ບັນຫາຂັດແຍ້ງທາງການເມືອງໃນໄທ ສົ່ງຜົນກະທົບຕໍ່ແຜນ
ການປັກປັນເຂດແດນທາງບົກ ແລະເຂດແດນທາງນໍ້າ ລະ
ຫວ່າງລາວກັບໄທ ໂດຍຈະເຮັດໃຫ້ການດໍາເນີນງານຮ່ວມ
ຕ້ອງຊັກຊ້າຕໍ່ໄປອີກ.
ເຈົ້າໜ້າທີ່ຂັ້ນສູງໃນກົມກິດຈະການຊາຍແດນ ກອງບັນຊາການທະຫານສູງສຸດຂອງ ກອງທັບໄທ ໄດ້ໃຫ້ການຍອມຮັບວ່າບັນຫາຂັດແຍ້ງທາງການເມືອງໃນໄທໃນເວລານີ້ຍ່ອມຈະສົ່ງຜົນກະທົບຕໍ່ແຜນການ ແລະເປົ້າໝາຍໃນການດໍາເນີນການປັກປັນເຂດແດນ ທັງທາງບົກແລະທາງນໍ້າ ລະຫວ່າງລາວກັບໄທ ຢ່າງຫຼີກລ່ຽງບໍ່ໄດ້.
ໂດຍເຖິງແມ່ນວ່າຄະນະກໍາມາທິການຮ່ວມ ລະຫວ່າງລາວ-ໄທ ທີ່ມີລັດຖະມົນຕີວ່າການ
ຕ່າງປະເທດຂອງທັງສອງຝ່າຍ ເປັນປະທານຮ່ວມກັນນັ້ນ ຈະໄດ້ຕົກລົງຮ່ວມກັນຢ່າງເປັນທາງການລ້ວ ວ່າການດໍາເນີນການປັກປັນເຂດແດນທາງບົກ ຈະໃຫ້ສໍາເລັດພາຍໃນປີ 2015 ສ່ວນເຂດແດນທາງນໍ້າຈະໃຫ້ສໍາເລັດພາຍໃນປີ 2017 ກໍຕາມ ຫາກແຕ່ວ່າ ດ້ວຍ ບັນຫາຂັດແຍ້ງທາງການເມືອງໃນໄທ ກໍເຮັດໃຫ້ທາງການລາວ-ໄທ ບໍ່ສາມາດດໍາເນີນການສໍາຫຼວດແລະປັກປັນເຂດແດນລະຫວ່າງກັນໄດ້ເລີຍ ນັບຕັ້ງແຕ່ເດືອນສິງຫາ 2013 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້.
ແຕ່ຢ່າງໃດກໍຕາມ ການປັກປັນເຂດແດນລະຫວ່າງລາວ-ໄທ ກໍໄດ້ປະສົບກັບການຊັກຊ້າມາຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 1996 ເປັນຕົ້ນມາ ຊຶ່ງນອກຈາກຈະມີສາເຫດມາຈາກບັນ ຫາ ທາງການເມືອງພາຍໃນຂອງໄທແລ້ວ ກໍມີສາເຫດທີ່ສໍາຄັນມາຈາກການທີ່ທາງການຂອງທັງ ສອງຝ່າຍບໍ່ສາມາດຕົກລົງກັນໄດ້ໃນຫຼາຍໆພື້ນທີ່ ໂດຍສໍາລັບເຂດແດນທາງ ບົກທີ່ທາງການ ທັງສອງຝ່າຍຍັງບໍ່ສາມາດຕົກລົງກັນໄດ້ນັ້ນ ກໍມີເຖິງ 15 ເຂດ ກໍຄືເຂດແກງຜາໄດ່ ພູຜາ ໝົນ ພູຊີ້ຟ້າ ພູສາມເສົ້າ ເຂດສາມບ້ານ ດອຍກິ່ວກ່ໍ່ ເຂດຕົ້ນນໍ້າເຫືອງ ຫ້ວຍໂດນ ວັງເຕົ່າ-ຊ່ອງເມັກ ບ້ານທົ່ງໜອງບົວ ພູປ່າໄລ່ ພູຊ້າງ ພູດ່າງ ພູໂຈະໂກ ພູຈັນ ພູແດນເມືອງ ແລະບໍລິເວນພູເຄ-ຕີນໂນ ຕາມລໍາດັບ.
ໂດຍສາເຫດທີ່ທາງການທັງສອງຝ່າຍ ຍັງບໍ່ສາມາດຕົກລົງ
ກັນໄດ້ໃນພື້ນທີ່ດັ່ງກາວ ກໍຍ້ອນວ່າ ໄດ້ມີການອ້າງອິງແຜນ
ທີ່ແລະຕີຄວາມໝາຍທີ່ແຕກຕ່າງກັນ ຊຶ່ງລວມເຖິງສະພາບ
ພື້ນທີ່ຕົວຈິງໃນປັດຈຸບັນ ທີ່ປ່ຽນແປງໄປຈາກ ອະດີດຢ່າງ
ຫຼວງຫຼາຍ ຫາກແຕ່ວ່າທາງການລາວ-ໄທ ກໍໄດ້ແກ້ໄຂບັນ
ຫາຂັດແຍ້ງລະຫວ່າງ ກັນດ້ວຍການເຈລະຈາມາໂດຍຕະ
ຫຼອດ ຫຼັງຈາກທີ່ເຄີຍສູ້ລົບກັນມາແລ້ວ ເຖິງ 2 ຄັ້ງ ກໍຄື ໃນ
ປີ 1984 ແລະໃນທ້າຍປີ 1987 ເຖິງຕົ້ນປີ 1988 ນັ້ນ ກໍ
ເຮັດໃຫ້ກອງທັບ ຂອງທັງສອງປະເທດ ເຊື່ອໝັ້ນວ່າ ດ້ວຍ
ຄວາມສໍາພັນອັນດີລະຫວ່າງກັນຈະບໍ່ເຮັດໃຫ້ບັນຫາຂັດແຍ້ງ
ກ່ຽວກັບຊາຍແດນ ກາຍໄປເປັນຄວາມຂັດແຍ້ງທາງທະຫານອີກເທື່ອໃໝ່ຢ່າງແນ່ນອນ ດັ່ງທີ່ນາຍທະຫານໄທໄດ້ໃຫ້ການ ຢືນຢັນວ່າ:
“ເນື່ອງຈາກວ່າຄວາມສໍາພັນຂອງປະເທດໄທກັບປະເທດລາວ ຊຶ່ງມີຄວາມສໍາ ພັນທີ່ດີ ສະນັ້ນ ໃນເລຶ່ອງທາງດ້ານການທະຫານນີ້ ບໍ່ມີບັນຫາຕໍ່ກັນ ບັນຫາໃນເລຶ່ອງຂອງການງານດ້ານໄພຄຸກຄາມ ດ້ານການທະຫານນີ້ບໍ່ເກີດແນ່ນອນ ເພາະວ່າປະເທດເຮົາ ກັບປະເທດລາວນີ້ ຢູ່ກັນຢ່າງເພື່ອນບ້ານ ມີມິດສໍາພັນທີ່ດີຕໍ່ກັນ.”
ໂດຍນັບຕັ້ງແຕ່ປີ 1996 ເປັນຕົ້ນມາ ຈົນເຖິງປັດຈຸບັນ ທາງການລາວໄທສາມາດຕົກລົງ ປັກປັນເຂດແດນທາງບົກລະຫວ່າງກັນໄດ້ແລ້ວ ໃນລະຍະທາງລວມ 676 ກິໂລແມັດ ທີ່ ຄິດເປັນ 93% ຂອງເຂດແດນທາງບົກລະຫວ່າງສອງປະເທດ ທີ່ມີລະຍະທາງຍາວທັງ ໝົດ 735 ກິໂລແມັດ ຫຼືຄິດເປັນ 37% ຂອງເຂດແດນທັງໝົດລະຫວ່າງລາວ-ໄທ ໂດຍ ສໍາລັບເຂດທີ່ສາມາດຕົກລົງກັນໄດ້ແລ້ວນັ້ນ ກໍໄດ້ທໍາການປັກຫຼັກໝາຍໄດ້ທັງໝົດ 204 ຫຼັກໝາຍ ຊຶ່ງແບ່ງເປັນ 133 ຫຼັກໝາຍທາງພາກເໜືອ ແລະ 71 ຫຼັກໝາຍທາງພາກໃຕ້
ສໍາລັບເຂດແດນທາງນໍ້າ ກໍຄືໃນແນວແມ່ນໍ້ງເຫືອງ ແລະແມ່ນໍ້າຂອງນັ້ນ ທາງການລາວ-ໄທ ກໍໄດ້ຕົກລົງດໍາເນີນການຈັດທໍາພາບຖ່າຍທາງອາກາດເພື່ອນໍາມາປະກອບການເຈລະ ຈາຕົກລົງຮ່ວມກັນຕໍ່ໄປ ໂດຍໃນປັດຈຸບັນ ການດໍາເນີນງານດັ່ງກ່າວນີ້ກໍຍັງຄົງບໍ່ສໍາເລັດສົມບູນແຕ່ຢ່າງໃດ.