ຕຳຫຼວດໄທ ກ່າວວ່າ ຜົນການກວດ DNA ສະແດງໃຫ້ເຫັນວ່າ 2 ສົບທີ່ໄຫຼຂຶ້ນມາຄ້າງຢູ່ຝັ່ງແມ່ນ້ຳຂອງ ໃນພາກຕາເວັນອອກສຽງເໜືອຂອງໄທ ແມ່ນເປັນສົບຂອງພວກນັກເຄື່ອນໄຫວຕໍ່ຕ້ານລັດຖະບານ ອີງຕາມລາຍງານຂອງອົງການ ຂ່າວເອພີ.
ບຸກຄົນທັງສອງ ທີ່ຮູ້ກັນໃນຊື່ນາມປາກກາວ່າ ພູຊະນະ ແລະກາສະລອງ ແມ່ນຮວມຢູ່ໃນພວກນັກເຄື່ອນໄຫວລີ້ໄພ 3 ຄົນ ທີ່ຫາຍສາບສູນໄປ ຈາກລາວ ໃນເດືອນທັນວາ ປີກາຍນີ້ ບ່ອນທີ່ພວກເຂົາເຈົ້າໄດ້ໄປອາໄສຢູ່ ລຸນຫລັງທີ່ໄດ້ຫຼົບໜີໄປຈາກໄທແລ້ວ.
ມີພວກລີ້ໄພຈາກໄທຢູ່ລາວກຸ່ມນຶ່ງ ທີ່ພົວພັນກັບຂະບວນການຕໍ່ຕ້ານທະຫານເສື້ອແດງ ທີ່ໄດ້ພາກັນທຳການປະທ້ວງຢູ່ບາງກອກ ໃນປີ 2010 ທີ່ໄດ້ຖືກປາບປາມຢ່າງຮຸນແຮງໂດຍພວກທະຫານ.
ສະມາຊິກຕົວຕັ້ງຕົວຕີຫຼາຍໆຄົນຂອງກຸ່ມດັ່ງກ່າວ ແມ່ນເປັນທີ່ຕ້ອງການໂຕຢູ່ໄທ ໃນຂໍ້ຫາໝິ່ນປະໝາດພະບໍລົມເດຊານຸພາບ ໝິ່ນປະໝາດກະສັດ ຊຶ່ງເປັນຄວາມຜິດຮ້າຍແຮງທາງອາຍາ.
ຜູ້ບັນຊາການຕຳຫຼວດຈັງຫວດນະຄອນພະນົມ ກ່າວໃນວັນອັງຄານ ມື້ນີ້ວ່າ ຜົນການກວດຂອງສະຖາບັນນິຕິເວດ ພົບວ່າ DNA ຂອງສົບທັງສອງ ຄືກັນກັບຕົວຢ່າງ ຂອງ DNA ທີ່ໄດ້ມາຈາກຄອບຄົວພວກກ່ຽວ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ