ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດໄທ ກ່າວວ່າ ຜູ້ຕ້ອງສົງໄສ ຍື່ນຖົງພາຍ ໃຫ້ແກ່ ຜູ້ວາງລະເບີດ ຢູ່ສານເຈົ້າ ໃນບາງກອກ


ບັນດາເຈົ້າໜ້າທີ່ຕຳຫລວດ ນຳຕົວຜູ້ຕ້ອງສົງໄສ ສຳຄັນຄົນນຶ່ງ ໃນການວາງລະເບີດ ຢູ່ບາງກອກ ເມື່ອເດືອນແລ້ວນີ້ ຜູ້ໃສ່ເສື້ອເຫຼືອງ ທີ່ລະບຸຕົວ ໂດຍຕຳຫຼວດຄື ທ້າວ Yusufu Mierili ຫຼືວ່າ Yusufu Mieraili ທີ່ເດີນທາງດ້ວຍໜັງສືຜ່ານແດນຂອງຈີນ ແຕ່ສັນຊາດຂອງຜູ້ກ່ຽວ ແມ່ນຍັງບໍ່ສາມາດ ຢັ້ງຢືນໄດ້ເທື່ອ ຢູ່ທີ່ນອກສະຖານີລົດໄຟ ຫົວລຳໂພງ ໃນບາງກອກ.
ບັນດາເຈົ້າໜ້າທີ່ຕຳຫລວດ ນຳຕົວຜູ້ຕ້ອງສົງໄສ ສຳຄັນຄົນນຶ່ງ ໃນການວາງລະເບີດ ຢູ່ບາງກອກ ເມື່ອເດືອນແລ້ວນີ້ ຜູ້ໃສ່ເສື້ອເຫຼືອງ ທີ່ລະບຸຕົວ ໂດຍຕຳຫຼວດຄື ທ້າວ Yusufu Mierili ຫຼືວ່າ Yusufu Mieraili ທີ່ເດີນທາງດ້ວຍໜັງສືຜ່ານແດນຂອງຈີນ ແຕ່ສັນຊາດຂອງຜູ້ກ່ຽວ ແມ່ນຍັງບໍ່ສາມາດ ຢັ້ງຢືນໄດ້ເທື່ອ ຢູ່ທີ່ນອກສະຖານີລົດໄຟ ຫົວລຳໂພງ ໃນບາງກອກ.

ເຈົ້າໜ້າ​ທີ່ຕຳຫຼວດ​ໄທ ກ່າວ​ວ່າ ນຶ່ງ​ໃນ​ກຸ່ມ​ພວກ​ຜູ້​ຊາຍ ທີ່ຖືກ​ຈັບ
​ຕົວ​ໄວ້​ ​ໃນຖານພົວພັນ​ກັບ​ການວາງ​ລະ​ເບີດທີ່​ສານ​ເຈົ້າ​ ໃນ​ບາງ
ກອກ​ ເມື່ອ​ເດືອນ​ແລ້ວ​ນີ້ ​ໄດ້​ສະໜອງ​ລາຍ​ລະອຽດ ​ເພີ້​ມຕື່ມ​ອີກ
ກ່ຽວ​ກັບ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຜູ້ກ່ຽວ​ໃນ​ການ​ໂຈມ​ຕີນັ້ນ.

ຜູ້​ຕ້ອງ​ສົງໄສ ຊື່ວ່າ Yusufu Mieraili ​ໄດ້​ຍອມຮັບວ່າ ​ຕົນ​ໄດ້​ຍື່ນ
​ຖົງພາຍ​ ​ທີ່​ບັນຈຸລະ​ເບີດ ​ໃຫ້​ແກ່​ຊາຍ​ອີກ​ຄົນ​ນຶ່ງ ​ທີ່​ເຊື່ອ​ວ່າ​ເປັນ​ຜູ້
​ທີ່​ໄດ້​ປະ​ຖົງພາຍ​ນັ້ນ​ໄວ້ ​ຢູ່​ທີ່​ສານ​ເຈົ້າ ​ບໍ່ດົນ​ກ່ອນ​ມັນ​ຈະ​ແຕກ​ຂຶ້ນ.

ອັນ​ນັ້ນ ​ແມ່ນ​ອີງ​ຕາມ​ລາຍ​ງານຂອງ​ເຈົ້າໜ້າ​ທີ່​ຕຳຫຼວດ ​ໃນ​ວັນ​ພຸດ​
ມື້​ນີ້ ​ທີ່​ໄດ້​ນຳ​ເອົາ​ທ້າວ Mieraili ​ໄປ​ສະ​ແດງ​ຄືນ ກ່ຽວກັບການ​ກະ
ທຳຕ່າງໆ​ຂອງ​ຜູ້​ກ່ຽວ ​ເມື່ອ​ວັນ​ທີ 17 ສິງຫາ ຊຶ່ງ​ເປັນມື້​ຂອງ​ລະ​ເບີດ​ແຕກ ທີ່​ໄດ້​ສັງຫານ 20
ຄົນ.

Thailand Blast
please wait
Embed

No media source currently available

0:00 0:00:56 0:00

​ໂຄສົກ​ຕຳຫຼວດ ທ່ານ ປຣະວຸດ ຖາ​ວອນ​ສີຣິ ​ກ່າວຖະ​ແຫລ​ງຢູ່ນອກ ສະຖານີ​ລົດ​ໄຟ​ໃນ
ບາງກອກ ວ່າ “ທີ່​ນີ້​ແມ່ນ​ບໍລິ​ເວນ ບ່ອນ​ທີ່​ລາວ​ພົບ​ກັບ​ຊາຍ​ໃສ່​ເສື້ອ​ສີ​ເຫຼືອງ ​ເພື່ອ​ແລກ
ປ່ຽນ​ຖົງພາຍ​ກັນ.”

ພາບບັນທຶກ ​ຈາກ​ກ້ອງ​ວົງຈອນປິດ ສະ​ແດງ​ໃຫ້​ເຫັນ ຊາຍ​ຮູບ​ຮ່າງ​ບອບບາງ ໃສ່​ເສື້ອ​ຍືດສີ​ເຫຼືອງ ມີ​ຜົມກູດ ​ໄດ້​ປະ​ຖົງ​ພາຍນຶ່ງໜ່ວຍ ​ໄວ້​ໃກ້ໆ​ກັບສານ​ເຈົ້າ​ ​ແລະ ຍ່າງ​ອອກ​ໄປ​ຢ່າງ​ໃຈ​ເຢັນ​
​ບໍ່​ດົນກ່ອນ​ລະ​ເບີດ​ຈະ​ແຕກ​ຂຶ້ນຢ່າງ​ຮຸນ​ແຮງ.

ຕຳຫຼວດກ່າວ​ອີກ​ວ່າ ຜູ້​ຕ້ອງ​ສົງ​ໄສ​ສອງ​ຄົນ ​ໄດ້​ແຍກໂຕໜີ​ໄປ ຫຼັງຈາກ​ທີ່​ໄດ້​ແລກປ່ຽນ​ຖົງພາຍ ​ກັນ​ແລ້ວ.

ຄົນ​ຕ່າງ​ຊາດ​ອີກ​ຜູ້​ນຶ່ງ ຖືກ​ລະບຸ​ໂຕ ຄື ທ້າວ Adem Karadak ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄະດີ
ດັ່ງກ່າວກໍ​ຖືກ​ເຈົ້າໜ້າ​ທີ່​ຄຸມ​ຕົວ​ໄວ້. ​ແຕ່​ບົດບາດ ໃນ​ການວາງ​ລະ​ເບີດ ຂອງ​ພວກ​ເຂົາ​ເຈົ້ານັ້ນ ​ແມ່ນ​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ.

ບັນດາ ​ເຈົ້າໜ້າ​ທີ່ ກ່າວ​ວ່າ DNA ຂອງ​ທ້າວ Mieraili ​ໄດ້​ຖືກ​ພົບ​ເຫັນ ​ຢູ່​ທີ່​ບ້ານ​ພັກ​ອາພາດ​ເມັນ ​ໃນບາງກອກ ບ່ອນ​ທີ່​ວັດ​ຖຸຕ່າງໆ ທີ່​ໃຊ້ໃນ​ການ​ເຮັດ​ລະ​ເບີດນັ້ນ ຖືກ​ຍຶດ​ໄດ້. ​ພວກ​ເຂົາ​ຍັງກ່າວ​ອີກ​ວ່າ ​ທ້າວ Mieraili ​ໄດ້​ສາລະພາບ​ວ່າ​ຕົນ​ມີ​ບົດບາດ ທີ່​ສຳຄັນ​ໃນ​ການ​ໂຈມ​ຕີນັ້ນ.

​ບັນດານັກສືບສວນ​ສອບ​ສວນ ບໍ່​ໄດ້​ມີ​ຄຳ​ເຫັນ ກ່ຽວ​ກັບ​ສັນຊາດ​ຂອງ​ຊາຍ​ຕ່າງ​ຊາດສອງຄົນ ດັ່ງກ່າວ​ ​ແຕ່ທ້າວ Mieraili ມີ​ໜັງສື​ຜ່ານແດນ ​ຂອງ​ຈີນ ທີ່​ລະບຸ​ວ່າ ບ້ານ​ເກີດ​ຂອງ​ຜູ້ກ່ຽວ​ ຄືເຂດ Xinjiang ຊຶ່ງ​ເປັນ​ບ່ອນຢູ່ ຂອງ​ຊາວ​ Uighur ທີ່ເປັນຊົນກຸ່ມ​ນ້ອຍ​ຂອງ​ຈີນ.

XS
SM
MD
LG