ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ​ປະ​ທ້ວງໃນໄທ ພະຍາຍາມ ຂັດຂວາງ ການລົງທະບຽນ ເລືອກຕັ້ງ (ວີດີໂອ/ສະໄລດ໌)


ພວກ​ປະ​ທ້ວງ ໃນໄທ ພາກັນໂບກທຸງຊາດໄປມາ ໃນການເດີນຂະບວນປະທ້ວງ ຕໍ່​ຕ້ານລັດຖະບານ.
ພວກ​ປະ​ທ້ວງ ໃນໄທ ພາກັນໂບກທຸງຊາດໄປມາ ໃນການເດີນຂະບວນປະທ້ວງ ຕໍ່​ຕ້ານລັດຖະບານ.
ພວກ​ປະ​ທ້ວງຕໍ່​ລັດຖະບານ​ຫຼາຍ​ພັນ​ຄົນ ​ໃນ​ປະ​ເທດ​ໄທ ​ບໍ່
​ສາມາດ​ທີ່​ຈະ​ຕັນ​ທາງ​ເຂົ້າ​ສູ່ ສູນ​ກາງ​ລົງທະບຽນສະມັກເລືອກ
​ຕັ້ງໃນ​ບາງກອກໄດ້ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຄວາມ​ພະຍາຍາມເພື່ອ
​ຂັດຂວາງ ບໍ່ໃຫ້ພັກການເມືອງ​ທັງຫຼາຍ​ໄດ້​ເຂົ້າ​ໄປຈົດ​ທະບຽນ​
ເພື່ອ​ປະກອບສວ່ນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ຈະ​ມາ​ເຖິງ​ນີ້.

ຜູ້​ນໍາ​ຂອງພວກ​ປະ​ທ້ວງຕໍ່​ລັດຖະບານ ທ່ານ​ສຸ​ເທບ ​ເທືອ​ກສຸ
ບັນ ໄດ້​ປະຕິຍານ​ ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຈະ​ທໍາ​ການ​ລົບ
​ກວນ​ການ​ເລືອກ​ຕັ້ງ ​ຄັ້ງ​ວັນ​ທີ 2 ກຸມພາ​ໜ້ານີ້. ທ່ານ​ໄດ້ເລີ່​ມ
ຂົນຂວາຍ ພວກປະ​ທ້ວງ​ໃຫ້​ໄປ​ຕັນ​ທາງ​ເຂົ້າ​ສູ່ ສະໜາມກິລາ ​
ໄທ-ຍີ່​ປຸນ ບ່ອນເປີດ​ໃຫ້​ມີການລົງ​ທະບຽນເລືອກ​ຕັ້ງ ​ ​ນັບ​ຕັ້ງ​
ແຕ່​ວັນ​ຈັນ​ມື້​ນີ້ ​ໄປ​ຮອດ​ມື້ວັນ​ສຸກ​.

ພັກ​ການ​ເມືອງ​ຈໍານວນ​ນຶ່ງ ສາມາດ​ຫຼີກ​ເວ້ນ​ຈາກ​ພວກ​ປະ​ທ້ວງ ໂດຍ​ໄປ​ຮອດ​ບ່ອນ​ລົງທະ
ບຽນ​ກ່ອນ​ພະ​ອາທິດ​ຂື້ນ ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ​ເຂົາ​ເຈົ້າ​ຈະ​ໄດ້​ລົງ​ສະມັກ​ເລືອກ​ຕັ້ງ. ​ ແຕ່​ຜູ້ນໍາ​
ແລະ​ພວກ​ສະໜັບສະໜູນພັກ​ອື່ນໆ​ອີກ ຈໍານວນຫຼາຍ ທີ່ບໍ່​ສາມາດຜ່ານ​ພວກ​ປະ​ທ້ວງ​ເຂົ້າ​
ໄປ​ໄດ້​ນັ້ນ ​ໄດ້​ພາກັນ​ໄປ​ຍັງ​ສະຖານີ​ຕໍາ​ຫຼວດ​ແຫ່ງ​ນຶ່ງ ຢູ່​ໃກ້ໆ​ນັ້ນ ບ່ອນ​ທີ່​ພວກ​ເຂົາ​ເຈົ້າໄດ້
​ຮັບ​ອະນຸຍາດ​ໃຫ້​ຈົດ​ຊື່ໄດ້.

ທ່ານ ​ປະ​ແສງ ມົງຄົນ​ສິຣິ ທີ່​ປຶກສາ​ຂອງ ພັກ​ພະລັງ​ປະຊາທິປະ​ໄຕ ທີ່​ຫາ​ຈົດ​ຊື່​ໃໝ່ໆ​ນັ້ນ
​ເວົ້າ​ວ່າ ​ໄດ້​ມີ​ຄົນ​ຍິງ​ປືນ​ສາມ​ນັດ ​ເຂົ້າ​ໃສ່​ຊັ້ນ​ສາມ​ຂອງ​ສະຖານີ​ຕໍາຫຼວດ ບ່ອນ​ທີ່​ມີ​ປະມານ
100 ຄົນ​ຢູ່​ໃນ​ນັ້ນ ​ແຕ່​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ ​ແຕ່​ວ່າ​ນໍ້າ​ປະປາ​ແລະ​ໄຟຟ້າ​ຢູ່​ໃນ​ສະຖານີ
​ໄດ້​ຖືກ​ຕັດ.


ນາຍົກລັດຖະມົນຕີ ຢິ່ງລັກ ຊິນນະ​ວັດ ​ໄດ້​ຍຸບ​ສະພາ​ໃນ​ວັນ​ທີ 9 ທັນວາ ​ແລະ​ເອີ້ນ​ໃຫ້​ມີ​
ການ​ເລືອກ​ຕັ້ງ​ກ່ອນ​ກໍານົດ ​ເພື່ອ​ພະຍາຍາມຍຸດຕິ​ການ​ປະ​ທ້ວງ​ຂອງ​ມະຫາຊົນ​ໃນ​ທ້ອງ​
ຖະໜົນ. ທ່ານ​ນາງ​ກ່າວ​ວ່າ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ແລ້ວ ຈະ​ມີການ​ຕັ້ງ​ສະພາ​ປະຕິ​ຮູບ
ແຫ່ງ​ຊາດ ​ເພື່ອ​ທໍາ​ງານ​ໄປ​ສູ່​ການ​ປະຕິ​ຮູບ​ຢ່າງ​ກວ້າ​ງຂວາງ. ​ແຕ່​ພວກ​ປະ​ທ້ວງ​ກ່າວ​ວ່າ
ພວກ​ເຂົາ​ເຈົ້າ​ຕ້ອງການໃຫ້​ມີ​ການ​ປ່ຽນ​ແປງ​ປະຕິ​ຮູບ ​ກ່ອນ​ການ​ເລືອກ​ຕັ້ງ.

ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານຫຼາຍ​ໝື່ນ​ຄົນ ​ໄດ້ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ໃນໃຈກາງ​
ນະຄອນຫລວງບາງກອກ ຢຸດ​ສະ​ງັກລົງ​ໃນ​ວັນ​ອາທິດ​ວານ​ນີ້. ພວກ​ປະ​ທ້ວງ​ຕາມ​ທ້ອງ​
ຖະໜົນ​ນັ້ນ​ ​ໄດ້ຮຽກຮ້ອງ​ມາ ​ຫຼາຍໆອາທິດ​ແລ້ວ ​ໃຫ້ທ່ານ​ນາງ ຢິ່ງລັກ ນາຍົກລັດຖະ
ມົນຕີ​ຮັກສາ​ການ​ຊົ່ວຄາວ​ນັ້ນ ລົງ​ອອກ​ຈາກ​ຕໍາ​ເ​ເໝ່ງ ກ່ອນ​ການ​ເລືອກ​ຕັ້ງ​.

​ພັກ​ປະຊາ​ທິປັດ​ ທີ່​ເປັນ​ພັກຝ່າຍ​ຄ້ານ​ໃຫຍ່ ​ໄດ້​ປະກາດ​ວ່າ ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ເລືອກ
​ຕັ້ງ​ ຈົນ​ກວ່າຈະ​ມີການປະຕິ​ຮູບເສຍ​ກ່ອນ.

THAILAND PROTESTS VO
please wait
Embed

No media source currently available

0:00 0:01:05 0:00
XS
SM
MD
LG