ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອຍະການ ໄທ ຍື່ນສຳນວນຟ້ອງ ດຳເນີນຄະດີ ຄ້າຢາເສບຕິດ ທ້າວໄຊຊະນະ ແກ້ວພິມພາ


ທ້າວ ໄຊຊະນະ ແກ້ວພິມພາ ເຈົ້າພໍ່ຄ້າຢາເສບຕິດ ລາວ ໄດ້ໃຫ້ການປະຕິເສດໃນທຸກຂໍ້ກ່າວຫາ ທັງຍັງຈະຂໍຕໍ່ສູ້ຄະດີໃນສານອາຍາ ໄທ ຢ່າງເຖິງທີ່ສຸດ.
ທ້າວ ໄຊຊະນະ ແກ້ວພິມພາ ເຈົ້າພໍ່ຄ້າຢາເສບຕິດ ລາວ ໄດ້ໃຫ້ການປະຕິເສດໃນທຸກຂໍ້ກ່າວຫາ ທັງຍັງຈະຂໍຕໍ່ສູ້ຄະດີໃນສານອາຍາ ໄທ ຢ່າງເຖິງທີ່ສຸດ.

ພະນັກງານໄອຍະການ ໄທ ໄດ້ຍື່ນສຳນວນຟ້ອງ ແລະ ພະຍານຫຼັກຖານຕ່າງໆຕໍ່ສານອາ
ຍາເພື່ອດຳເນີນຄະດີຄ້າຢາເສບຕິດກັບທ້າວ ໄຊຊະນະ ແກ້ວພິມພາ ແລະ ພັກພວກອີກ 6 ຄົນຢ່າງເປັນທາງການແລ້ວ.

ພະນັກງານໄອຍະການຂອງ ໄທ ໄດ້ຍື່ນສຳນວນຟ້ອງ ແລະ ພະຍານຫຼັກຖານຕ່າງໆຕໍ່ ຄະນະຜູ້ພິພາກສາປະຈຳສານອາຍາທີ່ ບາງກອກ ເພື່ອດຳເນີນຄະດີລັກລອບຄ້າຢາເສບ ຕິດກັບທ້າວ ໄຊຊະນະ ແກ້ວພິມພາຢ່າງເປັນທາງການ ເມື່ອກາງເດືອນເມສາ 2017 ຫຼັງ ຈາກທີ່ກ່ອນໜ້ານີ້ ກໍໄດ້ຟ້ອງຮ້ອງເພື່ອດຳເນີນຄະດີກັບສະມາຊິກ 6 ຄົນໃນແກັງຂອງ
ທ້າວ ໄຊຊະນະ ໄປແລ້ວເມື່ອທ້າຍປີ 2016 ທີ່ຜ່ານມາ ໝາຍຄວາມວ່າ ການທີ່ຕຳຫຼວດ
ໄທ ສາມາດຈັບກຸມ ແລະ ດຳເນີນຄະດີກັບທ້າວ ໄຊຊະນະ ໄດ້ນັ້ນກໍຍ້ອນວ່າ ສະມາຊິກ
ທັງ 6 ຄົນ ດັ່ງກ່າວນີ້ໄດ້ໃຫ້ການຊັດທອດເຖິງ ທ່າວ ໄຊຊະນະວ່າເປັນຫົວໜ້າແກັງຂອງ
ພວກຕົນນັ້ນເອງ.

ໂດຍອີງຕາມສຳນວນຟ້ອງຂອງພະນັກງານໄອຍະການ ໄທ ໃນຄະດີດັ່ງກ່າວນີ້ໄດ້ລະບຸ
ວ່າ ທ້າວ ໄຊຊະນະ ແລະ ພັກພວກໄດ້ສົມຄົບລັກລອບຂົນສົ່ງຢາບ້າດ້ວຍລົດເຂົ້າມາໃນ
ປະເທດ ໄທ ແລະ ມີຢາບ້າໃນຄອບຄອງເພື່ອລັກລອບຈຳໜ່າຍໂດຍຜິດກົດໝາຍໃນ ໄທ ຈຳນວນເກີນກວ່າ 1.2 ລ້ານເມັດ ອັນເປັນການກະທຳຄວາມຜິດຕາມກົດໝາຍອາຍາ
ແລະ ກົດໝາຍວ່າດ້ວຍຢາເສບຕິດຂອງ ໄທ ຊຶ່ງມີໂທດສູງສຸດເຖິງຂັ້ນປະຫານຊີວິດ.

ແຕ່ຢ່າງໃດກໍຕາມ ທ້າວ ໄຊຊະນະ ກໍໄດ້ໃຫ້ການປະຕິເສດໃນທຸກຂໍ້ກ່າວຫາ ທັງຍັງຈະຂໍ
ຕໍ່ສູ້ຄະດີໃນສານອາຍາ ໄທ ຢ່າງເຖິງທີ່ສຸດອີກດ້ວຍ ໂດຍໃນປັດຈຸບັນ ທ້າວ ໄຊຊະນະ
ແລະ ສະມາຊິກໃນແກັງອີກ 6 ຄົນທີ່ເປັນຄົນ ໄທ 5 ຄົນ ແລະ ຊາວ ມາເລເຊຍ 1 ຄົນນັ້ນ
ໄດ້ຖືກຄຸມຂັງໄວ້ໃນທັນທະສະຖານພິເສດໃນ ບາງກອກ ໂດຍທາງການຕຳຫຼວດ ໄທ ຄັດ
ຄ້ານການໃຫ້ປະກັນຕົວຢ່າງເດັດຂາດເພາະຢ້ານວ່າຈະພາກັນຫຼົບໜີ ທັງຍັງເຊື່ອວ່າຍັງມີ
ສະມາຊິກໃນເຄືອຂ່າຍຂອງ ທ້າວ ໄຊຊະນະ ທັງທີ່ຢູ່ໃນ ລາວ ແລະ ໄທ ອີກຫຼາຍຄົນທີ່ຈະ
ຕ້ອງຕິດຕາມຈັບກຸມໃຫ້ໄດ້ ຊຶ່ງໃນນີ້ລວມເຖິງ ທ້າວ ສີສຸກ ດາວເຮືອງ ທີ່ທ່າງການ ໄທ
ເຊື່ອວ່າເປັນນັກຄ້າຢາເສບຕິດລາຍໃຫຍ່ກວ່າ ທ້າວ ໄຊຊະນະ ອີກດ້ວຍ ດັ່ງທີ່ພົນຕຳ
ຫຼວດໂທ ສົມໝາຍ ກອງວິໄສສຸກ ຜູ້ບັນຊາກການຕຳຫຼວດປາບປາມຢາເສບຕິດຂອງ
ໄທ ໄດ້ໃຫ້ການຢືນຢັນວ່າ.

"ໄຊຊະນະ ເຂົາເປັນຄົນສະຫຼາດຫຼາຍ ແລ້ວບໍ່ຈົບນໍ ຢ່າລືມວ່າຕໍ່ເປັນບອຍ ຕໍ່ມານີ້ຂ້າ
ພະເຈົ້າ ຈະຕ້ອງໄປທີ່ ອຸສມານ, ສະລະແມງ ຕໍ່ໄປນີ້ເປັນທ້າວ ສີສຸກ ຕໍ່ໄປນີ້ມັນຫຼາຍ
ໄປໝົດ ເພາະວ່າມັນເປັນເຄືອຂ່າຍໃຫຍ່ທີ່ພອກພູນມາດົນແລ້ວ ທ້າວ ສີສຸກ ນີ້ໃຫຍ່
ກວ່າ ໄຊຊະນະ 10 ເທົ່າ ລັດຖະບານ ລາວ ບອກກັບຂະພະເຈົ້າມາ ແຕ່ທີ່ເຮົາຈະຕາມ
ກໍ່ຄືຊັບກັບເຄືອຂ່າຍຢາເສບຕິດ ບໍ່ໄດ້ມີຫ້າຄົນ, ສິບຄົນ. ມີເປັນຮ້ອຍ ພວກເຂົາຢູ່ເໜືອ,
ໃຕ້, ຕາເວັນອອກ, ຕາເວັນຕົກນີ້ ເຕັມໄປໝົດເລີຍໃນທຸກອົງກອນທີ່ເຮົາຍັງໄປບໍ່ເຖິງ."

ກ່ອນໜ້ານີ້ ທາງການຕຳຫຼວດປາບປາມຢາເສບຕິດຂອງ ລາວ ລາຍງານວ່າໄດ້ຈັບກຸມ
ທ້າວ ສີສຸກ ດາວເຮືອງ ຫຼື ທ້າວ ເຕື້ອງ ເຄືອຂ່າຍຂອງທ້າວ ໄຊຊະນະ ໄດ້ທີ່ຮ້ານອາຫານ
ແຫ່ງໜຶ່ງທີ່ເມືອງຫຼວງພະບາງ ເມື່ອວັນທີ 1 ເມສາ ທັງຍັງໄດ້ຈັດສົ່ງກຳລັງເຈົ້າໜ້າທີ່ຕຳ
ຫຼວດໄປປິດລ້ອມເຮືອນ, ຮ້າຍຂາຍລົດ ແລະ ຊັບສິນຕ່າງໆຂອງທ້າວ ສີສຸກ ໃນນະຄອນ
ຫຼວງວຽງຈັນອີກດ້ວຍ ຫາກແຕ່ວ່າກໍຍັງບໍ່ມີຂໍ້ມູນ ແລະ ຄວາມຄືບໜ້າໃດເພີ່ມເຕີມຈາກ
ທາງການຕຳຫຼວດ ລາວ ຈົນເຖິງປັດຈຸບັນ.

ນອກຈາກນີ້ ທາງການຕຳຫຼວດ ລາວ ກໍໄດ້ປະຕິບັດມາດຕະການປາບປາມຢາເສບຕິດ
ໃນຊ່ວງວັນທີ 16 ກັນຍາ 2016 ເຖິງວັນທີ 24 ມັງກອນ 2017 ທີ່ຜ່ານມາ ໂດຍສາມາດ
ມ້າງແກັງຄ້າຢາເສບຕິດລາຍໃຫຍ່ໄດ້ 5 ແກັງ ແລະ ຈັບກຸມຜູ້ຕ້ອງຫາໄດ້ທັງໝົດ 33 ຄົນ ລວມເຖິງສະມາຊິກ 5 ຄົນໃນແກັງຂອງທ້າວ ໄຊຊະນະ ທີ່ຖືກທາງການຕຳຫຼວດ ໄທ ຈັບ
ກຸມຕົວໄດ້ທີ່ສະໜາມບິນສຸວັນນະພູມ ເມື່ອວັນທີ 18 ທັງກອນ 2017.

ພ້ອມກັນນັ້ນ ປະຕິບັດການດັ່ງກ່າວຍັງສາມາດຈັບກຸມ ທ້າວ ຄອນປະສົງ ສຸກກະເສີມ
(ຊຽງເທີ່) ທີ່ທາງການຕຳຫຼວດ ລາວ ຖືເປັນນັກຄ້າຢາເສບຕິດລາຍໃຫຍ່ກວ່າ ທ້າວ ໄຊ
ຊະນະ ໂດຍຈັບກຸມຕົວໄດ້ໃນວັນທີ 10 ມັງກອນ 2017 ຫຼືກ່ອນທີ່ທາງການຕຳຫຼວດ ໄທ ຈະຈັບກຸມທ້າວ ໄຊຊະນະ ໄດ້ອີກດ້ວຍ.

XS
SM
MD
LG