ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳມາ​ທິການເລືອກ​ຕັ້ງ​ ຂອງ​ໄທ ​​ຮ້ອງ​ຂໍ ໃຫ້​​ເລື່ອນເວລາ ການປ່ອນບັດ ຢ່າງ​ບໍ່​ມີ​ກໍານົດ (ສະ​ໄລ​ດ໌/ວີດີໂອ)


ພວກ​ຕໍາຫຼວດໄດ້​ຍິງ​ແກ໊ສນໍ້າຕາ​ແລະລູກ​ປືນ​ຢາງ ​ໃສ່​ພວກ
ປະ​ທ້ວງ​ຕໍ່ຕ້ານລັດຖະບານ
ພວກ​ຕໍາຫຼວດໄດ້​ຍິງ​ແກ໊ສນໍ້າຕາ​ແລະລູກ​ປືນ​ຢາງ ​ໃສ່​ພວກ ປະ​ທ້ວງ​ຕໍ່ຕ້ານລັດຖະບານ
ຄະນະກຳມາ​ທິການເລືອກ​ຕັ້ງ​ຂອງ​ໄທ ​ໄດ້​ຮ້ອງ​ຂໍໃຫ້​ມີ​ການ​ເລື່ອນ
ອອກ​ໄປຢ່າງ​ບໍ່​ມີ​ກໍານົດ ​ການເລືອກ​ຕັ້ງກ່ອນ​ກໍານົດ ທີ່​ນາຍົກ
ລັດຖະມົນຕີ ຢິ່ງລັກ ຊິນນະ​ວັດ ​ໄດ້​ຮຽກຂຶ້ນ​ເພື່ອ​ເປັນ​ທາງ​ອອກ ​
ໃນ​ການ​ແກ້ໄຂວິ​ກິດ​ການ​ທາງ​ດ້ານການ​ເມືອງ​ຂອງ​ປະ​ເທດ
ທີ່​ໄດ້ກາຍ​ເປັນ ຄວາມ​ຮຸ​ນ​ແຮງ​ອີກ ໃນວັນ​ພະຫັດ​ມື້​ນີ້.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ຄະນະກຳມາ​ທິການເລືອກ​ຕັ້ງຊີ້​ໃຫ້
​ເຫັນ​ເຖິງ​ການ​ຂາດ​ຄວາມ​ສັນຕິ ປອງ​ດອງກັນ ລະຫວ່າງລັດຖະ
ບານ​ແລະ​ພວກ​ປະ​ທ້ວງ​ທັງ​ຫຼາຍ ທີ່​ໄດ້​ພາກັນຮຽກຮ້ອງເປັນ
​ເວລາຫຼາຍໆ​ອາທິດ ໃຫ້​ນາຍົກລັດຖະມົນຕີ ຢິ່ງລັກ ລາ​ອອກ
​ແລະ​ມອບ​ອໍານາດ​ໃຫ້ແກ່​ສະພາປະຊາຊົນ ​ທີ່​ບໍ່​ໄດ້​ຖືກ​ເລືອກ​ຕັ້ງ
​ເອົາ​ນັ້ນ. ​

ສະໜາມກິລາ ​ໄທ - ຍີ່ປຸ່ນ ບ່ອນ​ທີ່​ຈົດ​ທະບຽນ​ລົງ​ເລືອກ​ຕັ້ງ
ສະໜາມກິລາ ​ໄທ - ຍີ່ປຸ່ນ ບ່ອນ​ທີ່​ຈົດ​ທະບຽນ​ລົງ​ເລືອກ​ຕັ້ງ

ກ່ອນ​ໜ້າ​ນັ້ນ ​ໃນວັນ​ພະຫັດມື້​ນີ້ ຕໍາ​ຫຼວດ​ໄດ້​ຍິງ​ແກ໊ສນໍ້າຕາ
​ແລະລູກ​ປືນ​ຢາງ ​ໃສ່​ພວກປະ​ທ້ວງ​ຕໍ່ຕ້ານລັດຖະບານ ທີ່​ໂຕ້
​ຕອບ​ດ້ວຍ​ການ​ແກ່ວງກ້ອນ​ຫີນ​ໃສ່​ຕໍາຫລວດຄືນ. ທາງ​ການ
​ກ່າວວ່າ ມີ​ຕໍາຫຼວດ​ຄົນ​ນຶ່ງ​ເສຍ​ຊີວິດ ​ແລະພວກ​ປະ​ທ້ວງອີກ​
ຢ່າງ​ນ້ອຍ 32 ຄົນ ໄດ້​ຮັບບາດ​ເຈັບ.

ການ​ປະ​ທະ​ກັນ​ໄດ້​ເລີ່​ມຂຶ້ນ ຫຼັງ​ຈາກ​ທີ່​ພວກ​ປະ​ທ້ວງ​ບໍ່​ເອົາ​ຫົວ
ຊາ ຕໍ່​ຄໍາເຕືອນ​ຂອງພວກ​ຕໍາຫຼວດ ​ແລະ​ພາກັນບຸກ​ເຂົ້າ​ໄປ​ໃນ
​ສະໜາມກິລາ​ໃນ​ບາງກອກ ບ່ອນ​ທີ່​ທາງ​ການເປີດ​ຮັບ​ຈົດ​ທະ
ບຽນ​ຂອງ​ພວກທີ່​ຢາກ​ລົງ​ສະມັກເລືອກ​ຕັ້ງ ​ໃນ​ການ​ເລື​ອກຕັ້ງທີ່ໄດ້​ກໍານົດ​ໃສ່ ວັນ​ທີ 2
ເດືອນ​ກຸມພາ ໜ້າ​ນີ້.


​ໂຄສົກ​ຂອງ​ທາງ​ຕໍາຫຼວດ​ ທ່ານ Piya Uthayo ​ໄດ້ກ່າວ​ວ່າ ພວກ​ຕໍາຫຼວດ​ໄດ້​ຖືກ​ຍິງ​ໃສ່
​ໃນ​ລະຫວ່າງ​ການ​ປະ​ທະ​ກັນ​ນັ້ນ.

ການ​ປະ​ທ້ວງ​ຢ່າງ​ຟົດ​ສະ​ນັ່ນ ທີ່​ເປັນ​ເວລາ​ຫຼາຍໆ​ອາທິດ​ ​ໄດ້​ບັງຄັບ​ໃຫ້ທ່ານ​ນາງຢິ່ງລັກ
​ຮຽກໃຫ້ມີ​ການ​ເລືອກຕັ້​ງກ່ອນ​ກໍານົດ​ແລະ​ຍຸບ​ສະພາລົງ ​ແຕ່​ວ່າທ່ານ​ນາງ​ບໍ່​ຍອມ​ລາ​ອອກ​
ຈາກ​ຕໍາ​ແໜ່ງ. ທ່ານ​ນາງ​ຍັງ​ບໍ່​ທັນ​ໄດ້​ມີ​ປະຕິກິລິຍາ​ຕອບ​ຢ່າງ​ໃດ​ເທື່ອ ຕໍ່​ຄໍາ​ຮ້ອງ​ຂໍ​ໃຫ້​
ເລື່ອນ​ການ​ເລືອກ​ຕັ້ງ​ອອກ​ໄປ ຂອງຄະນະ​ກໍາມາ​ທິການ​ເລືອກ​ຕັ້ງນັ້ນ.​

Thailand protests
please wait
Embed

No media source currently available

0:00 0:01:37 0:00

ໃນ​ວັນ​ພຸດ​ວານ​ນີ້ ທ່ານ​ນາງ​ໄດ້​ສະ​ເໜີ​ໃຫ້ມີ​ການ​ຈັດ​ຕັ້ງ ສະພາ​ປະຕິ​ຮູບ​ແຫ່ງ​ຊາດ ທີ່
​ເປັນ​ເອກະລາດ​ຂຶ້ນ ​ເພື່ອ​ທໍາ​ງານ​ຄຽງ​ຂ້າງ​ໄປ​ກັບ​ລັດຖະບານ​ຊຸດ​ໃໝ່. ​ແຕ່​ພວກ​ປະ​ທ້ວງ
ທີ່​ນໍາພາ​ໂດຍ ອະດີດ​ຮອງ​ນາຍົກ​ລົດ​ຖະມົນຕີ ສຸ​ເທບ ​ເທືອ​ກສຸບັນ ​ໄດ້​ປະຕິ​ເສດໃນທັນ
ທີ ​ໂດຍ​ກ່າວ​ວ່າ ການ​ປະຕິ​ຮູບ​ຄວນ​ຈະ​ມີ​ຂຶ້ນ​ກ່ອນ​ການ​ເລືອກ​ຕັ້ງ​ໃດໆ.


XS
SM
MD
LG