວ ກ່ຽວກັບແຮງງານຕ່າງດ້າວ ຊາວມຽນມາ ກ່າວຕໍ່ວີ ໂອເອພະແນກພາສາມຽນມາວ່າ ກໍລະນີຂູດຮີດແບບນີ້ແມ່ນມີຢູ່ຢ່າງແຜ່ກວ້າງ.

ເມື່ອສອງອາທິດກ່ອນ ສະຫະລັດໄດ້ລົດລະດັບປະເທດໄທລົງໃນການຈັດອັນດັບປະຈຳປີ ກ່ຽວກັບການຕໍ່ຕ້ານການຄ້າມະນຸດ ຂະນະທີ່ມຽນມາ ສາມາດລອດມາໄດ້ ຈາກຊະຕາກຳ ແບບດຽວກັນນີ້. ມຽນມາ ຍັງມີຊື່ຢູ່ໃນບັນຊີ ປະເທດທີ່ຖືກສິ້ງຊອມ ຕິດຕາມມາເປັນປີທີ 3 ລຽນຕິດ ແຕ່ໄດ້ຮັບການຍົກເວັ້ນຍ້ອນວ່າລັດຖະບານມີແຜນການທີ່ຈະທຳການປາບປາມ ການຄ້າມະນຸດ.

XS
SM
MD
LG