ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກໄທ ວ່າ ພວກປະທ້ວງ ‘ໄດ້ກາຍຂອບເຂດ’ ໃນການຮຽກຮ້ອງ ໃຫ້ປະຕິຮູບ ‘ລະບົບກະສັດ’


ພວກປະທ້ວງເພື່ອປະຊາທິປະໄຕສ່ວນຫຼາຍແມ່ນນັກສຶກສາ ພາກັນຖືໂປສເຕີ້ຂອງພາບນັກເຄື່ອນໄຫວໄທ ທີ່ຫາຍສາບສູນ, ຢູ່ທີ່ມະຫາວິທະຍາໄລທຳມະສາດ ໃນຈັງວັດປະທຸມທານີ ຕັ້ງຢູ່ກ້ຳເໜືອ ຂອງບາງກອງ ປະເທດໄທ, ວັນທີ 10 ສິງຫາ 2020.
ພວກປະທ້ວງເພື່ອປະຊາທິປະໄຕສ່ວນຫຼາຍແມ່ນນັກສຶກສາ ພາກັນຖືໂປສເຕີ້ຂອງພາບນັກເຄື່ອນໄຫວໄທ ທີ່ຫາຍສາບສູນ, ຢູ່ທີ່ມະຫາວິທະຍາໄລທຳມະສາດ ໃນຈັງວັດປະທຸມທານີ ຕັ້ງຢູ່ກ້ຳເໜືອ ຂອງບາງກອງ ປະເທດໄທ, ວັນທີ 10 ສິງຫາ 2020.

ນາຍົກລັດຖະມົນຕີຂອງໄທ ທ່ານປຣະຢຸດ ຈັນໂອຊາ ໄດ້ກ່າວໃນວັນອັງຄານວານນີ້ວ່າ ພວກປະທ້ວງ “ໄດ້ກາຍຂອບເຂດ” ຫຼັງຈາກທີ່ພວກເຂົາເຈົ້າໄດ້ຮຽກ ຮ້ອງໃຫ້ປະຕິຮູບລະບົບກະສັດດ້ວຍແຜນການ 10 ຂໍ້. ລະບົບກະສັດຂອງໄທ ໂດຍສ່ວນໃຫຍ່ແລ້ວ ຈະຖືກມອງກັນວ່າ ເປັນສະຖາບັນທີ່ສັກສິດ ໃນປະເທດດັ່ງກ່າວ.

ພວກປະທ້ວງປະມານ 3,000 ຫາ 4,000 ຄົນ ສ່ວນຫຼາຍຈະເປັນນັກສຶກສາ ໄດ້ພາກັນຢືນຮ້ອງໂຮຄຳຂວັນວ່າ “ປະຊາທິປະໄຕຈົ່ງຍືນຍົງ” ໃນແລງວັນຈັນຜ່ານມາ ຢູ່ໃນມະຫາວິທະຍາໄລທຳມະສາດ ທີ່ຕັ້ງຢູ່ເຂດຊານເມືອງຂອງບາງ ກອກ.

ບາງຄົນກໍໄດ້ຂຶ້ນກ່າວຄຳປາໄສ ແລະຫຼາຍໆຄົນຮຽກຮ້ອງໃຫ້ທ່ານປຣະຢຸດ ລາອອກຈາກຕຳແໜ່ງ. ທ່ານໄດ້ກາຍມາເປັນນາຍົກລັດຖະມົນຕີ ໂດຍຜ່ານການກໍ່ລັດຖະປະຫານໃນປີ 2014 ແລະຫຼາຍຄົນເຫັນວ່າ ທ່ານເປັນສັນຍາລັກໃນການຄອບງຳດ້ານການເມືອງຂອງທະຫານຢູ່ໃນປະເທດໄທ.

ກຸ່ມພວກປະທ້ວງເພື່ອປະຊາທິປະໄຕ ຈາກມະຫາວິທະຍາໄລທຳມະສາດຮຽກ ຮ້ອງໃຫ້ປະຕິຮູບລະບົບກະສັດ ດ້ວຍແຜນການ 10 ຂໍ້.

ແຜນການດັ່ງກ່າວ ປະກອບດ້ວຍ ການຍົກເລີກຄຳສັ່ງປີ 2019 ວ່າດ້ວຍການຍົກຍ້າຍກອງກຳລັງທະຫານບົກ ສອງກອງໄປເປັນກອງທະຫານອາລັກຂາກະ
ສັດ ພ້ອມດ້ວຍກົດໝາຍປີ 2017 ທີ່ມອບອຳນາດໃຫ້ແກ່ພະອົງ ໃນການຄຸ້ມຄອງຊັບສິນຂອງກະສັດຢ່າງເຕັມສ່ວນ.

ໄທ ມີກົດໝາຍ ທີ່ເອີ້ນວ່າ “lese-majeste” ທີ່ເຮັດໃຫ້ການໝິ່ນປະໝາດ ຫຼື ການສ້າງຄວາມເສື່ອມເສຍ ຕໍ່ກະສັດນັ້ນ ຜິດກົດໝາຍ. ການລະເມີດກົດໝາຍດັ່ງກ່າວ ສາມາດຖືກລົງໂທດໄດ້ ດ້ວຍການຕິດຄຸກເຖິງ 15 ປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG