ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກໄທ ຢືນຢັນວ່າ ຈະລົງໂທດ ຢ່າງເດັດຂາດ ຕໍ່ບັນດາຂ້າຣາຊະການໄທ ທຸກຄົນທີ່ຫຍຸ້ງກ່ຽວກັບການຄ້າມະນຸດ


ແຮງງານຈາກ ປະເທດເພື່ອນບ້ານ ຂອງໄທ ໄດ້ແຈ້ງຈົດທະບຽນ ຂໍອະນຸຍາດເຮັດວຽກ ຢູ່ໃນໄທ ຢ່າງຖືກຕ້ອງຕາມກົດໝາຍ.
ແຮງງານຈາກ ປະເທດເພື່ອນບ້ານ ຂອງໄທ ໄດ້ແຈ້ງຈົດທະບຽນ ຂໍອະນຸຍາດເຮັດວຽກ ຢູ່ໃນໄທ ຢ່າງຖືກຕ້ອງຕາມກົດໝາຍ.

ນາຍົກລັດຖະມົນຕີໄທ ຢືນຢັນວ່າ ຈະລົງໂທດຢ່າງເດັດຂາດຕໍ່ບັນດາ ຂ້າຣາຊະການໄທ ທຸກຄົນທີ່ຫຍຸ້ງກ່ຽວກັບການຄ້າມະນຸດຈາກປະເທດ ເພື່ອນບ້ານໃນໄທ ຊຶ່ງຮວມການຄ້າແຮງງານຈາກລາວດ້ວຍ.

ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໃຫ້ການຢືນຢັນວ່າ ລັດຖະບານໄທ ພາຍໃຕ້ການນຳຂອງທ່ານ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ ການສະກັດກັ້ນ ແລະ ປາບປາມການຄ້າມະນຸດຂ້າມຊາດ ໂດຍສະເພາະ ແມ່ນການຄ້າແຮງງານຜິດກົດໝາຍຈາກມຽນມາ ກຳປູເຈຍ ຫວຽດນາມ ແລະ ລາວ ໃນໄທນັ້ນ ນອກຈາກຈະດຳເນີນ ມາດຕະການປາບປາມ ໃຫ້ໄດ້ ຢ່າງມີ ປະສິດທິພາບແລ້ວ ກໍຍັງຈະຕ້ອງດຳເນີນ ມາດຕະການລົງໂທດຢ່າງເດັດຂາດ ຕໍ່ບັນດາຂ້າຣາຊະການໄທທຸກຄົນ ທີ່ເຂົ້າໄປ ກ່ຽວຂ້ອງກັບຂະບວນການຄ້າ ມະນຸດຂ້າມຊາດໃນໄທອີກດ້ວຍ ດັ່ງ ທ່ານໄດ້ໃຫ້ການຢືນຢັນວ່າ:

ນາຍົກລັດຖະມົນຕີໄທ ຢືນຢັນວ່າ ຈະລົງໂທດຢ່າງເດັດຂາດຕໍ່ບັນດາຂ້າຣາຊະການໄທ ທຸກຄົນທີ່ຫຍຸ້ງກ່ຽວກັບການຄ້າມະນຸດຈາກປະເທດ ເພື່ອນບ້ານໃນໄທ ຊຶ່ງຮວມການ ຄ້າແຮງງານຈາກລາວດ້ວຍ.
ນາຍົກລັດຖະມົນຕີໄທ ຢືນຢັນວ່າ ຈະລົງໂທດຢ່າງເດັດຂາດຕໍ່ບັນດາຂ້າຣາຊະການໄທ ທຸກຄົນທີ່ຫຍຸ້ງກ່ຽວກັບການຄ້າມະນຸດຈາກປະເທດ ເພື່ອນບ້ານໃນໄທ ຊຶ່ງຮວມການ ຄ້າແຮງງານຈາກລາວດ້ວຍ.

“ການຄໍຣັບຊັ້ນນັ້ນ ຍັງຄົງເປັນປະເດັນຫຼັກ ຈະຕ້ອງລົງໂທດຢ່າງເດັດຂາດ ແລະອີກອັນໜຶ່ງ ກໍຄືຜູ້ທີ່ລະເວັ້ນບໍ່ໃຊ້ກົດໝາຍ ຢ່າງເປັນທຳ ຈະຕ້ອງຖືກ ລົງໂທດ ເຮົາມຸ້ງເບິ່ງທຸກຢ່າງໃຫ້ເກີດຄວາມໂປ່ງໃສ ເພື່ອໃຫ້ທຸກສ່ວນ ເສີມສ້າງຄວາມເປັນທຳ ໂປ່ງໃສ ມຸ່ງໝັ້ນປາບປາມ ລົງໂທດຜູ້ທຳຄວາມ ຜິດໃຫ້ເຖິງທີ່ສຸດ ບໍ່ມີຫຍັງໃນໂລກໜ່ວຍນີ້ ຖ້າເຈົ້າໜ້າທີ່ ບໍ່ຮ່ວມມື ມັນ ເຮັດບໍ່ໄດ້ດອກ ຄວາມຜິດຫັ້ນ ອັນຄຳວ່າ ຮ່ວມມືອາດຈະຮ່ວມມື ດ້ວຍ ຄວາມບໍ່ຕັ້ງໃຈ ຮ່ວມມືດ້ວຍຄວາມບໍ່ເອົາໃຈໃສ່ ແລະ ຄົງບໍ່ໃຊ້ສະເພາະ ຮ່ວມມືດ້ວຍການທຸຈະລິດແຕ່ພຽງຢ່າງດຽວ.”

ກະຊວງແຮງງານຂອງໄທ ລາຍງານວ່າ ມີແຮງງານລາວ 256,000 ກວ່າຄົນ ໄດ້ແຈ້ງຈົດທະບຽນ ຂໍອະນຸຍາດເຮັດວຽກໃນໄທ ຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງໃນນີ້ ແບ່ງເປັນແຮງງານລາວ ທີ່ໄດ້ຜ່ານການພິສູດສັນຊາດ ແລະ ໄດ້ຮັບ ອະນຸຍາດໃຫ້ເຮັດວຽກຢູ່ໃນໄທຕໍ່ໄປ ຈຳນວນ 40,500 ຄົນ ແລະອີກ 41,700 ກວ່າຄົນ ເປັນແຮງງານທີ່ສິ້ນສຸດສັນຍາຈ້າງນັບແຕ່ເດືອນສິງຫາ 2015 ເປັນ ຕົ້ນມາແລ້ວ.

ທາງດ້ານເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງດ້າວໃນໄທ ປະເມີນວ່າ ມີແຮງງານລາວ ທີ່ຢູ່ໃນໄທຫຼາຍກວ່າ 4 ແສນຄົນ ຊຶ່ງໃນນີ້ຫຼາຍກວ່າ 3 ແສນ ຄົນທີ່ລັກລອບເຮັດວຽກໂດຍຜິດກົດໝາຍ ແລະ ມີຄວາມສ່ຽງທີ່ຈະຕົກເປັນ ເຫຍື່ອຂອງການຄ້າມະນຸດ ແຕ່ໃນລະຍະ 14 ປີ ທີ່ຜ່ານມາ ທາງການໄທ ກັບ ສາມາດໃຫ້ການຊ່ອຍເຫຼືອແຮ່ງງານລາວເຫຼົ່ານີ້ໄດ້ ພຽງ 2,217 ຄົນເທົ່ານັ້ນ.

ພວກແມ່ຍິງຈຳນວນໜຶ່ງ ພາກັນເດີນທາງເຂົ້າໄປໄທ ເພື່ອລັກລອບຂາຍບໍລິການທາງເພດ ຢູ່ສະຖານບັນເທີງຕ່າງໆ.
ພວກແມ່ຍິງຈຳນວນໜຶ່ງ ພາກັນເດີນທາງເຂົ້າໄປໄທ ເພື່ອລັກລອບຂາຍບໍລິການທາງເພດ ຢູ່ສະຖານບັນເທີງຕ່າງໆ.

ທັງນີ້ເຈົ້າໜ້າທີ່ຕຳຫຼວດໄທໄດ້ທຳການຄວບຄຸມຕົວແມ່ຍິງລາວ 43 ຄົນ ຢູ່ທີ່ ສະຖານບັນເທີງແຫ່ງໜຶ່ງໃນເຂດອຳເພີໂຂງຈຽມ ຈັງຫວັດອຸບົນຣາຊະທານີ ເມື່ອກາງເດືອນທັນວາ 2015 ທີ່ຜ່ານມາ ດ້ວຍຂໍ້ຫາຮ່ວມກັນຂາຍບໍລິການ ທາງເພດໂດຍຜິດກົດໝາຍ ຊຶ່ງໃນນີ້ ກໍມີເຖິງ 14 ຄົນ ທີ່ເປັນເຍົາວະຊົນ ທີ່ ອາຍຸຕ່ຳກວ່າ 18 ປີ ຮວມຢູ່ດ້ວຍ.

ໂດຍອີງຕາມກົດໝາຍອາຍາຂອງໄທ ຜູ້ທີ່ກະທຳຄວາມຜິດກົດໝາຍ ໃນຂໍ້ ຫາຂາຍບໍລິການທາງເພດ ຈະມີໂທດຈຳຄຸກເປັນເວລາ 1 ເດືອນ ແລະປັບ ໄໝບໍ່ເກີນ 1,000 ບາດ ແຕ່ຖ້າຫາກວ່າ ຜູ້ກະທຳຄວາມຜິດເປັນເຍົາວະຊົນ ອາຍຸຕ່ຳກວ່າ 18 ປີ ຈະບໍ່ຖືວ່າ ມີຄວາມຜິດດັ່ງກ່າວ ແຕ່ຈະຖືກສົ່ງຕົວໄປ ຢູ່ໃນສູນຟື້ນຟູສະພາບຈິດໃຈ ແລະຝຶກອົບຮົມວິຊາຊີບ ເປັນເວລາ 6 ເດືອນ ແລະ ຫຼັງຈາກນັ້ນ ກໍຈະຖືກສົ່ງຕົວກັບຄືນປະເທດທີ່ເປັນພູມລຳເນົາ.

ແຕ່ຢ່າງໃດກໍຕາມ ການກຳນົດບົດລົງໂທດດັ່ງກ່າວ ກໍນັບວ່າ ເປັນການລົງ ໂທດທີ່ບໍ່ຮຸນແຮງ ແລະ ຜົນທີ່ຕິດຕາມມາ ກໍຄືການລັກລອບຂາຍບໍລິການ ທາງເພດໃນໄທ ຍັງຄົງເກີດຂຶ້ນຢ່າງກວ້າງຂວາງ ຊຶ່ງໃນນີ້ ກໍຮວມເຖິງແມ່ຍິງ ລາວຈຳນວນບໍ່ນ້ອຍ ທີ່ຍັງພາກັນເດີນທາງມາຂາຍບໍລິການທາງເພດໃນໄທ ຢູ່ເລື້ອຍມາ ທັງຍັງມີທ່າອຽງເພີ່ມຈຳນວນຫຼາຍຂຶ້ນ ນັບມື້ອີກດ້ວຍ.

ໂດຍເຖິງແມ່ນວ່າ ກະຊວງປ້ອງກັນຄວາມສະຫງົບພາຍໃນລາວ ຈະໄດ້ເລີ່ມ ດຳເນີນມາດຕະການ ບໍ່ອະນຸຍາດໃຫ້ເຍົາວະຊົນລາວ ທີ່ອາຍຸຕ່ຳກວ່າ 18 ປີ ເດີນທາງໄປໄທ ໂດຍລຳພັງຢ່າງເດັດຂາດ ທີ່ຖືເປັນມາດຕະການ ທີ່ໄດ້ຈັດຕັ້ງ ປະຕິບັດຮ່ວມກັນກັບທາງການໄທ ພາຍໃຕ້ເປົ້າໝາຍເພື່ອປ້ອງກັນບໍ່ໃຫ້ ເຍົາວະຊົນລາວ ຕ້ອງຕົກໄປເປັນເຫຍື່ອຂອງຂະບວນການຄ້າມະນຸດໃນໄທ ໂດຍສະເພາະແມ່ນເຍົາວະຊົນລາວເພດຍິງ ຊຶ່ງຖືເປັນກຸ່ມປະຊາກອນລາວ ທີ່ໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຖືກບັງຄັບໃຫ້ຕ້ອງຂາຍ ບໍລິການທາງເພດ ຢູ່ໃນໄທເພີ່ມຂຶ້ນນັບມື້ນັ້ນ.

ຫາກແຕ່ສຳລັບເຍົາວະຊົນລາວ ທີ່ມີຜູ້ປົກຄອງເດີນທາງໄປດ້ວຍນັ້ນ ກໍຍັງ ຄົງໄດ້ຮັບການອະນຸຍາດໃຫ້ເດີນທາງໄປໄທໄດ້ຕາມປົກກະຕິ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຫຼາຍພາກສ່ວນຢ້ານວ່າ ການດຳເນີນມາດຕະການດັ່ງກ່າວນີ້ ອາດຈະບໍ່ມີປະສິດທິຜົນໃນການປະຕິບັດຕົວຈິງ ຖ້າຫາກວ່າ ເຈົ້າໜ້າທີ່ ຂອງທາງການລາວ ແລະ ໄທ ບໍ່ຈິງຈັງໃນການກວດກາເອກະສານ ແລະ ໜັງສືເດີນທາງຂອງເຍົາວະຊົນລາວ ແລະ ຜູ້ປົກຄອງຢ່າງຮອບຄອບ ເພາະ ໃນຄວາມເປັນຈິງຄືຂະບວນການຄ້າມະນຸດຍ່ອມສາມາດທີ່ຈະປອມແປງ ເອກະສານໄດ້ ຕະຫຼອດເວລານັ້ນເອງ.

XS
SM
MD
LG