ຜູ້ສື່ຂ່າວວີໂອເອ Steve Herman ລາຍງານຈາກກຸ່ມຝຸງຊົນ ເມື່ອວັນອາ ທິດມື້ນີ້ ຢູ່ໃນຕາໜ່າງ Twitter ຂອງທ່ານວ່າ ຕໍາຫຼວດໄດ້ຍິງລະເບີດນໍ້າ ຕາ ໃສ່ພວກປະທ້ວງ ຢູ່ຂົວແຫ່ງນຶ່ງໃກ້ທໍານຽບລັດຖະບານ ແລະພວກ ປະທ້ວງກໍແກວ່ງລະເບີດນໍ້າຕາຄືນໃສ່ພວກຕໍາຫຼວດ. ພວກປະທ້ວງໄດ້ບຸກຂ້າມຮົ້ວກັ້ນ ແຕ່ກໍຖືກຕໍາຫຼວດສະກັດໄວ້.
ພວກປະທ້ວງຍັງໄດ້ພະຍາຍາມທີ່ຈະບຸກເຂົ້າໄປຍຶດເອົາຫຼາຍໆຫ້ອງການ ຂອງລັດຖະ ບານແລະພາກັນເດີນຂະບວນໄປຍັງສະຖານີໂທລະພາບພ້ອມ ກັບຮຽກຮ້ອງໃຫ້ສະຖາ ນີເຫຼົ່ານີ້ອອກຂ່າວຕາມທັດສະນະຂອງພວກປະທ້ວງ ບໍ່ໃຫ້ອອກຂອງລັດຖະບານ. ຮ້ານ ສັບພະສິນຄ້າຫຼາຍໆແຫ່ງໄດ້ປິດ ລົງ ແລະເອົາມາດຕະການລະມັດລະວັງເພື່ອປ້ອງກັນຄວາມຮຸນແຮງ.
ຄວາມເຄັ່ງຕຶງໄດ້ເພີ້ມທະວີຂຶ້ນ ແລະການຮັກສາຄວາມປອດໄພກໍເຄັ່ງຄັດ ຂຶ້ນຫຼັງຈາກມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະຫລາຍກວ່າ 50 ຄົນໄດ້ ຮັບບາດເຈັບ ຈາກຄວາມຮຸນແຮງທາງການເມືອງ ໃນຄືນແລ້ວນີ.
ຕໍາຫຼວດເວົ້າເມື່ອວັນອາທິດມື້ນີ້ວ່າ ໄດ້ຍິນສຽງປືນເມື່ອຕອນແລງວັນເສົາ ວານນີ້ ເວລາພວກປະທ້ວງຕໍ່ຕ້ານລັດຖະບານປະທະພວກຄົນທີ່ມຸ້ງໜ້າໄປເຕົ້າໂຮມກັນຢູ່ທີ່ສະໜາມ ກິລາແຫ່ງນຶ່ງ ເພື່ອສະໜັບສະໜຸນ ນາຍົກລັດຖະ ມົນຕີຢິ່ງລັກ ຊຶ່ງບໍ່ຮູ້ຢ່າງແຈ້ງຂາວວ່າ ໃຜເປັນຜູ້ຍິງປືນ.
ພວກຜູ້ນໍາຝ່າຍຄ້ານ ໄດ້ວັນອາທິດມື້ນີ້ວ່າ ເປັນວັນແຫ່ງໄຊຊະນະ ແລະປະຕິຍານວ່າຈະເຂົ້າຍຶດເອົາທຸກໆກະຊວງຈົນກວ່ານາຍົກລັດຖະມົນຕີຢິ່ງ ລັກລາອອກ.
ພວກປະທ້ວງຫຼາຍກວ່ານຶ່ງພັນຄົນ ໄດ້ເຕົ້າໂຮມກັນທີ່ບາງກອກເມື່ອວັນເສົາວານນີ້ ອັນເປັນພາກສ່ວນຂອງການປະທ້ວງຄັ້ງສໍາຄັນເປັນເວລານຶ່ງອາທິດນັ້ນ. ພວກປະທ້ວງພະ ຍາຍາມບຸກເຂົ້າໄປຫ້ອງການສື່ສານຂອງ ລັດຖະບານ ແລະໂຈມຕີລົດເມ ແລະລົດລາອື່ນໆ
ເພື່ອຮັບມືກັບຄວາມບໍ່ສະຫງົບນີ້ ທ່ານນາງຢິ່ງລັກ ກ່າວເມື່ອວັນເສົາວານນີ້ວ່າ ທ່ານນາງພ້ອມທີ່ຈະເຈລະຈາກັບພວກປະທ້ວງ ແລະພວກທີ່ມີສ່ວນໄດ້ສ່ວນເສຍອື່ນໆນັ້ນ.
ບັນດາຜູ້ນໍາການເຄື່ອນໄຫວຕໍ່ຕ້ານລັດຖະບານ ປະຕິເສດຄໍາສະເໜີຂອງ ທ່ານນາງຢິ່ງລັກ ໂດຍກ່າວວ່າ ລັດຖະບານຈິງໃຈ ໃນການທີ່ຈະເຈລະຈາ ກັບພວກເຂົາເຈົ້າ.
ເບິ່ງຄວາມເຫັນ (2)
ໂຫລດຄວາມເຫັນ ຕື່ມອີກ