ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ຍັງສືບຕໍ່ ໂຮມຊຸມນຸມ ຕໍ່ຕ້ານ ລັດຖະບານ ຢູ່ໄທ (ສະໄລດ໌/ວີດີໂອ)


In Thailand's North, Tensions High Ahead of Elections
please wait

No media source currently available

0:00 0:02:22 0:00
ລິງໂດຍກົງ
ພວກ​ປະ​ທ້ວງ​ຝ່າຍ​ຄ້ານພາກັນ​ລຸ​ລັ່ງອອກ​ມາ​ຢູ່ເຕັມ​ຖະໜົນຫົນ
ທາງໃນນະຄອນຫຼວງ​ຂອງ​ໄທ ​ເປັນມື້​ທີ​ສາມຊຶ່ງເປັນ​ມື້​ສຸດ​ທ້າຍ
​ໃນການຊຸກ​ຍູ້ທີ່ສຳຄັນ​ຄັ້ງ​ໃຫຍ່ ​ເພື່ອ​ລົບ​ກວນ​ການ​ເລືອກຕັ້ງທີ່
ກຳນົດຈະມີຂຶ້ນ​ໃນ​ວັນ​ອາທິດມື້​ອື່ນນີ້.

ຜູ້​ນໍາພາ​ ການ​ປະ​ທ້ວງ​ ແລະ​ອະດີດ ​ສະມາຊິກ​ສະພາ ທ່ານ ສຸ​
ເທບ ເທືອກ​ສຸບັນ ​ໄດ້​ຮຽກຮ້ອງ​ ໃນ​ວັນ​ເສົາ​ມື້ນີ້ ໃຫ້ມີການອັດ
ຖະໜົນ​ຫົນທາງແບບສະຫງົບເພື່ອ​ລົບ​ກວນ​ການ​ເລືອກ​ຕັ້ງ​ແຕ່
ກໍ​ໃຫ້​ຄໍາໝັ້ນ​ສັນຍາວ່າ ຈະ​ບໍ່​ຂັດຂວາງຜູ້​ຄົນ​ທີ່ໄປ​ປ່ອນ​ບັດ. ​

ເຖິງ​ແມ່ນ​ວ່າ ​ມີ​ການ​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ຈະບໍ່ລົບກວນ​ບັນດາ​
ໜ່ວຍ​ປ່ອນ​ບັດກໍ​ຕາມ ແຕ່ຫລາ​ຍຄົນ​ຄາດ​ວ່າ ຈະ​ເກີດ​ຄວາມ​ຮຸນ​ແຮງຂຶ້ນໃນ​ລະຫວ່າງ​ທີ່​ມີ​
ການ​ປ່ອນ​ບັດ​ໃນ​ວັນ​ອາທິດມື້​ອຶ່ນນີ້.



ພວກ​ປະ​ທ້ວງ​ໄດ້​ພາກັນ​ຂັດຂວາງ ການ​ປ່ອນ​ບັດ​ເລືອກ​ຕັ້ງ​ລ່ວງ​ໜ້າ​ມາ​ແລ້ວຊຶ່ງ​ບາງ​ຄັ້ງໄດ້​
ພາກັນຂັດຂວາງໂດຍໃຊ້ຄວາມຮຸນແຮງບໍ່ໃຫ້ຜູ້ຄົນເຂົ້າໄປ​ເຖິງໜ່ວຍ ​ປ່ອນ​ບັດ​ແຫ່ງ​ຕ່າງໆ​
ໃນ​ຫຼາຍ​ພາກສ່ວນ​ຂອງ​ປະ​ເທດ ທີ່​ພາ​ໃຫ້​ມີ​ການ​ຕັ້ງ​ຄຳ​ຖາມ​ຂຶ້ນ​ມາ ກ່ຽວ​ກັບວ່າ ການ​ປ່ອນ ບັດ​ເລືອກຕັ້ງ​ຈະ​ສາມາດ​ເກີດ​ຂຶ້ນ​ໄດ້ຫຼືບໍ່?

ບັນດາ​ພວກ​ປະ​ທ້ວງ ກ່າວ​ວ່າ ການ​ປ່ອນ​ບັດ​ບໍ່​ສົມຄວນ​ມີ​ຂຶ້ນກ່ອນ​ການ​ປະຕິ​ຮູບໃນຂອບ ເຂດທີ່ກວ້າງຂວາງ. ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນນະ​ວັດ ​ໄດ້ໂຕ້ຖຽງວ່າ ການ​ເລືອກ​ຕັ້ງ ເປັນ​ຊ່ອງທາງດຽວ ​ທີ່​ຖືກຕ້ອງຕາມ​ກົດໝາຍ ເພື່ອຍຸຕິສະພາບ ​ບໍ່ໄປບໍ່ມາທາງດ້ານການ ເມືອງ ​ທີ່​ມີ​ມາ​ໄດ້​ຫລາ​ຍ​ເດືອນ​ແລ້​ວ​ນັ້ນ.

ຄະນະ​ກໍາ​ມະ​ການ​ເລືອກ​ຕັ້ງ​ໄທ ​ໄດ້​ຮຽກຮ້ອງ​ໃຫ້​ເລື່ອນ​ການ​ປ່ອນ​ບັດ​ເລືອກ​ຕັ້ງໂດຍອ້າງ ເຫດຜົນ​ວ່າ ອາດ​ເກີດ​ຄວາມ​ຮຸນ​ແຮງທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 10 ຄົນ ນັບ​ແຕ່​ເດືອນ​ພະ​
ຈິກ​ເປັນ​ຕົ້ນ​ມາ.

ທະຫານ​ກໍາລັງ​ມີໜ້າເພີ້ມຂຶ້ນ​ຢູ່​ໃນ​ນະຄອນຫຼວງຂອງໄທ ​ເພື່ອ​ປ້ອງ​ກັນບໍ່ໃຫ້ ເກີດຄວາມ
​ວຸ້ນວາຍຕື່ມ ​ໃນ​ລະຫວ່າງການເລືອກ​ຕັ້ງ ​ແລະ​ພາວະ​ສຸກ​ເສີນ ກໍໄດ້​ປະກາດໄປ​ແລ້ວ.

Thailand
please wait
Embed

No media source currently available

0:00 0:01:23 0:00
XS
SM
MD
LG