ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກປະທ້ວງ ຝ່າຍຄ້ານ ຂອງໄທ ສືບຕໍ່ ການ​ເດີນ​ຂະ​ບວນ 3 ມື້ ກ່ອນວັນເລືອກຕັ້ງ (ສະໄລດ໌/ວີ​ດີ​ໂອ)


Thailand's Protesters Undeterred by Election Plan, Analysts Fear Bloodshed
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ

ວີດີໂອ: ພວກປະທ້ວງໃນໄທ ບໍ່ປ່ອຍໃຫ້ແຜນການເລືອກຕັ້ງ ຂັດຂວາງພວກຕົນ ຂະນະທີ່ບັນດານັກວິເຄາະຂ່າວ ຢ້ານວ່າ ຈະມີການນອງເລືອດກັນ.

ພວກ​ຊຸມນຸມ​ປະ​ທ້ວງ​ຝ່າຍ​ຄ້ານ​ຂອງ​ໄທ ​ກຳລັງ​ເດີນຂະບວນ​ທີ່​ບາງ
ກອກ ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ ຂອງ​ຄວາມ​ພະຍາຍາມ ​ເປັນ​ເວ
ລາ 3 ມື້ ​ເພື່ອ​ກົດ​ດັນລັດຖະບານ ​ກ່ອນ​ວັນ​ເລືອກ​ຕັ້ງ​ ໃນ​ວັນ​ອາທິດ
​ຈະ​ມາ​ນີ້.

ດັ່ງ​ທີ່​ພວກ​ເຂົາ​ເຈົ້າ​ ໄດ້​ກະທຳ​ມາ​ເປັນ​ເວລາ​ຫຼາຍເດືອນ​ແລ້ວພວກ​
ປະ​ທ້ວງ​ໄດ້​ເດີນຂະບວນ ໄປ​ຕາມ​ຖະໜົນ​ສາຍ​ຕ່າງໆ ​ໂດຍ​ພາກັນ​
ໂບກ​ທຸງຊາດ​ໄທ ​ເປົ່າ​ໝາກຫວີດ ​ແລະ​ຮຽກຮ້ອງ​ໃຫ້​ ນາຍົກລັດຖະ
ມົນຕີ​ຍິ່ງ​ລັກ ຊິນນະ​ວັດ ລາ​ອອກ​ຈາກ​ຕຳ​ແໜ່​ງ.

ພວກ​ປະ​ທ້ວງ​ໄດ້​ພາກັນ​ຂັດຂວາງ ການ​ປ່ອນ​ບັດ​ເລືອກ​ຕັ້ງ​ລ່ວງ​ໜ້າ​
ມາ​ແລ້ວ ຊຶ່ງ​ບາງ​ຄັ້ງໄດ້​ພາກັນຂັດຂວາງ ໂດຍໃຊ້ຄວາມຮຸນແຮງ ​ບໍ່ໃຫ້ຜູ້ຄົນເຂົ້າໄປ​ເຖິງໜ່ວຍ​ປ່ອນ​ບັດ​ແຫ່ງ​ຕ່າງໆ​ໃນ​ຫຼາຍ​ພາກສ່ວນ​ຂອງ​ປະ​ເທດ ຊຶ່ງ​ພາ​ໃຫ້​ມີ​ການ​ຕັ້ງ​ຄຳ​ຖາມ​ຂຶ້ນ​ມາກ່ຽວ​ກັບວ່າ ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຈະ​ສາມາດ​ເກີດ​ຂຶ້ນ​ໄດ້ຫຼື​ບໍ?.

ທ່ານ​ສຸ​ເທບ ​ເທືອ​ກສຸບັນ ​ຜູ້ນຳໃນການປະທ້ວງ ​ເວົ້າ​ອອກ​ມາ ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ໃນຂະນະ
ທີ່ ທ່ານຮຽກຮ້ອງ​ບໍ່​ໃຫ້​ຜູ້​ຄົນ​ເຂົ້າ​ຮ່ວມ​ໃນ​ການ​ປ່ອນ​ບັດ ​ແຕ່​ກຸ່ມ​ຂອງ​ທ່ານ​ຈະ​ບໍ່​ຂັດຂວາງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຕື່ມ​ອີກ ຊຶ່ງ​ທ່ານ​ສຸ​ເທບ ກ່າວ​ຕື່ມວ່າ:

“ພວກ​ເຮົາ​ບໍ່​ເຫັນ​ດີ​ນຳ​ການ​ເລືອກຕັ້ງ​ແຕ່​ພວກ​ເຮົາ​ຈະບໍ່ຂັດຂວາງ​ການ​ປ່ອນ​ບັດຖ້າບໍ່ເຊັ່ນນັ້ນ ​ບາງ​ຄົນ​ອາດຈະ​ເວົ້າວ່າ ພວກ​ເຮົາ​ລະ​ເມີດ​ສິດທິ​ຂອງ​ປະຊາຊົນ. ດັ່ງ​ນີ້ ຖ້າ​ຜູ້​ໃດ​ຢາກ​ອອກ​ໄປ​ປ່ອນ​ບັດ ກໍ​ສາມາດອອກ​ໄປ​ປ່ອນ​ບັດ​ໄດ້. ​ແຕ່​ສິ່ງ​ທີ່​ພວກ​ເຮົາ ​ກຳລັງ​ພະບາ​ຍາມ​ປຸກລະດົມ​ຢູ່
​ນີ້ ກໍ​ແມ່ນ​ວ່າ ຖ້າ​ຜູ້​ໃດ​ຫາກເຫັນ​ດີ​ກັບ​ພວກເຮົາແລ້ວ ກໍ​ຢ່າພາກັນ​ໄປ​ປ່ອນ​ບັດ.”



​ເຖິງ​ແມ່ນ​ມີ​ການ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະບໍ່ມີການລົບກວນ ໜ່ວຍປ່ອນບັດກໍ​ຕາມ ​ແຕ່​ຫລາຍ​
ຄົນ​ພາກັນ​ຄາດໝາຍ​ວ່າ ຈະ​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ ໃນ​ລະຫວ່າງ​ມື້​ປ່ອນ​ບັດ​ເລືອກຕັ້ງ​ໃນວັນ​ອາທິດ​ຈະ​ມາ​ນີ້.

ພວກ​ປະ​ທ້ວງ​ກ່າວ​ວ່າ ການ​ປ່ອນ​ບັດ​ບໍ່​ຄວນ​ຈະ​ມີ​ຂຶ້ນ​ກ່ອນ​ມີ​ການ​ປະຕິ​ຮູບ​ຂະໜາດໃຫຍ່​ເສຍ​ກ່ອນ. ​ແຕ່​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ​ໂຕ້​ແຍ້​ງວ່າ ການ​ເລືອກ​ຕັ້ງ​ແມ່ນ​ຊ່ອງທາງ​ດຽວ​ເທົ່າ​ນັ້ນ​ ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ເພື່ອ​ຍຸດຕິ​ສະພາບ​ການ ບໍ່ໄປບໍ່ມາທາງ​ດ້ານ​ການ​ເມືອງ ​ທີ່​ມີມາໄດ້​ຫລາຍເດືອນ​ແລ້ວ​ນັ້ນ.

ຄະນະ​ກຳ​ມະ​ການ​ເລືອກ​ຕັ້ງ​ໄທ ​ໄດ້​ຮຽກຮ້ອງ​ໃຫ້​ເລື່ອນ​ເວລາ ​ການ​ປ່ອນ​ບັດ​ອອກ​ໄປ​ອີກໂດຍ​ອ້າງເຖິງ​ຄວາມ​ຢ້ານ​ກົວ​ຕ່າງໆ​ຂອງ​ຄວາມ​ວຸ້ນວາຍ ຊຶ່ງ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ ຢ່າງ​ໜ້ອຍ 10 ຄົນ ນັບ​ແຕ່​ເດືອນ​ພະຈິກ​ເປັນ​ຕົ້ນ​ມາ.

ທະຫານ​ກຳລັງ​ເພີ່ມ​ການ​ມີໜ້າຫລາຍ​ຂຶ້ນ ໃນ​ນະຄອນຫລວງ​ຂອງໄທເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ ຄວາມ​ວຸ້ນວາຍຂຶ້ນ​ອີກ​ ໃນ​ລະຫວ່າງ​ການ​ເລືອກ​ຕັ້ງ ແລະ​ກົດພາວະ​ສຸກ​ເສີນ​ກໍ​ໄດ້​ປະກາດ​ໃຊ້​
ໄປ​ແລ້ວ.

ແຕ່​ທາງ​ກອງທັບ ຊຶ່ງ​ເຄີຍ​ໄດ້​ທຳ​ການ​ກໍ່​ລັດຖະປະຫານ​ມາ​ແລ້ວ 18 ຄັ້ງ​ ໃນ​ຮອບ 81 ປີ ຜ່ານ
ມາ​ນີ້ກ່າວ​ວ່າ ຕົນ​ຈະ​ບໍ່​ເຂົ້າ​ແຊກ​ແຊງ​ໃນ​ສະຖານະ​ການ​ດ້ານ​ການ​ເມືອງ​ ​ເວັ້ນ​ເສຍ​ແຕ່ ມັນ​ຈຳ​ເປັນ​ທີ່​ສຸດ​ເທົ່າ​ນັ້ນ.

Thailand
please wait
Embed

No media source currently available

0:00 0:01:54 0:00
XS
SM
MD
LG