ຄະນະສືບສວນສອບສວນຂອງຕຳຫຼວດໄທກ່າວວ່າ ມີເຖິງ 20 ຄົນ ທີ່ພົວພັນກັບການໂຈມຕີດ້ວຍລະເບີດໃນສຸກຜ່ານມານີ້ ແຕ່ວ່າການລະບຸໂຕພວກທີ່ກໍ່ການນັ້ນ ຍັງເປັນເລື້ອງ ທີ່ມີການຄາດເດົາກັນຢູ່.
ແຫຼ່ງຂ່າວຂອງພວກຕຳຫຼວດ ໄດ້ແຈ້ງໃຫ້ VOA ຊາບວ່າ ມີຢ່າງນ້ອຍ 7 ຄົນ ໄດ້ຖືກກັກຂັງເພື່ອທຳການສອບຖາມ ກ່ຽວກັບການໂຈມຕີ ໃສ່ສະຖານທີ່ີທ່ອງທ່ຽວທີ່ນິຍົມກັນນັ້ນ ທີ່ຍັງຜົນໃຫ້ມີ 30 ຄົນ ໄດ້ຮັບບາດເຈັບ.
ຄະນະຮັກສາຄວາມສະຫງົບແຫ່ງຊາດຂອງໄທ ກ່າວວ່າ ພວກນັກການເມືອງທີ່ຕໍ່ຕ້ານລັດຖະບານທະຫານ ແມ່ນຢູ່ເບື້ອງຫຼັງການໂຈມຕີທີ່ວ່ານີ້ ຊຶ່ງມີຂຶ້ນໃນຂະນະທີ່ໄທ ກຳລັງສະຫຼອງວັນຄ້າຍວັນປະສູດຂອງພະລາຊີນີ ທີ່ຈັດໃຫ້ເປັນວັນພັກລາດຊະການ.
ແຕ່ວ່າ ພັກການເມືອງທັງຫຼາຍ ຮວມທັງ ພັກເພື່ອໄທ ທີ່ໄດ້ຖືກໂຄ່ນລົ້ມໃນການເຮັດລັດຖະ ປະຫານເມື່ອເດືອນພຶດສະພາ 2014 ແລະພວກທີ່ສະໜັບສະໜຸນ ແນວໂຮມເພື່ອປະຊາທິປະໄຕຕ້ານຜະເດັດການ ຫຼື UDD ໄດ້ກ່າວປະຕິເສດວ່າ ຕົນບໍ່ມີສ່ວນພົວພັນກັບການວາງລະເບີດທີ່ວ່ານີ້.
ການໂຈມຕີ ໄດ້ມີຂຶ້ນ ບໍ່ຮອດນຶ່ງສັບປະດາ ຫຼັງຈາກທີ່ຊາວໄທ ໄດ້ລົງປະຊາມະຕິໃຫ້ການສະໜັບ ສະໜຸນຮ່າງລັດຖະທຳມະນູນທີ່ໜຸນຫຼັງໂດຍລັດຖະບານທະຫານນັ້ນ ທີ່ຈະນຳໄປສູ່ການເລືອກຕັ້ງທົ່ວປະເທດໃນປີໜ້ານີ້.
ລັດຖະທຳມະນຸູນສະບັບໃໝ່ ຈະຕັດບົດບາດຂອງບັນດາພັກການເມືອງ ຊຶ່ງຮວມທັງພັກເພື່ອໄທ ແລະພັກປະຊາທິປັດ ພ້ອມທັງສືບຕໍ່ຂະຫຍາຍອຳນາດທາງທະຫານໃນການປົກຄອງປະເທດ ໄປອີກຢ່າງນ້ອຍ 5 ປີ.