ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງ ເອົາເປັດຢາງໃສ່ເທິງຫົວ ພາກັນເດີນຂະບວນ ໄປຫາຄ້າຍທະຫານແຫ່ງນຶ່ງຂອງໄທ


ຕໍາຫລວດປາບຈາລະຈົນໃສ່ເຄື່ອງປ້ອງກັນຕົວໃນຂະນະທີ່ຢືນຍາມຢູ່ຫລັງຮົ້ວໜາມໝາກຈັບ ໃນຂະນະທີ່ມີການໂຮມຊຸມນຸມ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ລາອອກຈາກຕໍາແໜ່ງ ແລະປະຕິຮູບລະບົບກະສັດ, ຢູ່ທີ່ ສຳນັກງານໃຫຍ່ຂອງກອງພົນທີ 11 ໃນບາງກອກ, ວັນທີ 29 ພະຈິກ, 2020
ຕໍາຫລວດປາບຈາລະຈົນໃສ່ເຄື່ອງປ້ອງກັນຕົວໃນຂະນະທີ່ຢືນຍາມຢູ່ຫລັງຮົ້ວໜາມໝາກຈັບ ໃນຂະນະທີ່ມີການໂຮມຊຸມນຸມ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ລາອອກຈາກຕໍາແໜ່ງ ແລະປະຕິຮູບລະບົບກະສັດ, ຢູ່ທີ່ ສຳນັກງານໃຫຍ່ຂອງກອງພົນທີ 11 ໃນບາງກອກ, ວັນທີ 29 ພະຈິກ, 2020

ພວກປະທ້ວງຫລາຍພັນຄົນ ທີ່ເອົາເປັດຢາງສີເຫລືອງເໜັງຕີງໄປມາໃສ່ເທິງຫົວຂອງພວກເຂົາເຈົ້ານັ້ນ ໄດ້ພາກັນມຸ້ງໜ້າໄປຫາຄ້າຍທະຫານຂັ້ນສູງຂອງໄທ ໃນວັນອາທິດວານນີ້ ໃນຂະນະທີ່ພວກເຂົາເຈົ້າຮຽກຮ້ອງໃຫ້ມີຂໍ້ຈຳກັດຕໍ່ການໃຊ້ອຳນາດຂອງກະສັດ.

ໂດຍມີສຽງຮ້ອງໂຮຄໍາວ່າ “ພາສີຂອງຂ້ອຍ, ພາສີຂອງຂ້ອຍ,” ຜູ້ປະທ້ວງໄດ້ເຕົ້າໂຮມກັນຢູ່ນອກສຳນັກງານໃຫຍ່ຂອງກອງພົນທີ 11, ເຊິ່ງເປັນໜ່ວຍງານທະຫານຂັ້ນສູງທີ່ຢູ່ພາຍໃຕ້ການຄວບຄຸມຂອງກະສັດ ມະຫາວາຈີຣາລົງກອນທີ່ຮັ່ງມີ ແລະມີອໍານາດຢ່າງໃຫຍ່ຫລວງຂອງໄທ.

ທ້າວບອມ, ຜູ້ປະທ້ວງອາຍຸ 27 ປີ ກ່າວວ່າ "ກອງທັບໃນປະເທດນີ້ບໍ່ເຄີຍຢູ່ທີ່ນີ້ ເພື່ອປົກປ້ອງປະຊາຊົນເລີຍ, ແຕ່ພວກເຂົາມີແຕ່ມາຢູ່ທີ່ນີ້ ເພື່ອປົກປ້ອງລາຊະວົງ."

“ທໍມີຄ້ອນຕີຂອງລາວ," ນັ້ນຄືຄໍາເວົ້າຂອງນາງອັງຄານາ, ຜູ້ອອກແບບກຣາຟິກ ອາຍຸ 25 ປີ ໂດຍໝາຍເຖິງຕົວລະຄອນໃນຮູບເງົາເລື້ອງ "Hammer of the Gods."

ນາງອັງຄານາກ່າວຕໍ່ໄປອີກວ່າ “ພວກເຮົາມີເປັດຂອງພວກເຮົາ. ຢ່າງໜ້ອຍພວກມັນກໍປົກປ້ອງພວກເຮົາ.” ເປັດຢາງໄດ້ກາຍເປັນສັນຍາລັກຂອງຂະບວນການປະທ້ວງແລ້ວ.

ໂດຍໄດ້ລະເມີດຂໍ້ຫ້າມ, ຜູ້ປະທ້ວງກຳລັງຕັ້ງເປົ້າໝາຍໃສ່ທຸກຂົງເຂດອຳນາດຂອງກະສັດ - ຕັ້ງແຕ່ຮຸ້ນສ່ວນ 2.3 ຕື້ໂດລາຂອງພະອົງຢູ່ໃນທະນາຄານທີ່ໃຫຍ່ທີ່ສຸດແຫ່ງນຶ່ງຂອງປະເທດຈົນຮອດກອງກຳລັງທະຫານທີ່ພະອົງມັກເພື່ອ ປົກປ້ອງພະອົງ ແລະບ່ອນພັກຜ່ອນຢູ່ຕ່າງປະເທດຂອງເພິ່ນ ໃນປະເທດເຢຍ ຣະມັນອີກດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG