ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ໃນໄທ ຈະໄປ ເຕົ້າໂຮມກັນ ຢູ່ ສວນລຸມພີນີ (ສະໄລດ໌/ວີດີໂອ)


ອາສາສະໝັກຄົນນຶ່ງ ພວມທຳຄວາມສະອາດ ລຶບຄຳຂວັນຕ່າງໆ ແລະຮູບແຕ້ມຕ່າງໆ ອອກຈາກປະຕູໃຫຍ່ ທາງເຂົ້າ ກອງບັນຊາການຕຳຫຼວດ ຢູ່ບາງກອກ (1 ມີນາ 2014)
ອາສາສະໝັກຄົນນຶ່ງ ພວມທຳຄວາມສະອາດ ລຶບຄຳຂວັນຕ່າງໆ ແລະຮູບແຕ້ມຕ່າງໆ ອອກຈາກປະຕູໃຫຍ່ ທາງເຂົ້າ ກອງບັນຊາການຕຳຫຼວດ ຢູ່ບາງກອກ (1 ມີນາ 2014)
ເຂດໃຈກາງຂອງບາງກອກ ນະຄອນຫຼວງຂອງໄທ ພວມປ່ຽນແປງ
ໂສມໜ້າໃໝ່ ໃນຂະນະທີ່ພວກປະທ້ວງຕໍ່ຕ້ານລັດຖະບານພາກັນ
ມ້າງເວທີ ຂອງພວກເຂົາເຈົ້າ ພ້ອມທັງທຳຄວາມສະອາດ ຖະໜົນ
ຫົນທາງ ລຶບຮູບແຕ້ມແລະຄຳຂວັນຂອງພວກເຂົາເຈົ້າອອກ.

ການທຳຄວາມສະອາດ ໃນວັນເສົາມື້ນີ້ ມີຂຶ້ນຫຼັງຈາກ ຜູ້ນຳພາໃນ
ການປະທ້ວງທ່ານສຸເທບ ເທືອກສຸບັນປະກາດຍຸດຕິຂະບວນການ
ປິດບາງກອກໃນຕອນແລງຂອງມື້ວັນສຸກວານນີ້ແລະເວົ້າວ່າພວກ ປະທ້ວງຈະຖອນຕົວອອກຈາກຫຼາຍໆເວທີທີ່ຕັ້ງຢູ່ໃນບໍລິເວນທາງ ແຍກທີ່ສຳຄັນໆໃນບາງກອກ. ເລີ້ມແຕ່ວັນຈັນນີ້ເປັນຕົ້ນໄປ ພວກ ເຂົາເຈົ້າຈະໄປເຕົ້າໂຮມກັນຢູ່ທີ່ສວນລຸມພີນີສູນກາງໃຫຍ່ທີ່ໄດ້ກາຍ ເປັນສະຖານທີ່ປະທ້ວງ ຕາມປະເພນີໄປແລ້ວນັ້ນ.



ຄວາມຮຸນແຮງທາງດ້ານການເມືອງໄດ້ເພີ້ມທະວີຂຶ້ນໃນຮອບສັບປະດາຜ່ານມາຊຶ່ງເກືອບວ່າ ທຸກໆຄືນໄດ້ມີການໂຈມຕີດ້ວຍລະເບີດມືແລະການເສຍຊີວິດຂອງເດັກນ້ອຍ 4 ຄົນໃນການ ໂຈມຕີຕໍ່ບ່ອນໂຮມຊຸມນຸມປະທ້ວງ.

ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນມື້ວັນສຸກວານນີ້ທ່ານ John Kerry ລັດຖະ ມົນຕີການຕ່າງປະເທດສະຫະລັດ ໄດ້ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ໄທສືບສວນເບິ່ງການໂຈມ ຕີເຫລົ່ານີ້ ແລະນຳເອົາໂຕພວກທີ່ຮັບຜິດຊອບມາລົງໂທດຕາມກົດໝາຍ. ທ່ານເວົ້າວ່າ ການ ເສຍຊີວິດຂອງພວກເດັກນ້ອຍ ທີ່ໄຮ້ດຽງສາ ແມ່ນເຮັດໃຫ້ເປັນທີ່ໜ້າຢ້ານກົວ ແລະເປັນການ ເຕືອນເທື່ອສຸດທ້າຍ ຕໍ່ທຸກໆຝ່າຍ ເພື່ອໃຫ້ລະເວັ້ນ ຈາກການໃຊ້ຄວາມຮຸນແຮງ.

Thailand
please wait
Embed

No media source currently available

0:00 0:00:34 0:00
XS
SM
MD
LG