ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງໄທ ສະແດງຄວາມໂກດແຄ້ນ ຕໍ່ຄວາມຮັ່ງມີຢ່າງມະຫາສານ ຂອງກະສັດ


ຜູ້ປະທ້ວງຄົນນຶ່ງໃສ່ໜ້າກາກ ຖືທວນໄຟ ຢູ່ນອກສຳນັກງານໃຫຍ່ ທະນາຄານການຄ້າສະຫຍາມ "Siam Commercial Bank" ໃນບາງກອກ ວັນທີ 25 ພະຈິກ 2020.
ຜູ້ປະທ້ວງຄົນນຶ່ງໃສ່ໜ້າກາກ ຖືທວນໄຟ ຢູ່ນອກສຳນັກງານໃຫຍ່ ທະນາຄານການຄ້າສະຫຍາມ "Siam Commercial Bank" ໃນບາງກອກ ວັນທີ 25 ພະຈິກ 2020.

ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ໄດ້ຮຽກຮ້ອງໃຫ້ສາທາລະນະຊົນເປັນຜູ້ ຄວບ
ຄຸມດູແລຊັບສົມບັດອັນຫຼວງຫຼາຍຂອງກະສັດ ມະຫາວາຈີຣາລົງກອນ ໃນລະຫວ່າງການປະທ້ວງ ໃນວັນພຸດວານນີ້ ຢູ່ນອກ ສໍານັກງານໃຫຍ່ທະນາຄານ ແຫ່ງນຶ່ງ ຊຶ່ງພະອົງຊົງ
ເປັນຮຸ້ນສ່ວນທີ່ໃຫຍ່ທີ່ສຸດນັ້ນ. ການປະທ້ວງດັ່ງກ່າວເປັນ ສະແດງໃຫ້ເຫັນເຖິງການທ້າທາຍ ຫຼັງຈາກຕຳຫຼວດໄດ້ສັ່ງໃຫ້ພວກຜູ້ນຳປະທ້ວງ ສິບກວ່າຄົນ ໄປລາຍງານໂຕໃນ
ຂໍ້ຫາໃສ່ຮ້າຍກະສັດ.

ຫຼາຍເດືອນຜ່ານມາ ນັບແຕ່ເຂົາເຈົ້າໄດ້ເລີ້ມການໂຮມຊຸມນຸມຕໍ່ຕ້ານລັດຖະບານ ເກືອບ
ແຕ່ລະວັນ ຂະບວນການເຄື່ອນໄຫວເພື່ອປະຊາທິປະໄຕ ທີ່ຮ້ອງຕົນເອງວ່າ “ຣາດສະດອນ” ຫຼື “ປະຊາຊົນ” ນັ້ນບໍ່ໄດ້ສະແດງອອກເຖິງການສູນເສຍ ໃນການສະໜັບສະໜູນ
ເຖິງແມ່ນວ່າໄດ້ມີຄວາມສ່ຽງເພີ້ມຂຶ້ນ ໃນການທີ່ຈະປະທະກັບພວກນິຍົມກະສັດ ແລະ
ຄື້ນຟອງການກ່າວຫາ ພາຍໃຕ້ກົດໝາຍໝິ່ນປະໝາດກະສັດ ທີ່ຮ້າຍແຮງ ທີ່ຈະຖືກລົງ
ໂທດຕິດຄຸກເຖິງ 15 ປີ ໃນແຕ່ລະຂໍ້ຫານັ້ນ.

ຕຳຫຼວດໄດ້ຮຽກໂຕຜູ້ນໍາໃນການປະທ້ວງຢ່າງໜ້ອຍ 12 ຄົນ ໃນຕອນກາງຄືນຈາກທົ່ວ
ປະເທດເພື່ອຟັງຂໍ້ກ່າວຫາໝິ່ນປະໝາດກະສັດທີ່ຮູ້ກັນພາຍໃຕ້ກົດໝາຍອາຍາມາດຕາ
112. ເຂົາເຈົ້າແມ່ນຄະດີທຳອິດ ທີ່ຈະຖືກຟ້ອງໃນໄລຍະຫຼາຍປີ ໃນຂະນະທີ່ພວກເຈົ້າ
ໜ້າທີ່ ພວມເຄື່ອນໄຫວ ລຶບການຂຽນຄໍາຂວັນ ຕໍ່ຕ້ານກະສັດ ປ້າຍຕ່າງໆ ແລະບັນດາ
ຄຳຖະແຫຼງ ຊຶ່ງມີການນຳໃຊ້ ຢູ່ໃນແຕ່ລະການປະທ້ວງເວລານີ້.

ພວກປະທ້ວງຫຼາຍພັນຄົນພາກັນໂຮມຊຸມນຸມກັນ ອ້ອມສຳນັກງານໃຫຍ່ທະນາຄານການ
ຄ້າສະຫຍາມ “Siam Commercial Bank” ທີ່ເປັນທະນາຄານນຶ່ງ ໃຫ້ເງິນກູ້ຢືມທີ່ໃຫຍ່ສຸດ. ກະສັດ ແມ່ນຖືກລະບຸວ່າເປັນຜູ້ຖືຮຸ້ນ 23.5 ເປີເຊັນ ທີ່ີມີມູນຄ່າຢູ່ປະມານ 2 ພັນ 3
ຮ້ອຍລ້ານໂດລາ ອີງຕາມລາຄາຮຸ້ນໃນວັນພຸດວານນີ້.

ພວກປະທ້ວງພາກັນບຸກຂ້າມເຂົ້າໄປໃນສວນຢູ່ນອກທະນາຄານ ໃນຂະນະທີ່ຕາເວັນຕົກ
ດິນ ໂດຍຖືປ້າຍທີ່ກ່າວວ່າ “ພວກເຮົາປະຊາຊົນຮຽກຮ້ອງເອົາຊັບສົມບັດ ຂອງພວກເຮົາ
ຄືນຈາກກະສັດ.” ຫຼາຍຄົນພາກັນຕິດຮູບເປັດຢາງໃສ່ຜົມ ຫລືໃສ່ ໝວກກັນກະທົບຂອງເຂົາເຈົ້າ ອັນເປັນສັນຍາລັກຫລ້າສຸດຂອງບັນດານັກເຄື່ອນ ໄຫວ ທີ່ຕໍ່ສູ້ກັບທໍ່ສີດນ້ຳຂອງຕຳຫຼວດ ແລະແກັສນໍ້າຕາໃນຕົ້ນເດືອນນີ້ ພ້ອມ ດ້ວຍປູມເປົ້າເປັດໃຫຍ່ສີເຫຼືອງ.

ຜູ້ປະທ້ວງອາຍຸ 24 ປີ ຄົນນຶ່ງທີ່ບອກຊື່ຕົນເອງພຽງແຕ່ວ່າ “Jim” ກ່າວວ່າ “ພວກເຮົາຄວນ
ສາມາດກວດກາເບິ່ງການເງິນຂອງກະສັດ ໃນຂະນະທີ່ມັນມາ ຈາກບັນດາເງິນຂອງຜູ້ຈ່າຍພາສີ. ລາວກ່າວວ່າ ຢ່າງໜ້ອຍໝວກກັນກະທົບຢາງ ປ້ອງກັນຄົນ ບໍ່ຄືກັບພວກທະຫານ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG