ສານແພ່ງຂອງໄທ ໄດ້ເຕືອນລັດຖະບານ ໃນວັນພຸດມື້ນີ້ ບໍ່
ໃຫ້ໃຊ້ກໍາລັງຕໍ່ພວກປະທ້ວງ ນຶ່ງມື້ຫຼັງຈາກການປະທະກັນ
ກັບຕໍາຫລວດ ໄດ້ເຮັດໃຫ້ 5 ຄົນເສຍຊີວິດ.
ແຕ່ສານໄດ້ປະຕິເສດ ຕໍ່ຄໍາຮຽກຮ້ອງຂອງຝ່າຍຄ້ານ ທີ່ຂໍໃຫ້
ລົບລ້າງກົດພາວະສຸກເສີນ 90 ວັນທີ່ລັດຖະບານໄດ້ປະກາດ
ໃຊ້ ມາແຕ່ທ້າຍເດືອນມັງກອນນັ້ນ.
ລັດຖະບານໄດ້ນໍາໃຊ້ ກົດພາວະສຸກເສີນ ທໍາການຈັບກຸມພວກ
ແກນນໍາປະທ້ວງແລະທັບມ້າງຄ້າຍຂອງພວກປະທ້ວງໃນເມືອງ
ຫລວງບາງກອກ.
ໃນວັນອັງຄານວານນີ້ ພວກປະທ້ງ 4 ຄົນ ແລະຕໍາຫລວດນຶ່ງຄົນ ເສຍຊີວິດ ກັບອີກຫລາຍ
ສິບຄົນ ໄດ້ຮັບບາດເຈັບ ໃນການປະທະກັນໃນຕອນທ່ຽງວັນ ຢູ່ຖະໜົນສາຍສໍາຄັນແຫ່ງນຶ່ງ
ໃນເມືອງຫລວງ.
ເຖິງແມ່ນໄດ້ເກີດຄວາມຮຸນແຮງດັ່ງກ່າວ ພວກປະທ້ວງຈາກຝ່າຍຄ້ານກໍໄດ້ເພີ້ມທະວີການ
ປຸກລະດົມຂອງພວກເຂົາເຈົ້າຂຶ້ນ ແຕ່ກໍບໍ່ໄດ້ມີການປະທະກັນແຕ່ຢ່າງໃດ.
ພວກປະທ້ວງຕໍ່ຕ້ານລັດຖະບານຫລາຍພັນຄົນ ໄດ້ພາກັນໄປອ້ອມ ຕຶກຫ້ອງ ການຊົ່ວຄາວ
ຂອງນາຍົກລັກຖະມົນຕີ ໃນບາງກອກ ໃນຂະນະທີ່ພວກທະຫານພາກັນຢືນເບິ່ງ ຢູ່ຫລັງຮົ້ວ
ໜາມໝາກຈັບ.
ແຕ່ນາຍົກລັດຖະມົນຕີຍິ່ງລັກ ຊິນນະວັດ ບໍ່ໄດ້ຢູ່ທີ່ຫ້ອງການຂອງທ່ານ ໃນວັນພຸດມື້ນີ້. ເຈົ້າ
ໜ້າທີ່ດ້ານຄວາມປອດໄພຂັ້ນສູງຄົນນຶ່ງກ່າວວ່າ ຈະບໍ່ມີການເຄື່ອນໄຫວໃນທັນທີ ເພື່ອທັບ
ມ້າງການປະທ້ວງຕື່ມອີກ.
ແຕ່ວ່າ ຜູ້ນໍາພາການປະທ້ວງ ທ່ານສຸເທບ ເທືອກສຸບັນ ໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ກົດ
ດັນທ່ານນາງຍິ່ງລັກທີ່ທ່ານກ່າວວ່າ ເປັນຜູ້ຮັບຜິດຊອບຕໍ່ການໃຊ້ຄວາມຮຸນແຮງ “ເກີນຂອບ
ເຂດແລະບໍ່ມີຄວາມຈໍາເປັນ.”
ທ່ານສຸເທບກ່າວວ່າ “ມວນຊົນ ບໍ່ຕ້ອງການໃຫ້ທ່ານນາງຍິ່ງລັກ ຊິນນະວັດ ກັບມາ
ໃຊ້ຕຶກດັ່ງກ່າວນີ້ ທີ່ສ້າງຂື້ນໂດຍເງິນພາສີຂອງປະຊາຊົນ ເພື່ອໃຊ້ເປັນບ່ອນຫຼົບ
ລີ້ ແລະເປັນຫ້ອງການຂອງທ່ານນາງ ຕໍ່ໄປອີກ.”