ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງ ຢຸດ​ພັກ​ ຊົ່ວຄາວ ເພື່ອສະຫຼອງ ວັນຄ້າຍ ​ວັນ​ປະສູດ ຂອງກະສັດ​ໄທ (ສະໄລດ໌/ວີດີໂອ)


ພວກ​ປະ​ທ້ວງຝ່າຍ​ຄ້ານ ພາກັນເກັບ​ກວາດ ເພື່ອວັນພະລາຊະ​ພິທີ​ສະ​ເຫຼີມພະ​ຊົນ​ພັນ​ສາ ກະສັດໄທ
ພວກ​ປະ​ທ້ວງຝ່າຍ​ຄ້ານ ພາກັນເກັບ​ກວາດ ເພື່ອວັນພະລາຊະ​ພິທີ​ສະ​ເຫຼີມພະ​ຊົນ​ພັນ​ສາ ກະສັດໄທ
ນະຄອນຫຼວງ​ຂອງ​ປະ​ເທດ​ໄທ ​ແມ່ນ​ງຽບສະຫ​ງົບ​ໃນ​ວັນ​ພຸດ​
ມື້​ນີ້ ​ໃນ​ຂະນະ​ທີ່​ພວກ​ປະ​ທ້ວງຝ່າຍ​ຄ້ານ ທຳ​ການ​ຢຸດ​ພັກ​ຊົ່ວ
ຄາວ ​ກ່ອນ​ພະລາຊະ​ພິທີ​ສະ​ເຫຼີມພະ​ຊົນ​ພັນ​ສາ ອັນ​ເປັນ​ວັນ
ຄ້າຍ​ວັນປະສູດຂອງກະສັດ​ໄທ.

ຫຼາຍໆ​ຄົນ​ທີ່​ພະຍາຍາມ​ຫາ​ທາງໂຄ່ນ​ລົ້ມ​ລັດຖະບານມາ​ໄດ້​
ຫຼາຍວັນ​ແລ້ວ​ນັ້ນ ​ແມ່ນ​ໄດ້​ກັບ​ຄືນ​ສູ່​ທ້ອງ​ຖະໜົນ​ຫົນທາງ​
​ໃນ​ບາງກອກອີກ ​ແຕ່​ຄັ້ງ​ນີ້​ແມ່ນ​ພາກັນ​ໄປ​ເກັບ​ກວາດ ກ່ອນ​
ວັນສະ​ເຫຼີມ​ສະຫຼອງດັ່ງກ່າວ.

ນາງບຸນຍະ​ນຸດ ດວງ​ລະ​ຫົນ ​ແມ່ນ​ນຶ່ງ​ໃນ​ພວກ​ທີ່​ໄປ​ເກັບ​ກວາດ​ຖະໜົນຫົນທາງ​ໃນ​ເຂດອະນຸສາວະລີປະຊາທິປະ​ໄຕ ບ່ອນ​ທີ່ພວກ​ປະ​ທ້ວງ​ທີ່​ຕໍ່ຕ້ານ​ລັດຖະ ບານຫຼາຍ​ໝື່ນ​ຄົນ ​ໄດ້​ພາກັນ​ຕັ້ງ​ຄ້າຍ ​ແລະ​ປັກ​ຫຼັກ​ຢູ່​ທີ່​ນີ້.

ນາງ​ບຸນ​ຍະ​ນຸດກ່າວ​ວ່າ: “ກຸ່ມນີ້ ​ແມ່ນກຸ່ມ​ພວກ​ເປົ່າ​ໝາກຫວີດ ພວກ​ເຮົາ​ພາກັນ​ມາ​
ທີ່​ນີ້ ມາ​ຮວມຕົວ​ກັນ ​ມາປັດກວາດ​ແລະ​ມ້ຽນ​ມັດຕ່າງ​ໆເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​
ຄວາມ​ຈົງ​ຮັກ​ພັກດີ ແລະ​ພວກ​ເຮົາ​ຮັກ​ພະ​ອົງ.”



ກະສັດ ພູມິ​ພົນ ອະ​ດູ​ນຍະ​ເດດ ຈະ​ມີ​ພະ​ຊົນມາ​ຍຸ​ຄົບຮອບ​ 86 ພັນ​ສາ ​ໃນ​ວັນ​ພະຫັດ
ມື້​ອື່ນ​ນີ້ ​ແລະ​ພະ​ອົ ງ​ຊົງ​ເປັນ​ຜູ້​ທີ່​ປະຊາຊົນ ໃຫ້​ຄວາມ​ເຄົາລົບນັບຖືຢ່າງ​ກວ້າງຂວາງ​
ໃນ​ປະ​ເທດ​ໄທ.

ບັນດາຜູ້​ນໍາ​ພັກຝ່າຍ​ຄ້ານ​ ປະຕິຍານ​ວ່າ​ຈະ​ສືບ​ຕໍ່​ທຳ​ການ​ປະ​ທ້ວງ​ໃນວັນ​ສຸກ​ຈະ​ມາ​ເຖິງ​ນີ້
​ໂດຍ​ກ່າວ​ວ່າ ພວກ​ຕົນຈະ​ບໍ່​ຢຸດ​ພັກ​ເຊົາ ຈົນ​ກວ່າ​ວ່າ ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນນະ​ວັດ
​ອອກ​ຈາກ​ຕໍາ​ແໜ່ງ ແລະ​ມອບອໍານາດ​ໃຫ້​ຄະນະ​ສະພາ​ ທີ່​ບໍ່​ໄດ້​ຖືກເລືອກ​ຕັ້ງ.

Thai Protesters Celebrate Truce Ahead of King's Birthday
please wait

No media source currently available

0:00 0:01:44 0:00
ລິງໂດຍກົງ
XS
SM
MD
LG