ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອຍະການຂອງໄທ ກຳນົດມື້ການພິຈາລະນາຄະດີໃໝ່ ສໍາລັບອະດີດນາຍົກລັດຖະມົນຕີໄທ ກ່ຽວກັບກໍລະດີໝິ່ນປະໝາດກະສັດ


ອະດີດນາຍົກລັດຖະມົນຕີໄທ ທ່ານທັກສິນ ຊິນນະວັດ ເດີນທາງມາຢູ່ຮ່ວມກັບຄອບຄົວຂອງທ່ານ ລຸນຫຼັງທ່ານຖືກປ່ອຍໂຕຈາກໂຮງໝໍຕໍາຫຼວດໃນບາງກອກ, ວັນທີ 18 ກຸມພາ 2024.
ອະດີດນາຍົກລັດຖະມົນຕີໄທ ທ່ານທັກສິນ ຊິນນະວັດ ເດີນທາງມາຢູ່ຮ່ວມກັບຄອບຄົວຂອງທ່ານ ລຸນຫຼັງທ່ານຖືກປ່ອຍໂຕຈາກໂຮງໝໍຕໍາຫຼວດໃນບາງກອກ, ວັນທີ 18 ກຸມພາ 2024.

ຄະນະໄອຍະການຂອງໄທ ຈະທຳການສືບສວນສອບສວນຕື່ມອີກວ່າ ອະດີດນາຍົກລັດຖະມົນຕີ ທ່ານທັກສິນ ຊິນນະວັດ ໄດ້ລະເມີດກົດໝາຍວ່າດ້ວຍການໝິ່ນປະໝາດກະສັດ ຫຼືບໍ່, ເຊິ່ງພວກເຂົາເຈົ້າກ່າວໃນວັນຈັນມື້ນີ້, ນຶ່ງມື້ລຸນຫລັງທີ່ມະຫາເສດຖີຄົນນີ້ ໄດ້ຖືກປ່ອຍໂຕໃນການລໍລົງອາຍາ ກ່ຽວກັບກໍລະນີຕ່າງຫາກໃນການຮັບສິນບົນ, ອີງຕາມລາຍງານຂອງອົງການຂ່າວ AFP.

ອະດີດເຈົ້າຂອງທີມເຕະບານ ແມນເຊັສເຕີຊິຕີ້ ເປັນບຸກຄົນທີ່ສ້າງຄວາມແບ່ງແຍກທີ່ສຸດໃນປະຫວັດສາດສະໄໝໃໝ່ຂອງໄທ, ໂດຍເປັນທີ່ຮັກແພງຂອງບັນດາຜູ້ລົງຄະແນນສຽງໃນຂົງເຂດຊົນນະບົດຫຼາຍລ້ານຄົນ ສຳລັບນະໂຍບາຍປະຊາທິປະໄຕຂອງທ່ານ ແຕ່ຖືກຄັດຄ້ານໂດຍຜູ້ທີ່ຈົງຮັກພັກດີຕໍ່ກະສັດ ແລະສະຖາບັນທີ່ສະໜັບສະໜຸນກອງທັບ.

ໃນ​ວັນ​ອາທິດ​ວານ​ນີ້ ທ່ານ​ໄດ້​ຖືກ​ປ່ອຍໂ​ຕ​ຈາກການລໍລົງອາຍາເປັນເວລາ​ພຽງ 6 ​ເດືອນ​ໃນ​ການ​ຕັດສິນ​ລົງ​ໂທດ​ເປັນ​ເວລາ 8 ປີ ​ໃນ​ຂໍ້​ຫາການຮັບສິນບົນ ແລະ​ການ​ສໍ້​ລາດ​ບັງ​ຫຼວງ, ​ເຊິ່ງທ່ານ​ໄດ້​ຖືກ​ຈັບ​ກຸມ​ໃນ​ເດືອນ​ສິງຫາ​ປີ​ກາຍ​ນີ້ ຫລັງ​ຈາກ​ກັບ​ຄືນ​ສູ່​ລາຊະ​ອານາຈັກ​ ຈາກ​ການ​ເນລະ​ເທດຕົນ​ເອງເປັນເວລາ 15 ປີ.

ໂຄສົກຂອງສໍານັກງານໄອຍະການຂອງໄທ ກ່າວຢູ່ໃນການຖະແຫຼງຂ່າວວ່າ ປັດຈຸບັນ ໄອຍະການສູງສຸດຂອງໄທໄດ້ “ອະນຸຍາດໃຫ້ມີການສືບສວນຕື່ມອີກ” ໃນການກ່າວອ້າງວ່າ ຜູ້ຊາຍທີ່ມີອາຍຸ 74 ປີຄົນນີ້ ໄດ້ຝ່າຝືນກົດໝາຍວ່າດ້ວຍການໝິ່ນປະໝາດກະສັດ ໃນຄຳເຫັນທີ່ລາວໄດ້ຍົກອອກມາຢູ່ໃນເກົາຫຼີໃຕ້ ເມື່ອປີ 2015.

ບັນດາໄອຍະການ ໄດ້ຂໍໃຫ້ ທ່ານທັກສິນ ປະກົດໂຕຢູ່ສານໃນເດືອນເມສາທີ່ຈະມາເຖິງນີ້, ເຊິ່ງໃນເວລານີ້ ພວກເຂົາເຈົ້າສາມາດປະກາດວ່າ ພວກເຂົາຈະດໍາເນີນຄະດີກັບທ່ານ ຫຼື ຂໍເວລາເພີ້ມເຕີມເພື່ອດໍາເນີນການສືບສວນສອບສວນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG