ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ການປະທ້ວງ ຕິຕຽນ ການປະກາດ ພາວະສຸກເສີນ ຢູ່ໄທ (ສະໄລດ໌/ວີດີໂອ)


ທ່ານສຸເທບ ເທືອກສຸບັນ ແກນນຳ ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ບາງກອກ (ວັນທີ 23 ມັງກອນ, 2014)
ທ່ານສຸເທບ ເທືອກສຸບັນ ແກນນຳ ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ບາງກອກ (ວັນທີ 23 ມັງກອນ, 2014)
ຜູ້​ນຳ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄທ ​ໄດ້​ຕຳ​ໜິຕິຕຽນ ການ​ປະ
ກາດ​ໃຊ້​ກົດ​ພາວະ​ສຸກ​ເສິນຫວ່າງ​ໄວໆ​ມາ​ນີ້​ໃນ​ບາງກອກ ​ແລະ
​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ “ຈະ​ອັດ​ອົງການ​ຂອງ​ລັດຖະບານລົງ​ທຸກ
​ອົງການ” ພາຍ​ໃນ​ທ້າຍ​ສັບປະດາ​ນີ້.

ທ່ານ​ສຸ​ເທບ​ ເທືອ​ກສຸບັນ ​ໄດ້​ນຳພາ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະ
ບານ​ມາ​ເປັນ​ມື້​ທີ 10 ​ລຽນ​ຕິດ​ ໃນ​ນະຄອນຫລວງຂອງໄທ ​ໃນ​
ຄວາມ​ພະຍາຍາມ ​ເພື່ອ​ໂຄ່ນ​ລົ້ມ​ ອັນ​ທີ່​ທ່ານ​ມອງ​ເບິ່ງ​ວ່າ ເປັນ​
ລັດຖະບານ​ສໍ້​ລາດ​ບັງ​ຫຼວງແລະ​ສັບ​ປ່ຽນ​ລັດຖະບານ​ດ້ວຍ​ສະ
ພາ​ປະຊາຊົນ​ທີ່​ບໍ່​ໄດ້​ຖືກ ເລືອກ​ຕັ້ງ​ໂດຍ​ປະຊາຊົນ​ນັ້ນ.



​ເພື່ອເປັນການຮັບມືນັ້ນ ​ໃນ​ວັນ​ພຸດ​ວານ​ນີ້ ລັດຖະບານ​ໄດ້​ເລີ້ມ​ໃຊ້​ກົດ​ພາວະ​ສຸກ​ເສິນ​ເປັນ​
ເວລາ 60 ມື້. ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່ລັດຖະບານ​ກ່າວ​ວ່າ ການ​ກະທຳ​ເຊັ່ນ​ນີ້​ ຈະ​ບໍ່​ທັບ​ມ້າງ​ການ​ປະ​ທ້ວງ ​ແຕ່​ຄຳ​ສັ່ງ​ດັ່ງກ່າວ​ ຈະ​ອະນຸມັດ​ໃຫ້​ຕຳຫຼວດ​ມີ​ອຳນາດ​ກວ້າງຂວາງ​ຂຶ້ນຫຼາຍ​
ສົມຄວນ.

​ໃນ​ການ​ນຳພາ​ການ​ເດີນ​ຂະ​ບວນ​ ໃນ​ວັນ​ພະຫັດ​ມື້​ນີ້ ທ່ານ​ສຸ​ເທບ ​ກ່າວ​ວ່າ ຄຳ​ສັ່ງ​ດັ່ງກ່າວ ແມ່ນ​ບໍ່​ຈຳ​ເປັນ ​ແລະ​ຈະ​ບໍ່​ຍັບ​ຍັ້ງ​ ພວກປະ​ທ້ວງ ຊຶ່ງ​ທ່ານ​ເວົ້າ​ວ່າ ​ໄດ້​ຮັບ​ການ​ສະໜັບສະ ໜຸນ​ຈາກ​ປະຊາຊົນ​ນັ້ນ ຊຶ່ງ​ທ່ານ​ສຸ​ເທບ​ກ່າວ​ດັ່ງ​ນີ້:

“ ພາຍ​ໃນ​ສັບປະດາ​ນີ້ພວກ​ເຮົາ​ຈະ​ອັດ​ອົງການ​ຂອງ​ລັດຖະບານ​ລົງ​ທຸກໆ​ອົງກາ​ນ. ພວກ​ຂ້າ​ລາດຊະ​ການ ​ໄດ້​ບອກ​ພວກ​ເຮົາ​ມາ​ວ່າ ໃຫ​້ອັດ​ໂຮງການ​ຂອງ​ເຂົາ​ເຈົ້າ ​
ແລະ​ນອກ​ນັ້ນ ​ພວກ​ເຂົາ​ເຈົ້າ​ຍັງ​ຢາກ​ໃຫ້​ພວກ​ເຮົາ​ ອັດ​ການ​ຂົນ​ສົ່ງ​ເ ຊັ່ນ​ກັນ ​ແຕ່​ພວກເຮົາ​ຈະ​ບໍ່​ເຮັດ​ຈັ່ງ​ຊັ້ນ. ປັດຈຸບັນ​ນີ້ ພວກ​ຂ້າ​ລາດຊະ​ການ​ທັງ​ໝົດ ແມ່ນໃຫ້ ການສະໜັບສະໜຸນຕໍ່ຝ່າຍ​ປະຊາຊົນ.”


ຍຸດ​ທະ​ສາດ​ທຳ​ອິດ​ຂອງ​ທ່ານ​ສຸ​ເທບ ​ແມ່ນ​ຈະ​ອັດ​ພວກ​ກະຊວງ​ທີ່​ສຳຄັນໆ​ຕ່າງໆ​ຂອງ​ລັດ ຖະບານ​ລົງ ໃນ​ຄວາມ​ພະຍາຍາມ ​ເພື່ອ​ໃຫ້​ນາຍົກລັດຖະມົນຕີ ຍິ່ງ​ລັກ​ ລາ​ອອກ ​ຈາກ​ຕຳ​
ແໜ່​ງ. ​ແຕ່​ເວລາ​ລັດຖະບານ​ໄດ້ຍ້າຍ​ບ່ອນເຮັດວຽກຂອງ​ຕົນໄປ​ຍັງ​ສະຖານ​ທີ່​ອື່ນໆ ທ່ານ​ສຸເທບ ​ຈຶ່ງຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ຕັນ​ຖະໜົນ​ສີ່​ແຍກ​ທີ່​ສຳຄັນແຫ່ງ​ຕ່າງໆ​ໃນ​ທົ່ວ​ບາງ
ກອກ.

​ແຕ່​ການ​ປະ​ທະ​ກັນ​ກັບ​ຕຳຫຼວດ​ ກໍ​ບໍ່​ຄ່ອຍ​ມີ​ຂຶ້ນ ຊຶ່ງ​ມີ​ປະຊາຊົນ 9 ຄົນ​ເສຍ​ຊີວິດ​ໃນ​ຫວ່າງ
ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາແລະ​ການ​ໂຈມ​ຕີ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄດ້​ເພີ່ມ​ຂຶ້ນ.

Thailand Protests
please wait
Embed

No media source currently available

0:00 0:01:05 0:00
XS
SM
MD
LG